spot_img
Homeຂ່າວການພັດທະນາເມືອງໂພນໄຊ ແຂວງຫຼວງພະບາງ ຈະມີນ້ຳປະປາດື່ມໄດ້ ບ່ອນທຳອິດໃນລາວ

ເມືອງໂພນໄຊ ແຂວງຫຼວງພະບາງ ຈະມີນ້ຳປະປາດື່ມໄດ້ ບ່ອນທຳອິດໃນລາວ

Published on

water-supply
(ພາບປະກອບຂ່າວ)

 

ເນື່ອງຈາກເມືອງໂພນໄຊເປັນ ເມືອງໜຶ່ງທີ່ຍັງນອນຢູ່ໃນເມືອງທຸກຍາກຂອງແຂວງຫຼວງພະບາງ,

ການນໍາຂັ້ນແຂວງແຕ່ລະຂະແໜງການ ຈິ່ງຕ້ອງຊ່ວຍກັນສຸມໃສ່ພັດທະນາດ້ານພື້ນຖານໂຄງລ່າງ

ຂອງເມືອງໃຫ້ເຂັ້ມແຂງ ໂດຍການຍາດແຍ່ງທຶນຊ່ວຍເຫຼືອຈາກປະເທດຝຣັ່ງ ເພື່ອສ້າງນໍ້າປະປາ

ທີ່ສາມາດດື່ມໄດ້ເລີຍໃນມູນຄ່າ 4 ແສນກວ່າເອີໂຣ, ຄາດຈະໄດ້ໃຊ້ຊົມໃຊ້ໃນໄວໆນີ້.

 

ທ່ານ ຟ້າສະນັ່ນ ທໍາມະວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ໃນນາມ

ເປັນຜູ້ຊີ້ນໍາໂຄງການກໍ່ສ້າງນໍ້າປະປາໄດ້ໃຫ້ສໍາພາດຕໍ່ສື່ຂ່າວເສດຖະກິດ-ສັງຄົມ ປະຈໍາແຂວງຫຼວງ

ພະບາງໃນວ່າງບໍ່ດົນນີ້ຮູ້ວ່າ: ເມືອງໂພນໄຊ ກໍາລັງກ້າວເຂົ້າສູ່ການພັດທະນາໄລຍະໃໝ່ທາງດ້ານພື້ນ

ຖານໂຄງລ່າງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນກໍາລັງກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນເຂົ້າຫາເມືອງ

ໂພນໄຊ ໄດ້ສໍາເລັດໄປແລ້ວ 80% ແລະ ໄດ້ຍາດແຍ່ງການລະດົມທຶນຊ່ວຍເຫຼືອຈາກປະເທດຝຣັ່ງ

ເພື່ອກໍ່ສ້າງນໍ້າປະປາທີ່ສາມາດດື່ມໄດ້ເລີຍ ມີແຫ່ງດຽວໃນປະເທດລາວ ຊຶ່ງໄດ້ເລີມກໍ່ສ້າງມາແຕ່ປີ

2013 ເປັນຕົ້ນມາ, ໃນມູນຄ່າ 4,1 ແສນກວ່າເອີໂຣ (ສະເພາະຫົວກັ່ນຕອງນໍ້າສາມາດດື່ມໄດ້), ສໍາລັບ

ທຶນການຕິດຕັ້ງເດີນທໍ່ເຂົ້າຫາເທສະບານ ແລະ ຕໍ່ເຂົ້າຫາແຕ່ລະຄອບຄົວ ລວມມູນຄ່າ 2 ແສນໂດລາ

ສະຫະລັດ, ແມ່ນທຶນສົມທົບຈາກກະຊວງໂຍທາທິການ ແລະ ຂົນສົ່ງສົມທົບກັບແຂວງຫຼວງພະບາງ

ຮັບຜິດຊອບຝ່າຍລະ 50%, ສໍາລັບຝ່າຍກະຊວງແມ່ນໄດ້ອະນຸມັດໃຫ້ແລ້ວ.

 

ມາຮອດປະຈຸບັນ ທ່ານ ຟ້າສະນັ່ນ ທຳມະວົງ ກ່າວວ່າ: ການກໍ່ສ້າງຕິດຕັ້ງ  ແລະ ເດີນທໍ່ຢູ່ພາຍໃນເທ

ສະບານເມືອງແມ່ນສໍາເລັດແລ້ວ ການເປີດນໍາໃຊ້ແມ່ນຍັງໄດ້ລໍຖ້າແຕ່ນັກວິຊາການຈາກປະເທດຝຣັ່ງ

ມາເຊື່ອມຕໍ່ລະບົບຫົວງານໃຫ້ສາມາດໃຊ້ງານໄດ້ ໂດຍຕ້ອງໄດ້ຕໍ່ຜ່ານລະບົບຄອມພີວເຕີເທົ່ານັ້ນ ແລະ

ຄາດວ່າຈະສາມາດເປີດໃຫ້ພໍ່ແມ່ປະຊາຊົນຊາວເມືອງໂພນໄຊ ໄດ້ຊົມໃຊ້ໃນໄວໆນີ້.

 

ສໍາລັບບໍລິມາດການຜະລິດບັນຈຸນໍ້າ ໄດ້ມື້ໜຶ່ງແມ່ນ 1000 ແມັດກ້ອນ, ຫາກທຽບໃສ່ຄວາມໜາແໜ້ນ

ຂອງປະຊາກອນພາຍໃນເທສະບານເມືອງໂພນໄຊ, ສໍາລັບບໍລິໂພກແມ່ນຈະສາມາດຕອບສະໜອງໄດ້

ພຽງພໍ ແລະ ຖ້າຫາກຕ້ອງໃຊ້ອາບ, ຊັກເຄື່ອງຂອງແມ່ນຈະບໍ່ພຽງພໍແນ່ນອນ ຈິ່ງຢາກຮຽກຮ້ອງໃຫ້ພໍ່

ແມ່ປະຊາຊົນຜູ້ຊົມໃຊ້ຈົ່ງຊ່ວຍກັນປະຢັດ ແຕ່ບັນຫານີ້ທາງແຂວງກໍຈະໄດ້ຊອກຫາວິທີອື່ນເສີມເຂົ້າມາ

ຕື່ມອີກເພື່ອແກ້ໄຂ ໃຫ້ເມືອງໂພນໄຊ ນັບມື້ໄດ້ຮັບການພັດທະນາໃຫ້ດີຂຶ້ນເທື່ອລະກ້າວ.

 

ແຫຼ່ງຂ່າວ: ໜັງສືພິມເສດຖະກິດ – ສັງຄົມ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...