Homeຂ່າວເຫດການຜູ້ໂດຍສານນາກາຍໂວຍ ຖືກລົດເມຖິ້ມເຄິ່ງທາງ

ຜູ້ໂດຍສານນາກາຍໂວຍ ຖືກລົດເມຖິ້ມເຄິ່ງທາງ

Published on

ເວລາ 02:08 ເຊົ້າມື້ນີ້ ວັນທີ 5 ພະຈິກ 2016 ສຳນັກຂ່າວລາວໂພສໄດ້ຮັບການຮ້ອງຮຽນຈາກ ທ້າວ ໄຊ ສຸພານິດ ທີ່ເປັນຜູ້ໂດຍສານເດິນທາງຈາກ ນະຄອນຫຼວງວຽງຈັນ-ນາກາຍ ແຂວງຄຳມ່ວນ ໂດຍບອກວ່າພວກຕົນບໍ່ໄດ້ຮັບຄວາມຍຸດຕິທຳ ເນື່ອງຈາກຖືກເຈົ້າຂອງລົດເມ ວຽງຈັນ-ນາກາຍ ບໍ່ຮັບຜິດຊອບໄປສົ່ງພວກຕົນໃຫ້ເຖິງທີ່ໝາຍ.

ຄຳຮ້ອງຮຽນບອກວ່າ ພວກຕົນເດິນທາງຈາກນະຄອນຫຼວງວຽງຈັນ ເພື່ອຈະໄປເມືອງຍົມມະລາດ ຈຶ່ງເລືອກຂຶ້ນລົດຄັນໜຶ່ງທີ່ມີປ້າຍບອກເສັ້ນທາງແລ່ນລົດວ່າ ວຽງຈັນ-ນາກາຍ ທະບຽນ 6139 ພໍຂີ່ລົດດັ່ງກ່າວຮອດທ່າແຂກ ແຂວງຄຳມ່ວນ ເວລາ 00:30 ນາທີ ແລ້ວເຈົ້າຂອງລົດໄດ້ປ່ຽນປ້າຍຈາກ ໄປນາກາຍ ມາເປັນ ທ່າແຂກ ແລະບໍ່ຍອມເດິນທາງຕໍ່ໄປຍັງນາກາຍ. ແລະບອກວ່າຜູ້ໂດຍສານ 3 ຄົນທີ່ຈະໄປເມືອງຍົມມະລາດ ແມ່ນບໍ່ສາມາດໄປສົ່ງໄດ້ ເນື່ອງຈາກວ່າມີຜູ້ໂດຍສານພຽງ 3 ຄົນ ບໍ່ກຸ້ມຄ່ານ້ຳມັນລົດ.

ໃນນາມສື່ກາງ ລາວໂພສຕ໌ ຍັງບໍ່ຂໍຢືນຢັນຢ່າງເປັນທາງການວ່າ ລົດເມຄັນດັ່ງກ່າວນັ້ນໄດ້ເປັນດັ່ງຄຳຮ້ອງຮຽນເຂົ້າມາຫຼືບໍ່ແຕ່ປະການໃດ ຈຶ່ງນຳສະເໜີຂ່າວນີ້ອອກສູ່ສັງຄົມ ແລະຫວັງໃຫ້ພາກສ່ວນສະມາຄົມລົດໂດຍສານ ກໍຄືພາກສ່ວນທີ່ກ່ຽວຂ້ອງໄດ້ກວດກາເບິ່ງຄວາມເປັນຈິງ ແລະຫາວິທີທາງແກ້ໄຂທີ່ເໝາະສົມຕື່ມອີກ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...