spot_img
Homeນານາສາລະ9 ພຶດຕິກໍາທີ່ເຮັດໃຫ້ “ໜ້າເອິກຍານ” ສະເພາະຜູ້ຍິງ

9 ພຶດຕິກໍາທີ່ເຮັດໃຫ້ “ໜ້າເອິກຍານ” ສະເພາະຜູ້ຍິງ

Published on

ບັນຫາໜ້າເອິກຍານ ຖ້າຫາກເກີດກັບສາວໆ ຈະເຮັດໃຫ້ຮູ້ສຶກບໍ່ໝັ້ນໃຈໃນໂຕເອງຫຼາຍທີ່ສຸດ ເຊິ່ງສາເຫດຂອງການເກີດກໍມີຫຼາຍສາເຫດ ຖ້າຫາກສາວໆທ່ານໃດຫາກບໍ່ຢາກໃຫ້ເກີດພຶດຕິກຳແບບນີ້ກໍຄວນຈະຫຼີກລຽງພຶດຕິກຳດັ່ງກ່າວນີ້

  1. ບໍ່ມັກນຸ່ງເສື້ອຊ້ອນ: ຫາກໃຜທີ່ບໍ່ມັກໃສ່ເສື້ອຊ້ອນນັ້ນມັກຈະເຮັດໃຫ້ໜ້າເອິກຍານໄດ້ງ່າຍທີ່ສຸດ ຖ້າຫາກຫຼີກລຽງໄດ້ແມ່ນດີ, ໃນເວລາທີ່ເຮົານອນຈຶ່ງບໍ່ໃສ່ ຫຼືໃສ່ແບບຫລວມໆຈະເປັນການດີທີ່ສຸດ
  2. ບໍ່ທາຄີມທາຜິວບໍລິເວນໜ້າເອິກ ແລະແຖວໄຫຼ່: ສາວໆບາງຄົນຄິດວ່າ ພື້ນທີ່ນີ້ບໍ່ໄດ້ອອກມາຖືກແສງແດດ ຈຶ່ງບໍ່ມັກທາຄີມບຳລຸງຜິວ , ຖ້າຫາກໃຜຫາກເຮັດແບບນີ້ຕະຫຼອດ ຈະເຮັດໃຫ້ຜິວແຫ້ງ ໜ້າເອິກກໍຈະຍານລົງເລື້ອຍໆ
  3. ກິນຢາຫຼຸດຄວາມອ້ວນ: ຄົນທີ່ກິນຢາຫຼຸດຄວາມອ້ວນ ຈະເຮັດໃຫ້ຮ່າງກາຍຂາດນໍ້າ ຜິວແຫ້ງ ນໍ້າໜັກຫຼຸດລົງ ແລ້ວກໍຈະສົ່ງຜົນຕໍ່ໜ້າເອິກ ແລະວິທີນີ້ກໍຈະເຮັດໃຫ້ແຫ່ວເລີຍ ບໍ່ກັບມາຄືເກົ່າໄດ້
  4. ມັກນອນຂວໍ້າ ນອນສະແຄງ: ການນອນຂວໍ້າ ນອນສະແຄງ ຈະເຮັດໃຫ້ເນື້ອທີ່ໜ້າເອິກຖືກທັບ ຖ້າຫາກເຮັດຕະຫຼອດເປັນເວລາດົນ ຈະເຮັດໃຫ້ໜ້າເອິກແຫ່ວ, ເຊິ່ງຄວນນອນໃຫ້ຖືກວິທີຈະດີກວ່າ
  5. ອົດອາຫານ: ການອົດອາຫານ ແລະຫຼຸດນໍ້າໜັກແບບໄວວາ ຈະເຮັດໃຫ້ນໍ້າໜັກຫຼຸດລົງທັນໃຈ ເຊິ່ງມັນບໍ່ສົ່ງຜົນດີຕໍ່ໜ້າເອິກ ຍິ່ງນໍ້າໜັກຫຼຸດລົງຫຼາຍເທົ່າໃດ ໜ້າອົກກໍຈະຢ່ອນລົງຫຼາຍ ເຊິ່ງຄວນຈະຄ່ອຍເປັນຄ່ອຍໄປ ຈະໄດ້ຫຸ່ນດີແບບທັນໃຈ
  6. ເວລາອອກກຳລັງກາຍບໍ່ມັກໃສ່ເສື້ອຊ້ອນສະເພາະ: ເພາະການອອກກຳລັງກາຍຈະເນັ້ນໃຫ້ເຮົາ ຕ້ອງໄດ້ຂະຫຍັບເຄື່ອນໄຫວໃນທ່າຍາກໆ ຫຼືມີແຮງກະທົບ ແຕ່ວິທີນີ້ກໍໄດ້ສ້າງແຮງສະເທືອນຕໍ່ໜ້າເອິກເຊັ່ນກັນ ເຊິ່ງຈະເຮັດໃຫ້ໜ້າເອິກແຫ່ວລົງໄດ້ເລື້ອຍໆ
  7. ໃສ່ເສື້ອຊ້ອນຫຼວມ ຫຼືນ້ອຍ: ສາວໆຫຼາຍຄົນມັກໃສ່ເສື້ອຊ້ອນທີ່ໃຫຍ່ເກີນໄປ ເພາະມັນສະບາຍດີ ແລະບາງຄົນກໍມັກໃສ່ໂຕທີ່ນ້ອຍ ເຊິ່ງການທີ່ນຸ່ງແບບນີ້ຖືວ່າຜິດ ເພາະມັນຈະເຮັດໃຫ້ບໍລິເວນໜ້າເອິກ ຖືກປ່ອຍໃຫ້ຍານ ແລະເສື້ອທີ່ນ້ອຍຈະເຮັດໃຫ້ຮັດຈົນເກີນໄປ ທາງທີ່ດີຄວນເລືອກໃສ່ໂຕທີ່ພໍດີຈະດີກວ່າ
  8. ການໃຫ້ນົມລູກ: ການໃຫ້ນົມລູກກໍເປັນອີກວິທີໜຶ່ງທີ່ເຮັດໃຫ້ໜ້າເອິກຍານ ແຕ່ເຮົາກໍມີວິທີແນະນຳໃຫ້ເຮັດຄື ເລືອກນຸ່ງເສື້ອຊ້ອນສຳລັບໃຫ້ນົມລູກໂດຍສະເພາະ ຫຼືບີບເອົານົມແມ່ໃສກວດແລ້ວໃຫ້ລູກກິນ ເພື່ອຊ່ວຍກະຊັບນົມໃຫ້ຢູ່ໃນສະພາບເດີມ
  9. ຜິວບໍລິເວນໜ້າເອິກຖືກແດດຫຼາຍເກີນໄປ: ໜ້າເອິກຫາກຖືກແດດຕະຫຼອດ ກໍຈະເຮັດໃຫ້ແຫ່ວໄດ້, ແຕ່ຖ້າຫາກຈຳເປັນຕ້ອງໄດ້ຖືກແດດກໍຄວນທາຄີມກັນແດດ ເພື່ອບໍ່ເຮັດໃຫ້ຜິວແຫ້ງຈົນເກີນໄປ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...