spot_img
Homeຂ່າວພາຍ​ໃນຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

Published on

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ.

ໃນເຊົ້າວັນທີ 2 ກັນຍາ 2025 ນີ້, ຢູ່ສະໜາມຫລວງບາດິ່ງ ແຫ່ງທີ່ເປັນປະຫວັດສາດ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະ ການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ນະຄອນຫລວງຮ່າໂນ້ຍ ຈັດພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ (19/08/1945-19/08/2025) ແລະ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (02/09/1945-02/09/2025) ໂດຍມີບັນດາສະຫາຍການນໍາພັກ-ລັດ ຂອງ ຫວຽດນາມ ນໍາໂດຍ ສະຫາຍ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ສະຫາຍ ນົ່ງ ດຶກ ແມັງ ອະດີດເລຂາທິການໃຫຍ່, ສະຫາຍ ເລືອງ ເກືອງ ປະທານປະເທດແຫ່ງ ສສ ຫວຽດນາມ, ມີບັນດາສະຫາຍນັກປະຕິວັດອາວຸໂສ, ແມ່ວິລະຊົນຫວຽດນາມ, ວິລະຊົນຂອງກຳລັງປະກອບອາວຸດປະຊາຊົນ, ຜູ້ແທນນັກຮົບ. ນອກນີ້, ກໍມີຄະນະຜູ້ແທນ ຂັ້ນສູງຂອງພັກ, ລັດ ຂອງ ສປປ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາຄະນະຜູ້ແທນຂັ້ນສູງຂອງກຳປູເຈຍ, ກູບາ, ສປ ຈີນ, ເບລາຣຸດຊີ, ຣັດເຊຍ, ຕາງໜ້າພັກການເມືອງຈາກຫລາຍປະເທດ, ລວມທັງທູຕານຸທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນປະຈຳຫວຽດນາມ ເຂົ້າຮ່ວມ.

ໃນເວລາ 06:30 ໂມງ, ໄດ້ມີພິທີແຫ່ທວນໄຟມູນເຊື້ອ ແລະ ຈຸດທວນໄຟເລີ່ມຕົ້ນ, ເປີດພິທີສະເຫລີມສະ ຫລອງ, ທວນໄຟໄດ້ຖືກຈູດຂຶ້ນໂດຍ ວິລະຊົນກຳລັງປະກອບອາວຸດປະຊາຊົນ ສະຫາຍ ພົນໂທ ຫງວຽນ ດຶກ ຊວດ ອະດີດຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ທີ່ມີຜົນງານດີເດັ່ນເປັນພິເສດໃນການຍິງຍົນຂອງສັດຕູຕົກ 6 ລໍາ, ກາຍເປັນໜຶ່ງໃນນັກບິນວິລະຊົນຂອງທະຫານປະຊາຊົນຫວຽດນາມ. ຈາກນັ້ນ, ກໍມີພິທີເຄົາລົບທຸງຊາດ ແລະ ສະເໜີບັນດາສະຫາຍຜູ້ເຂົ້າຮ່ວມ.

ສະຫາຍ ໂຕ ເລິມ ໄດ້ກ່າວສູນທອນພົດວ່າ: ໃນນາທີທີ່ສັກສິດນີ້, ພວກເຮົາໄດ້ລະນຶກເຖິງບັນພະບູລຸດ, ສະແດງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງເຖິງປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ຈາລຶກບຸນຄຸນບັນດານັກປະຕິວັດຮຸ່ນກ່ອນ, ພີ່ນ້ອງຮ່ວມຊາດເປັນລ້ານໆຄົນ, ນັກຮົບທີ່ໄດ້ເສຍສະລະ, ອຸທິດຕົນໃຫ້ແກ່ຄວາມເປັນເອກະລາດ, ເສລີພາບ, ທ້ອນໂຮມປະເທດຊາດ ແລະ ຄວາມຜາສຸກຂອງປະຊາຊົນ. ຜ່ານຍ່ານທາງ 80 ປີ ທີ່ເຕັມໄປດ້ວຍຄວາມທຸກຍາກລໍາບາກແຕ່ສະຫງ່າອົງອາດ, ພວກເຮົາໄດ້ຢັ້ງຢືນສັດຈະທໍາວ່າ: ພາຍໃຕ້ຄັນທຸງທີ່ມີກຽດສະຫງ່າຂອງພັກ, ກັບແສງສະຫວ່າງຂອງປະທານ ໂຮ່ຈີ່ມິງ ທີ່ຊີ້ນໍາທາງ, ອີງໃສ່ກຳລັງແຮງຂອງປະຊາຊົນ ແລະ ກ້ອນກຳລັງມະຫາສາມັກຄີຂອງຊົນຊາດ, ບໍ່ມີຄວາມຫຍຸ້ງຍາກໃດບໍ່ມີສິ່ງທ້າທາຍໃດທີ່ປະຊາຊົນເຮົາບໍ່ສາມາດຂ້າມຜ່ານໄດ້; ບໍ່ມີເປົ້າໝາຍຈົບງາມລໍ້າເລີດໃດທີ່ຊົນຊາດເຮົາຜ່ານບໍ່ໄດ້. ເພາະສະນັ້ນ, ບໍ່ມີແຮງຕ້ານໃດ, ບໍ່ມີເຫດຜົນຫຍັງທີ່ສາມາດຢຸດພວກເຮົາບໍ່ໃຫ້ກ້າວຂຶ້ນເຖິງສັນຕິພາບ, ຄວາມຈະເລີນຮັ່ງມີ, ຊົນຊາດເຮົາມີຄວາມຍືນຍົງ ແລະ ມີການພັດທະນາ. ໃນອະນາຄົດ, ພັກເຮົາຕັ້ງເປົ້າໝາຍຮອດປີ 2045, ຄົບຮອບ 100 ປີຂອງການສ້າງຕັ້ງປະເທດ ວ່າ: ຫວຽດນາມ ຈະເປັນປະເທດທີ່ເຂັ້ມແຂງ, ຈະເລີນຮັ່ງມີ, ຜາສຸກ ນັ້ນແມ່ນຄວາມປາຖະນາຂອງທັງໝົດປະຊາຊົນບັນດາເຜົ່າ, ເປັນຄໍາສາບານແຫ່ງກຽດສັກສີຕໍ່ໜ້າປະຫວັດສາດ, ຕໍ່ໜ້າປະຊາຊົນ.

ພາຍຫລັງ ສະຫາຍ ໂຕ ເລິມ ກ່າວສູນທອນພົດສິ້ນສຸດລົງ, ຂະບວນສວນສະໜາມສະແດງກ້ອນກຳລັງຕ່າງໆໄດ້ເລີ່ມເຂົ້າສູ່ສະໜາມ, ເລີ່ມຈາກຂະບວນເຮລິກອບແຕ ໄດ້ເຊີນທຸງຊາດ ແລະ ທຸງພັກຂອງຫວຽດນາມບິນຜ່ານສະໜາມຫລວງບ່າດິ້ງ, ຈາກນັ້ນ, ຂະບວນລົດທີ່ມີຮູບເຄື່ອງໝາຍຊາດ, ຮູບທຸງພັກ ແລະ ທຸງຊາດຫວຽດນາມ ພ້ອມດ້ວຍຕົວເລກ 80 ປີວັນຊາດຫວຽດນາມ, ຮູບຈຳລອງຢູ່ໃນທ່າຢືນຂອງປະທານໂຮ່ຈີມິງ ແລະ ອື່ນໆໄດ້ເຂົ້າສູ່ສະໜາມ, ຈາກນັ້ນແມ່ນກ້ອນກຳລັງຂອງເຫລົ່າຮົບຕ່າງໆຂອງກອງທັບປະຊາຊົນຫວຽດນາມ ແລະ ກອງທັບປະເທດເພື່ອນມິດ ປະກອບມີ: ສປ ຈີນ, ຣັດເຊຍ, ລາວ ແລະ ກຳປູເຈຍ ໄດ້ເຂົ້າສູ່ສະໜາມ, ຕໍ່ດ້ວຍຂະບວນສວນສະໜາມຂອງກຳລັງຕຳຫລວດປະຊາຊົນຫວຽດນາມ, ຂະບວນສະແດງແສນຍານຸພາບດ້ານອາວຸດຍຸດໂທປະກອນທີ່ໃຊ້ທາງການທະຫານ ແລະ ການຮັກສາຄວາມສະຫງົບປອດໄພພາຍໃນຂອງຫວຽດນາມ ຕະຫລອດຮອດຂະບວນສວນສະໜາມຂອງກ້ອນກຳລັງຕ່າງໆໃນແຕ່ລະຂົງເຂດວຽກງານຂອງຫວຽດນາມ ເຂົ້າສູ່ສະໜາມດ້ວຍບັນຍາກາດຄືກຄື້ນ.
ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...