Home​ຂ່າວທ່ອງທ່ຽວດອນຄອນ-ດອນເດດ ເມືອງ ໂຂງ ແຂວງ ຈຳປາສັກ ສະຫວັນເທິງດິນຂອງຄົນມັກການເດີນທາງ

ດອນຄອນ-ດອນເດດ ເມືອງ ໂຂງ ແຂວງ ຈຳປາສັກ ສະຫວັນເທິງດິນຂອງຄົນມັກການເດີນທາງ

Published on

ທ່ອງທ່ຽວກັບລາວໂພສຕ໌ ວັນນີ້ ເຮົາມາທີ່ ດອນຄອນ-ດອນເດດ ເມືອງໂຂງ ແຂວງ ຈຳປາສັກ ເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມ, ໂດຍສະເພາະໃນກຸ່ມນັກທ່ອງທ່ຽວໄວໜຸ່ມຕ່າງປະເທດໃນລະຫວ່າງ 5-10 ປີຜ່ານມາ, ແຕ່ກ່ອນຢູ່ດອນ ແຫ່ງນີ້ບໍ່ມີກະແສໄຟຟ້າໃຊ້, ມີລັກສະນະແບບທໍາມະຊາດແບບດັ້ງເດີມ, ຈິ່ງເປັນທີ່ນິຍົມຂອງບັນດານັກທ່ອງທ່ຽວແບບພະຈົນໄພ, ປະຊາຊົນໃນຂົງເຂດນັ້ນໃຊ້ຊິວິດຕິດພັນກັບທຳມະຊາດຢ່າງແທ້ຈິງ, ນັກທ່ອງທ່ຽວບາງຄົນໄດ້ມາພັກເຊົາ ຢູ່ດອນຄອນ-ດອນເດດປະມານ 2-3 ມື້, ບາງຄົນອາໄສຢູ່ເປັນອາທິດ ຫຼື ຫຼາຍກວ່ານັ້ນຍ້ອນຕິດໃຈທຳມະຊາດກາງດອນອັນງຽບສະຫງົບ.

e9033083-21

 ດອນເດດຢູ່ທາງເໜືອດອນຄອນ ຢູ່ທາງໃຕ້ທັງສອງດອນເຕັມໄປດ້ວຍກິ່ນອາຍຂອງບ້ານເຮືອນເກົ່າສະໄໝອານານິຄົມຝຣັ່ງ, ມີຫາດຊາຍຫຼາຍແຫ່ງ, ເຮືອນພັກບັງກະໂລໄມ້ໄຜ່ລາຄາປະຫຍັດແບບທຳມະຊາດ, ມີສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈເຊັ່ນ: ທາງລົດໄຟເກົ່າ, ຊາກຫົວລົດໄຟ, ຂົວທີ່ສ້າງໃນສະໄໝຝຣັ່ງນ້ຳຕົກນ້ອຍໃຫຍ່ທີ່ມີເປັນຈຳນວນຫຼາຍ, ມີສິ່ງອຳນວຍຄວາມສະດວກກະຈາຍຢູ່ທົ່ວທັງດອນຖືເປັນສະຫວັນຂອງນັກທ່ອງທ່ຽວທີ່ຕ້ອງການມາພັກຜ່ອນກັບທຳມະຊາດທີ່ປະຕິເສດບໍ່ໄດ້.

image-14

ວິທີການໄປກ່ອນອື່ນທ່ານຕ້ອງ ໄປຮອດປາກເຊໂດຍທາງລົດ ຫຼື ທາງອາກາດກໍແລ້ວແຕ່ຕໍ່ມາໄປຫາຂີ່ລົດສອງແຖວບໍລິເວນຕະຫຼາດດາວເຮືອງມີລົດໄປນາກະສັງລາຄາປະມານ 3 ສິບພັນກີບຕໍ່ຄົນ (ແຕ່ໄປດອນໂຂງ 4 ສິບພັນກີບຕໍ່ຄົນ) ໄປຮອດນາກະສັງຕ້ອງໄດ້ຂີ່ເຮືອໄປດອນເດດ-ດອນຄອນຄ່າເຮືອປະ ມານ 10 ພັນກີບຕໍ່ຄົນ, ໃນດອນເດດ-ດອນຄອນມີຫ້ອງພັກລາຄາແຕ່ 3 ສິບພັນກີບ ຈົນຮອດໂຮງແຮມລາຄາ 2-3 ແສນກີບຕໍ່ຄືນຕໍ່ຄົນ.

dsc_0384

ຮູ້ແນວນີ້ຫາກບັນດາທ່ານມີແຜນທີ່ຈະໄປທ່ຽວບັນດາ 4 ແຂວງ ພາກໃຕ້ຂອງລາວ ກໍຢ່າງລືມໄປສຳຜັດກັບບັນຍາກາດອັນສຸດແສນ ບັນຍາຍໃນເຂດມະຫານະທີສີພັນດອນທີ່ເປັນເຂດເກາະດອນນ້ອຍໃຫຍ່ທີ່ຊ່າລືພືຜ້າເລື່ອງເລົ່າຂານຕຳນານພື້ນເມືອງລາວ, ນັບແຕ່ດອນ ພະກ່ຳເມືອງຈຳປາສັກຈົນຮອດຊຸມ ດອນທີ່ຕັ້ງຢູ່ຫົວຄັນເຫວຄອນພະເພັງ, ທີ່ມີຕຳນານພື້ນເມືອງມາຫຼາຍ ເຊັ່ນຄົນເປັນຕົ້ນ: ເລື່ອງດອນນາງໂລງ, ດອນນາງລອຍ, ເລື່ອງສອງບ່າວສາວລ່ອງເຮືອລົງຄອນພະເພັງຈົນຮອດດອນໄຊທີ່ເປັນສະຫວັນຂອງຜູ້ທີ່ຕ້ອງການມາພັກຜ່ອນໃນປະຈຸບັນ.

1281141759

1305091876 12484_4db81650701f2_big pakse-55 laos-south-7

e11413537-1

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...