spot_img
Homeນານາສາລະອາຫານທີ່ເພີ່ມຄໍລາເຈນ ໃຫ້ຜິວຂາວສົດໃສຂຶ້ນ

ອາຫານທີ່ເພີ່ມຄໍລາເຈນ ໃຫ້ຜິວຂາວສົດໃສຂຶ້ນ

Published on

ຄໍລາເຈນ ແມ່ນໂປຣຕີນເມຕຣິກນອກເຊວ ທີ່ບໍ່ສາມາດລະລາຍໃນນໍ້າໄດ້ ເຮັດໜ້າທີ່ຄ້າຍໆກາວ ທີ່ຢືດເກາະເຊວຜິວໜັງ ແລະກ້າມເນື້ອໃຫ້ແໜ້ນເຕັ່ງຕຶງ ແລະ 80% ຂອງເຊວຜິວໜັງໃນຮ່າງກາຍ ກໍຈະມີຄໍລາເຈນເປັນສ່ວນປະກອບ, ຖ້າຫາກເຮົາຫາກຂາດຄໍລາເຈນ ຈະເຮັດໃຫ້ຜິວເຮົາແຫ່ວແຫ້ງ, ດຳຄໍ້າ, ຜິວບໍ່ສົດໃສ

  1. ຖົ່ວເຫຼືອງ: ຜະລິດຕະພັນຈາກຖົ່ວເຫຼືອງຫຼາຍຊະນິດ ມີສານຕ້ານອະນຸມູນອິດສະລະ ທີ່ມີສ່ວນຊ່ວຍເສີມສ້າງຄໍລາເຈນ ໃຫ້ຜິວພັນເຕັ່ງຕຶງ ແລະຫຼຸດຮອຍຕີນຕາເທິງໃບໜ້າໄດ້ອີກ
  2. ຜັກໃບຂຽວ: ຜັກໃບຂຽວທຸກຊະນິດເຊັ່ນ: ຜັກກາດນາ, ຜັກສະລັດ, ຜັກຫົມ ແລະຜັກອື່ນໆອີກ ຈະມີສ່ວນໍຊ່ວຍຜະລິດຄໍລາເຈນໄດ້ຢ່າງດີ ແລະຕ້ານອະນຸມູນອິດສະຫຼະ
  3. ໝາກເລັ່ນ, ໝາກແຄລັອດ: ໄດ້ແກ່ ຈະມີໄລໂຄປີນສູງ ເຊິ່ງຈະຊ່ວຍກະຕຸ້ນການສ້າງຄໍລາເຈນໄດ້ດີທີ່ສຸດ ແລະຍັງຕ້ານອະນຸມູນອິດສະລະທີ່ເຮັດໃຫ້ຜິວແຫ່ວແຫ້ງຂອງເຊວຜິວໄດ້ດີ
  4. ວິຕາມິນຊີ: ບໍ່ວ່າຈະຢູ່ໃນໝາກກ້ຽງ, ໝາກນາວ, ໝາກສີດາ, ສະຕໍເບີລີ່ ແມ່ນມີວິຕາມິນຊີສູງ, ມີຄຸນປະໂຫຍດດີ ທີ່ຊ່ວຍກະຕຸ້ນຜະລິດຄໍລາເຈນ ແລະເຮັດໃຫ້ເຊວຜິວແຂງແຮງ
  5. ກົດໄຂມັນໂອເມກ້າ: ເພາະໂອເມກ້າເປັນແຫຼ່ງທີ່ສຳຄັນໃນການສ້າງຄໍລາເຈນຈາກທຳມະຊາດ, ເຮັດໃຫ້ເຊວຜິວແຂງແຮງ ບໍ່ຖືກທຳລາຍໂດຍງ່າຍ, ໂດຍສະເພາະໂອເມກ້າທີ່ຢູ່ນຳ ປາ, ອະໂວກາໂດ, ແກ່ນໝາກມ່ວງຫິມະພານ
  6. ໝາກແຕງກວາ: ແມ່ນຈະມີສານຊ່ວຍໃນການສ້າງຄໍລາເຈນ ແລະຍັງມີວິຕາມິນຊີສູງ ຈະຊ່ວຍຮັກສາລະດັບຄໍລາເຈນໃນຜິວໃຫ້ສູງຂຶ້ນ
  7. ຊ໋ອກໂກແລັດ: ມີການວິໄຈພົບວ່າ ບໍ່ມີຜົນອັນຕະລາຍ ແຕ່ຍັງຊ່ວຍບໍາລຸງຜິວ, ມີສານຕ້ານອະນຸມູນອິດສະລະ ແລະເສີມສ້າງຄໍລາເຈນ ແລະຫຼຸດລິ້ວລອຍກ່ອນໄວ
  8. ກະທຽມ: ເປັນສະໝຸນໄພຊະນິດໜຶ່ງ ທີ່ອຸດົມດ້ວຍຊັນເຟີ, ມີກົດໄລໂປອິກ ແລະກົດອະມິໂນທໍຣິນ ທີ່ເປັນໂຕຊ່ວຍໃນການສ້າງເສັ້ນໃຍຄໍລາເຈນທີ່ຖືກທຳລາຍ
  9. ໄຂ່: ເປັນແຫຼ່ງກົດອະມິໂນໂປລິນ ເຊິ່ງເປັນໂປຕີນ ທີ່ເປັນສ່ວນປະກອບສຳຄັນໃນການສ້າງເສັ້ນໃຍຄໍລາເຈນ, ການກິນໄຂ່ຈະເຮັດໃຫ້ຄໍລາເຈນໃຫ້ແຂງແຮງ ແລະເຮັດໃຫ້ເຮົາຂາວຂຶ້ນ
  10. ສາລີ: ມີກົດອະມິໂນໂປຣລີນສູງ, ຖ້າເຮົາກິນສາລີຕະຫຼອດຈະຊ່ວຍຢືດອາຍຸຄໍລາເຈນຍາວຂຶ້ນ
  11. ໝາກພ້າວ: ເຊິ່ງເປັນສ່ວນສຳຄັນໃນການສ້າງຄໍລາເຈນ ແລະອີລາສຕິນ ທີ່ເຮັດໃຫ້ຜິວກະຊັບ, ຫລຸດການເກີດລິ້ວລອຍ ເຮັດໃຫ້ຜິວພັນສົດໄສຂຶ້ນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...