Homeອຸບັດເຫດແລະປາກົດການຫຍໍ້ທໍ້ຈັບ 3 ຄົນຂາຍຢາບ້າ 10 ພັນກວ່າເມັດ

ຈັບ 3 ຄົນຂາຍຢາບ້າ 10 ພັນກວ່າເມັດ

Published on

ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະຕ້ານຢາເສບຕິດແຂວງສະຫວັນນະເຂດເຂົ້າຈັບກຸມຄ້າຂາຍຢາເສບ ຕິດໄດ້ 3 ຄົນ, ຍິງ 2 ຄົນ ພົບເຫັນຢາບ້າຈຳນວນ 5 ມັດ ກັບ 2 ຖົງ ເທົ່າກັບ 10.400 ເມັດ.
ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງກອງບັນຊາການ ປກສ ໃຫ້ຮູ້ວ່າ: ເວລາ 11:30 ໂມງ ຂອງ ວັນທີ 21 ຕຸລາ 2016 ທາງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະຕ້ານຢາເສບຕິດໄດ້ເຂົ້າມ້າງຄະດີຢູ່ ເຂດບ້ານ ອຸດົມວິໄລ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ ສາມາດກັກຕົວ ຜູ້ຖືກຫາໄດ້ຈຳນວນ 3 ຄົນຄື  ທ້າວ ຂັນທອງ (ຊຽງ) ອາຍຸ 25 ປີ ກຳມະກອນຢູ່ບ້ານດົງດຳດວນ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ, ນາງ ບຸນລອນ (ນາງ) ອາຍຸ 29 ປີ ອາຊີບເຮັດນາ ຢູ່ບ້ານນາພອງຕີ້ວ ເມືອງສອງຄອນ ແຂວງສະຫວັນນະເຂດ ແລະ ນາງ ແສງ ອາຍຸ 35 ປີ ອາຊີບເຮັດນາ ຢູ່ບ້ານນາພອງທ່າ ເມືອງສອງຄອນ ແຂວງສະຫວັນນະເຂດ.

ສຳລັບຂອງກາງທີ່ຢຶດມາໄດ້ຢາເສບຕິດປະເພດຢາບ້າຈຳນວນ 5 ມັດກັບ 2 ຖົງ ຫຼື ເທົ່າກັບ 10.400 ເມັດ, ໂທລະສັບມືຖືຈຳນວນ 3 ໜ່ວຍ, ລົດກະບະວີໂກ້ສີປອນທອງ ກຂ 2205 ສະຫວັນນະເຂດ 1 ຄັນ, ລົດຈັກຄິກໄອ 125 ຈຳນວນ 1 ຄັນ, ສາຍສ້ອຍສີເຫຼືອງຄ້າຍຄືຄຳຈຳນວນ 2 ເສັ້ນ, ແຫວນກ້ຽງສີເຫຼືອງຄ້າຍ ຄືຄຳຈຳນວນ 1 ວົງ.

ຜ່ານການສືບສວນ-ສອບສວນ ເບື້ອງຕົ້ນພວກກ່ຽວໄດ້ໃຫ້ການສະລະພາບວ່າ: ຢາເສບຕິດຈຳນວນດັ່ງກ່າວ ແມ່ນຊື້ມາເພື່ອຈຳໜ່າຍແທ້. ຊຶ່ງປະຈຸບັນ ທາງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະຕ້ານຢາເສບຕິດແຂວງຍັງ ດຳເນີນການສືບສວນ-ສອບສວນເພື່ອຂະຫຍາຍຜົນຕື່ມອີກ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...