spot_img
Homeຂ່າວຕ່າງປະເທດແມ່ເຖົ້າຄົນຟີລິບປິນ ໄດ້ສືບສານການສັກລາຍແບບຄ້ອນໜາມບູຮານຂອງປະເທດ

ແມ່ເຖົ້າຄົນຟີລິບປິນ ໄດ້ສືບສານການສັກລາຍແບບຄ້ອນໜາມບູຮານຂອງປະເທດ

Published on

ອີງຕາມການລາຍການຂອງສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 3​ ພະຈິກຜ່ານມາວ່າ ຢູ່ຈັງຫວັດຄາລິງກ້າ ປະເທດຟີລິບປິນ ມີຊ່າງສັກລາຍທີ່ເກົ່າແກ່ທີ່ສຸດໃນໂລກຄົນໜຶ່ງ ທີ່ໄດ້ສືບສານການສັກລາຍບູຮານ ດ້ວຍຄ້ອນໜາມ, ລາວມີຊື່ວ່າ “Whang-od” ອາຍຸ 97 ປີ ບໍ່ເຄີຍໄດ້ແຕ່ງງານ, ລາວໄດ້ຮຽນສັກແບບບູຮານ ຕອນອາຍຸໄດ້ 10 ປີ ລາວໄດ້ສັກລາຍໃຫ້ປະຊາຊົນພາຍໃນບ້ານມາແຕ່ນັ້ນມາ ຈົນຮອດປັດຈຸບັນ

ໂດຍວິທີການສັກຂອງລາວນັ້ນ ແມ່ນມີຄວາມເຈັບປວດກວ່າ ການສັກໃນແບບປັດຈຸບັນຮອດ 20 ເທື່ອ, ໃຊ້ຖ່ານ ແລະນໍ້າເພື່ອເປັນນໍ້າເມິກ, ຈາກນັ້ນໄດ້ໃຊ້ຄ້ອນ ແລະໜາມທີ່ແຫຼມຄົມ ແທງລົງໄປເທິງຜິວໜັງ ເຊິ່ງໃນແຕ່ລະປີຈະມີນັກທ່ອງທ່ຽວຫຼາຍຮ້ອຍຄົນ ໄດ້ເຂົ້າໄປທ່ອງທ່ຽວໃນໝູ່ບ້ານທີ່ຫ່າງໄກສອກຫຼີກນີ້ ເພື່ອສຳຜັດກັບສິລະປະການສັກລາຍແບບບູຮານຂອງລາວ

 

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...