Homeຂ່າວພາຍ​ໃນການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

Published on

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ: ການນຳຂີ້ເຫຍື້ອໄປຖິ້ມຊະຊາຍ, ການຈູດຂີ້ເຫຍື້ອ, ການບໍ່ແຍກປະເພດຂີ້ເຫຍື້ອຢ່າງຈະແຈ້ງ ເຮັດໃຫ້ເປັນອັນຕະລາຍ ແລະ ອື່ນໆອີກ. ການຄຳນຶງເຖິງສະຖານທີ່ ຫຼື ບໍລິເວນ ຂອງການຝັງຂີ້ເຫຍື້ອລົງດິນແມ່ນເປັນສິ່ງທີ່ສຳຄັນ ເພາະສ່ວນໃຫຍ່ເຂດດັ່ງກ່າວຢູ່ໃກ້ຊຸມຊົນ ແລະ ອາດຈະມີການດູດຊັບສິ່ງຕ່າງໆທີ່ມີຜົນກະທົບໄລຍະຍາວ.

ດັ່ງນັ້ນ, ຫຼາຍໆໂຮງງານຈຶ່ງຕ້ອງໄດ້ມີສ່ວນຮ່ວມໃນການຮັບຜິດຊອບຕໍ່ສັງຄົມ ໂດຍການຈັດການຂີ້ເຫຍື້ອຢ່າງຖືກວິທີ. ຍົກຕົວຢ່າງ ໜຶ່ງໂຄງການຄື Zero Waste to Landfill ຂອງບໍລິສັດ ຢາສູບລາວ ຈຳກັດ ໂດຍມີຈຸດປະສົງເພື່ອບໍ່ໃຫ້ມີຂີ້ເຫຍື້ອທີ່ໄປຝັງກົບໃນດິນ ຫລື ເວົ້າວ່າ ຂີ້ເຫຍື້ອທີ່ນຳໄປຝັງກົບໃນດິນເປັນສູນ ເຊິ່ງໄດ້ສຳເລັດໃນປີ 2023 ທີ່ຜ່ານມາ ພ້ອມທັງໄດ້ຮັບໃບຢັ້ງຢືນມາດຕະຖານສາກົນ.

ທ່ານ ນາງ ຄຳບຸ້ຍ ສຸຂັນທາ

ທ່ານ ນາງ ຄຳບຸ້ຍ ສຸຂັນທາ, ຜູ້ຈັດການດ້ານການຜະລິດທີ່ດີເລີດ (Manufacturing Excellence Leader) ແລະ ເປັນເຈົ້າຂອງໂຄງການ Zero Waste to Landfill ໄດ້ກ່າວວ່າ:

ກ່ອນໜ້ານີ້ ຂີ້ເຫຍື້ອຫຼາກຫຼາຍປະເພດໃນໂຮງງານໄດ້ຖືກໂຮມເຂົ້າກັນ ແລະ ຖືກນຳໄປຝັງກົບໃນດິນຢ່າງບໍ່ໄດ້ປະສິດຕິພາບເທົ່າທີ່ຄວນ ແລະ ບໍ່ມີການແຍກເປັນປະເພດຂີ້ເຫຍື້ອຢ່າງຖືກຕ້ອງ. ເນື່ອງຈາກຂີ້ເຫຍື້ອບາງປະເພດສາມາດນຳໄປລີໄຊເຄີນ ແລະ ແປເປັນພະລັງງານໃໝ່ເພື່ອຊົມໃຊ້ຕໍ່ໄປໄດ້. ສະນັ້ນ, ທາງໂຮງງານ ຈຶ່ງເຫັນເຖິງຄວາມສຳຄັນ ແລະ ໄດ້ລິເລີ່ມເຮັດໂຄງການດັ່ງກ່າວໃນທ້າຍປີ 2022 ແລະ ສາມາດສຳເລັດໃນເດືອນກັນຍາ 2023 ໃນການເຮັດໃຫ້ຂີ້ເຫຍື້ອໄປຝັງກົບດິນກາຍເປັນສູນ. ພ້ອມທັງແຍກຂີ້ເຫຍື້ອປະເພດຕ່າງໆແລ້ວນຳໄປຈັດການຕາມຂັ້ນຕອນຢ່າງຖືກວິທີ ໂດຍບໍລິສັດEMAC ເຊິ່ງເປັນບໍລິສັດຈັດການສິ່ງເສດເຫລືອສະເພາະດ້ານທີ່ໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງ ເຊິ່ງຈະເຂົ້າມາເກັບເອົາຂີ້ເຫຍື້ອ ຈຳນວນ 2 ຄັ້ງຕໍ່ອາທິດເພື່ອນຳໄປຄັດແຍກແລະຈັດການຕາມຂະບວນການຕໍ່ໄປ

ທ່ານຍັງໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັນກໍແມ່ນການຫຼຸດຜ່ອນປະລິມານສິ່ງເສດເຫຼືອ ແລະ ນຳສິ່ງເສດເຫລືອບາງປະເພດໄປເຮັດແກັດຫຸງຕົ້ມ ເພື່ອເອົາມານຳໃຊ້ໃນຫ້ອງອາຫານຂອງໂຮງງານ. ເຊິ່ງໃນໄວໆນີ້ຈະໄດ້ມີການເລີ່ມຕົ້ນຈັດຕັ້ງປະຕິບັດການນຳເອົາຂີ້ເຫຍື້ອ ຫຼື ສິ່ງເສດເຫຼືອຈາກໂຮງງານ ເພື່ອນຳໄປແປເປັນເຊື້ອເພີງ ຖ້າຫາກສຳເລັດຢ່າງສົມບູນ ຄາດວ່າຈະຊ່ວຍຫຼຸດຜ່ອນປະລິມານຂີ້ເຫຍື້ອໄດ້ຫຼາຍສົມຄວນ.

ສຳລັບໂຄງການ Zero Waste to Landfill ມີດັ່ງນີ້:

  • ⁠⁠ການນຳສິ່ງເສດເຫຼືອທີ່ສາມາດຍ່ອຍສະຫຼາຍໄດ້ເຊັ່ນ: ເສດອາຫານ, ເປືອກໝາກໄມ້, ເປືອກໄຂ່… ໄປໝັກເພື່ອເຮັດເປັນແກັດຫຸງຕົ້ມ ແລະ ປຸຍ ໂດຍຜ່ານເຄື່ອງໂຮມໃບໂອແກັດ
  • ⁠ຂີ້ເຫຍື້ອທົ່ວໄປທີ່ສາມາດລີໄຊເຄີນໄດ້ ເຊັ່ນ: ຕຸກນໍ້າ, ກະປ໋ອງ, ແກັດເຈ້ຍ… ແມ່ນກັບມາເປັນລາຍຮັບ
  • ⁠ຂີ້ເຫຍື້ອທີ່ຈັດຢູ່ໃນປະເພດເຄມີ ຫຼື ສິ່ງເສດເຫຼືອຈາກການຜະລິດ ເຊິ່ງຈະມີບໍລິສັດສະເພາະທາງມາຮັບເອົາ ເພື່ອນຳໄປຄັດແຍກຕາມຂະບວນການ ແລ້ວສົ່ງຕໍ່ໄປໃຊ້ໃນວຽກງານອຸດສາຫະກຳ

ເວົ້າລວມແລ້ວ, ວຽກງານການຈັດການຂີ້ເຫຍື້ອ ໂດຍສະເພາະຢູ່ໂຮງງານແມ່ນເປັນສິ່ງທີ່ຕ້ອງປະຕິບັດໃຫ້ຖືກຕ້ອງ ແລະ ເປັນໄປຕາມຫຼັກການທີ່ກຳນົດ, ພ້ອມເປົ້າໝາຍຊັດເຈນ ເພື່ອໃຫ້ໄດ້ຜົນລັບທີ່ດີຕໍ່ກັບສະພາບແວດລ້ອມອ້ອມຂ້າງ ແລະ ສັງຄົມທີ່ມີຫຼາຍຄົນອາໃສຢູ່ຮ່ວມກັນ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...