spot_img
Homeຂ່າວຕ່າງປະເທດນາຍົກຍີ່ປຸ່ນ ປະກາດຊ່ວຍມຽນມາ 800 ຕື້ເຢນ ເພື່ອສົ່ງເສີມສັນຕິພາບ ແລະ ພັດທະນາປະເທດ

ນາຍົກຍີ່ປຸ່ນ ປະກາດຊ່ວຍມຽນມາ 800 ຕື້ເຢນ ເພື່ອສົ່ງເສີມສັນຕິພາບ ແລະ ພັດທະນາປະເທດ

Published on

ສຳນັກຂ່າວຣອຍເຕີ ລາຍງານໃນວັນທີ 3 ພະຈິກນີ້ວ່າ ທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ປະກາດທີ່ນະຄອນຫລວງໂຕກຽວວ່າ ຈະມອບເງິນກູ້ຊ່ວຍເຫລືອ ແລະ ລົງທຶນ ລວມມູນຄ່າ 800 ຕື້ເຢນ ຫລື ປະມານ 7.73 ຕື້ໂດລາ ໃຫ້ແກ່ມຽນມາ ພາຍໃນໄລຍະເວລາ 5 ປີຕໍ່ຈາກນີ້ ເພື່ອສົ່ງເສີມການສ້າງສັນຕິພາບ ແລະ ຄວາມພະຍາຍາມ ໃນການພັດທະນາປະເທດມຽນມາ ຫລັງຈາກທີ່ ທ່ານ ນາງ ອອງຊານຊູຈີ ໄດ້ເດີນທາງຢ້ຽມຢາມປະເທດຍີ່ປຸ່ນ ຢ່າງເປັນທາງການ ເປັນເວລາ 2 ວັນ.

ໃນຈຳນວນການຊ່ວຍເຫລືອຂອງຍີ່່ປຸ່ນຄັ້ງນີ້ ປະມານ 40 ຕື້ເຢນ ຈະຖືກຈັດສັນໄປສົ່ງເສີມຄວາມສຳພັນ ພາຍໃນພື້ນທີ່ອາໄສຂອງຊົນເຜົ່າສ່ວນນ້ອຍໃນມຽນມາ ທີ່ຍັງຄົງມີການປໍລະປັກກັນຢູ່, ສ່ວນຈຳນວນທີ່ຍັງເຫລືອ ຈະຖືກນຳໄປພັດທະນາໃນດ້ານຕ່າງໆເຊັ່ນ: ການກໍ່ສ້າງສະໜາມບິນ ແລະ ລະບົບໄຟຟ້າ ພາຍໃນປະເທດ.

 

 
/ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...