spot_img
Homeຂ່າວພາຍ​ໃນມາດຕະການສັ່ງຮື້ຖອນ ຮ້ານກິນດື່ມສິ່ງມຶນເມົາອອກຈາກເຂດ ມຊ ຍັງບໍ່ເກີດຜົນ

ມາດຕະການສັ່ງຮື້ຖອນ ຮ້ານກິນດື່ມສິ່ງມຶນເມົາອອກຈາກເຂດ ມຊ ຍັງບໍ່ເກີດຜົນ

Published on

ບັນດາຄູ-ອາຈານ ແລະ ປະຊາຊົນສະໜັບສະໜູນຕໍ່ມາດຕະການຂອງລັດຖະບານໃຫ້ຜູ້ປະກອບການທຸລະກິດຮ້ານກິນດື່ມສິ່ງມືນເມົາ ແລະ ສະຖານບັນເທີງຍົກຍ້າຍໜີອອກຈາກສະຖາບັນການສຶກສາເປັນການຮີບດ່ວນໂດຍສະເພາະເຂດທໍາອິດຢູ່ມະຫາວິທະຍາໄລແຫ່ງຊາດດົງໂດກ (ມຊ) ຂະນະທີ່ ສື່ມວນຊົນລົງໄປສໍາຫລວດຢູ່ອອ້ມມະຫາວິທະຍາໄລດັ່ງກ່າວນັ້ນພົບວ່າ ຍັງມີການເປີດຮ້ານກິນດື່ມສິ່ງມຶນເມົາ ແລະ ສະຖານບັນເທີງຢ່າງຟົດຟື້ນ.

ທ່ານ ຄຳຜັນ ສິດທະວົງ ຮອງອຳນວຍການສູນໄອທີ ມະຫາໄລແຫ່ງຊາດ ໄດ້ເປີດເຜີຍ ຕໍ່ນັກຂ່າວ ໃນວັນທີ 4 ພະຈິກ 2016 ນີ້ວ່າ: ຕາມຄວາມເປັນຈິງແລ້ວຢູ່ອອ້ມຂ້າງມະຫາວິທະຍາໄລນີ້ມີຮ້ານກິນດື່ມ ແລະ ສະຖານບັນເທີງຈໍານວນບໍ່ໜ້ອຍ ເຊິ່ງພວມກາຍເປັນສິ່ງຊັກຊວນ, ດຶງດູດໃຫ້ນັກຮຽນໃຈແຕກ ຫລື ໂຕນຫ້ອງຮຽນເພື່ອໄປສັງສັນໃນຍາມຊົ່ວໂມງຮຽນ ແລະ ຍາມຄ້ອຍແລງບໍ່ຕ່າງຫຍັງກັບນົກຍາງຂາວລົງກິນນໍ້າ ຖ້າເປັນໄປໄດ້ຢາກຮຽກຮ້ອງໃຫ້ລັດຖະບານພ້ອມອໍານາດການປົກຄອງທ້ອງຖິ່ນສັ່ງປິດ ແລະ ຊອກຫາບ່ອນຈັດສັນໃໝ່ຫ່າງຈາກສະຖານບັນເທີງ 1 ກິໂລແມັດ ເພາະມັນວົນແຊວ ແລະ ກະທົບຕໍ່ຜົນການຮ່ຳຮຽນ ຂອງ ນັກສຶກສາ. ຮອງອໍານວຍການສູນໄອທີຍັງຊີ້ແຈງອີກວ່າ: ຕົນເອງກ້າວເຂົ້າມາຢູ່ມະຫາໄລແຫ່ງຊາດນີ້ໄດ້ 52 ປີແລ້ວ ເຊິ່ງບັນດາຄູອາຈານກໍໄດ້ສະເໝີຂັ້ນເທີງທີ່ກ່ຽວຂ້ອງລົງມາແກ້ໄຂ ແຕ່ສະພາບດັ່ງກ່າວຍັງເປັນຊໍາເຮື້ອ ແລະ ຕົກເປັນຈັກເທື່ອ ໝາຍວ່າມີແຕ່ເວົ້າເລື້ອຍໆ ສຸດທ້າຍພາກສ່ວນທີ່ກ່ຽວ່ຂ້ອງ ບໍ່ປະຕິບັດໃຫ້ຂາດໂຕຢ່າງຊິ້ນເຊິງ ຢ່າງໃດກໍ່ດີ ໃນກໍລະນີແກ້ໄຂບໍ່ໄດ້ນັ້ນ ເມື່ອເບິ່ງໃນແງ່ມູມໜຶ່ງການຕັ້ງ ຮ້ານເຫົ້າ ຮ້ານເບຍ ແລະ ສະຖານບັນເທີງໄກ້ສະຖາບັນອາດກບໍ່ມີບັນຫາ ຖ້າ ກົດໝາຍມີການກຳນົດສິດຂອບເຂດທັງຜູ້ຊື້, ຜູ້ຂາຍ ແລະ ຜູ້ຜະລິດຄວນຖືກບັງຄັບຢ່າງລະອຽດແນວໃດ ເພາະວ່ານັກສຶກສາຈໍານວນໜຶ່ງສາມາດໄປກິນໄປດື່ມໄດ້ທຸກບ່ອນ ເຖິງແມ່ນຮ້ານກິດດື່ມ ແລະ ບັນເທີງຈະຍົກຍ້າຍໄປໄກກໍຕາມ.

ທ່ານ ນາງ ມຸກລະຄອນ ອາຈານສອນພາສາອັງກິດ ທີ່ຄະນະອັກສອນສາດ ຂອງມະຫາວິທະຍາໄລແຫ່ງຊາດ ໃຫ້ຄວາມເຫັນອີກວ່າ: ຖ້າເປັນໄປໄດ້ ຢາກໃຫ້ຂັ້ນເທິງຍ້າຍຮ້ານກິນດື່ມສິ່ງມຶນເມົາ ອອກຈາກມະຫາວິທະຍາໄລແຫ່ງຊາດໄວທີ່ສຸດ ເພາະວ່າ 4 ໂມງແລງ ນັກສຶກສາເລີກຮຽນແລ້ວ ມັກໄປນັ່ງຕາມຮ້ານດັ່ງກ່າວ ໂດຍໃສ່ຊຸດນັກຮຽນນັກສຶກສາເຕັມຮ້ານ ເຖິງແມ່ນວ່າມີລະບຽບການຢູ່ ມຊ ອອກມາແລ້ວ ແຕ່ຍັງບໍ່ທັນຈັດຕັ້ງປະຕິບັດເປັນຮູບປະທໍາເທື່ອ.

ນາງ ນອ້ຍ ນັກສຶກສາຢູ່ ຄະນະເສດຖະສາດປີທີ 4 ບອກໃຫ້ຮູ້ວ່າ ຂໍໃຫ້ຍ້າຍ ຮ້ານດັ່ງກ່າວອອກໂດຍໄວກໍດີ ເພາະວ່ານັກສຶກສາຢູ່ ຫໍພັກ ຊີເກມ 11- 12 ໂມງກາງຄືນ ກໍຍັງພາກັນ ອອກໄປຊື້ສິ່ງມຶນເມົາ ມາດື່ມພາຍໃນຫໍພັກຢູ່, ສ່ວນ ທ້າວ ຈໍ ນັກສຶກສາ ຄະນະເສດຖະສາດກໍໃຫ້ເຫດຜົນວ່າ ສາເຫດທີ່ພໍ່ຄ້າແມ່ ມາຕັ້ງຮ້ານກິນດື່ມໃກ້ສະຖາບັນການສຶກສານັ້ນ ຍ້ອນວ່າສະດວກສະບາຍ ໃນການໄປຊອກກິນຊອກດື່ມ ໂດຍສະເພາະພາຍຫລັງສອບເສັງ ແລະ ຂຽນບົດເພື່ອພົບປະສັງສັນກັບນັກຮຽນ ລວມທັງຄູອາຈານ.ແຕ່ແນວໃດກໍດີ ບັນດານັກສຶກສາຢືນຢັນວ່າ: ປັດຈຸບັນນີ້ ມີຮ້ານກິນດື່ມ, ຮ້ານບັນເທິງເປີດທັງກາງຄືນ ແລະ ກາງເວັນໃກ້ຫໍພັກນັກສຶກສາຊີເກມ ເຊິ່ງເຈົ້າໜ້າທີ່ພວມສັ່ງສັ່ງໃຫ້ຢຸດຕິການເຄື່ອນໄຫວຖາວອນ.

ທ່ານ ອິນທະພອນ ຫລວງຮັກສາ ຮອງນາຍບ້ານດົງໂດກໄດ້ກ່າວວ່າ: ປັດຈຸບັນນີ້ມີຫລາຍຮ້ານກິນດື່ມ ແລະ ສະຖານບັນເທີງ ເປີດໃຫ້ບໍລິການສົ່ງສຽງດັງລົບກວນປະຊາຊົນ ຢູ່ບໍລິເວນດັ່ງກ່າວ ບາງຄັ້ງນອນບໍ່ຫລັບເພາະມີຮ້ານເປີດຮອດ 1- 2 ໂມງກາງຄືນ ບາງຄັ້ງເຈົ້າໜ້າທີ່ກອງຫລອນບ້ານໄປບອກ ຫລື ຕັກເຕືອນຜູ້ປະກອບການມັກອ້າງໂຕວ່າລູກຫລານຜູ້ມີອໍານາດຄໍ້າຊູເບື້ອງຫລັງ ນັບທັງຮ້ານຄົນລາວ ແລະ ຮ້ານຄົນຫວຽດປົນເປກັນໄປ ເຊິ່ງບໍ່ສາມາດແກ້ໄຂໄດ້ຢ່າງຂາດໂຕ. ຍິ່ງໄປກວ່ານັ້ນ ອາທິດໜຶ່ງ ຜ່ານມານີ້, ທາງການຈັດຕັ້ງສົມທົບຂັ້ນບ້ານເພື່ອດັດແກ້ມ້າງກຸ່ມຜູ້ປະກອບການຮ້ານຂາຍເຫລົ້າເຖື່ອນ ແຕ່ບໍ່ສາມາດຈັບກຸມໄດ້

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...