spot_img
Homeຂ່າວເຫດການທາງ​ວັງ​ຊາຍ - ຊຳ​ເຄ້ - ບ້ານ​ໂຊກ​ນ້ອຍ ຍາວ 4 ກິ​ໂລແມັດ ສ້າງ 4 ປີ​ຍັງ​ບໍ່​ເຖິງ​ເຄິ່ງ

ທາງ​ວັງ​ຊາຍ – ຊຳ​ເຄ້ – ບ້ານ​ໂຊກ​ນ້ອຍ ຍາວ 4 ກິ​ໂລແມັດ ສ້າງ 4 ປີ​ຍັງ​ບໍ່​ເຖິງ​ເຄິ່ງ

Published on

Capture2

 

ເສັ້ນ­ທາງ​ຈາກ​ສາມ​ແຍ​ກວັງ​ຊາຍ – Œຊຳ​ເຄ້ Œ- ບ້ານ​ໂຊກ​ນ້ອຍ ເປັນ​ໂຄງ­ການ​ໜຶ່ງ​ທີ່​ແກ່­ຍາວ​ເວ­ລາ​ການ​ກໍ່­ສ້າງ

​ດົນ​ພໍ​ສົມ­ຄວນ ແລະ ກາຍ­ເປັນ​ທີ່​ຈົ່ມ​ວ່າ​ບໍ່​ໜ້ອຍ​ຈາກ​ປະ­ຊາ­ຊົນ​ຜູ້​ທຽວ​ທາງ ພາຍ­ຫຼັງ​ມີ​ບໍ­ລິ­ສັດ​ເຊັນ ສັນ­ຍາ​ຮັບ​

ເໝົາ​ມາ 4 ປີ​ກວ່າ ຮອດ​ຂະ­ນະ​ນີ້ ຄືບ​ໜ້າ​ບໍ່​ເຖິງ 30% ຍ້ອນ​ຄວາມ​ຫຍຸ້ງ­ຍາກ​ທາງ​ດ້ານການ​ເງິນ.

 

ທ່ານ ນາງ ວິ­ໄລ​ຄຳ ໂພ​ສາ​ລາດ ລັດຖະ​ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ໂຍ­ທາ​ທິການ ແລະ ຂົນ­ສົ່ງ ໄດ້​ໃຫ້​ຮູ້​ໃນ​ວັນ​ທີ 16

ກໍ­ລະ­ກົດ​ນີ້​ວ່າ: ໄລ­ຍະ​ທາງ​ດັ່ງ­ກ່າວ​ ເບື້ອງຕົ້ນ​ແມ່ນ​ມີ​ກຳ­ນົດ​ແຕ່​ສາມ​ແຍ​ກວັງ​ຊາຍ – Œຊຳ​ເຄ້Œ – ບ້ານ​ໂຊກ​ນ້ອຍŒ –

ທາງ 450 ປີŒ – ທາງ​ຫຼັກ 21 ລວມ​ຄວາມ​ຍາວ 7,73 ກິ­ໂລ­ແມັດ ໂດຍ​ແມ່ນ​ບໍ­ລິ­ສັດ​ສາມ​ປະ­ສານ​ເປັນ​ຜູ້​ຮັບ​ເໝົາ​ໃນ​

ມູນ​ຄ່າ​ກໍ່­ສ້າງ​ລວມ 93,7 ຕື້​ກີບ ຊຶ່ງ​ໄດ້​ເຊັນ​ສັນ­ຍາ​ກັບ​ພາກ​ລັດ​ໃນ​ວັນ​ທີ 20 ເມ­ສາ 2011 ຮອດ​ປະ­ຈຸ​ບັນ​ລວມ​ແລ້ວ

4 ປີ​ກວ່າ ໂຄງ­ການ​ນີ້ ທຳ​ອິດ​ອອກ​ແບບ​ເປັນ​ທາງ​ປູ­ຢາງ​ສອງ​ຊັ້ນ ແຕ່​ປ່ຽນ​ມາ​ເປັນ​ທາງ​ເບ​ຕົງ​ເສີມ​ເຫຼັກ ຍ້ອນ​ເປັນ

​ທາງ​ເວັ້ນ​ຕົວ​ເມືອງ, ເສັ້ນ­ທາງ​ຕັດ​ຜ່ານ​ທົ່ງ​ນາ, ເປັນ​ໜອງ​ບຶງ ແລະ ຈະ​ມີ​ລົດ​ບັນ­ທຸກ​ແລ່ນ​ຜ່ານ​ຫຼາຍ.  ແນວໃດ​ກໍ​

ຕາມ ຍ້ອນ​ບໍ­ລິ­ສັດ​ບໍ່​ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ໄດ້ ເພື່ອ​ແກ້​ໄຂບັນ­ຫາ ຄະ­ນະ​ຊີ້​ນຳ​ໂຄງ­ການ​ກໍ​ຄື​ພະ​ແນກ​ໂຍ

­ທາທິ​ການ ແລະ ຂົນ­ສົ່ງ ນະ­ຄອນ­ຫຼວງ​ວຽງ​ຈັນ​ ໄດ້​ຄົ້ນ­ຄວ້າ​ເປັນ​ເອ­ກະ​ພາບ​ແບ່ງ​ເສັ້ນທາງ​ນີ້ ອອກ​ເປັນ​ສອງ​ຊ່ວງ

ເພື່ອ​ເລືອກ​ເອົາ​ບໍ­ລິ­ສັດ​ທີ່​ມີ​ຄຸນ­ສົມ­ບັດ ແລະ ມີ​ຄວາມ​ພ້ອມເຂົ້າ​ມາ​ຊ່ວຍ.

 

ໃນ​ນີ້​ຊ່ວງ​ທີ 1 ແມ່ນ​ເລີ່ມ​ແຕ່ 3 ແຍກວັງ​ຊາຍ -Œ ຊຳ​ເຄ້ -Œ ບ້ານ​ໂຊກ​ນ້ອຍ ຍາວ 4 ກິ­ໂລ­ແມັດ ກວ້າງ 12 ແມັດ, ມີ​ລະ­ບົບ

​ລະ­ບາຍ​ນ້ຳ, ໄຟ​ເຍືອງ​ທາງ ແລະ ສິ່ງ​ປະ­ກອບ​ຂອງ​ທາງ​ຄົບ​ຊຸດ ມອບ​ໃຫ້​ບໍ​ລິສັດ​ສຸກ​ສະ​ດາ ກໍ່­ສ້າງ​ເປັນ​ຜູ້​ຮັບ​ເໝົາ ນັບ​

ແຕ່​ວັນ​ທີ 20 ທັນ­ວາ 2012 ຈາກ​ນັ້ນ ໄດ້​ມອບ​ໃຫ້​ບໍ­ລິ­ສັດ SM ແສງ​ຕາ­ເວັນກໍ່­ສ້າງŒຂົວ​ທາງ​ຮັບ​ຊ່ວງ​ຕໍ່ ແນວ­ໃດ​ກໍດີ ຈົນ​

ເຖິງ​ປະ­ຈຸ​ບັນໄລ­ຍະ​ທາງ​ດັ່ງ­ກ່າວ​ຄວາມ​ຄືບ​ໜ້າ​ໂດຍ​ລວມ ຢູ່​ທີ່ 27,99% ພາຍ­ຫຼັງ​ບໍ­ລິ­ສັດ​ໄດ້​ຢຸດ​ການ​ກໍ່­ສ້າງ​ໄວ້​ແຕ່​ເດືອນ

​ສິງ­ຫາ 2013 ຜ່ານ​ມາ ຊຶ່ງ​ຊ້າ​ກວ່າແຜນ­ການ 65%.

 

ທ່ານ​ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກ່າວ​ອີ​ກວ່າ: ທຸກ​ວັນ​ນີ້ ສະ­ພາບ​ເສັ້ນ­ທາງ​ແຕ່ 3 ແຍ​ກວັງ​ຊາຍ – Œຊຳ​ເຄ້ ຍັງ​ເລນ​ໜຶ່ງ​ບໍ​

ທັນ​ກໍ່­ສ້າງ ແລະ ແຕ່​ຊຳ​ເຄ້Œ – ໂຊກ​ນ້ອຍ ລວມ​ທັງ​ຂົວ​ເບ​ຕົງ​ໜຶ່ງ​ແຫ່ງ​ຍາວ 70 ແມັດ​ຍັງ​ບໍ່​ທັນໄດ້​ປະ­ຕິ­ບັດ​ ຍ້ອນ​ຂາດ­

ທຶນ​ໝຸນ​ວຽນ ເຊິ່ງບໍ­ລິ­ສັດ​ກຳ­ລັງ​ຊອກ​ແຫຼ່ງ​ທຶນ​ຢູ່.

 

ສຳ­ລັບ​ຊ່ວງ​ທີ 2 ໄດ້​ເຊັນ​ສັນ­ຍາ​ຕົ້ນ​ເດືອນ​ສິງ­ຫາ 2012 ມີ​ກຳ­ນົດ​ກໍ່­ສ້າງ 15 ເດືອນ ເສັ້ນ­ທາງ ເລີ່ມ​ແຕ່​ບ້ານ​ໂຊກ​ນ້ອຍ​ຫາ​

ທາງ 450 ປີ​ອອກ​ສູ່​ທາງ​ຫຼັກ 21 ຍາວ 3,73 ກິ­ໂລ­ແມັດ ທີ່​ບໍ­ລິ­ສັດ​ສາມປະ­ສານ​ເປັນ​ຜູ້​ຮັບ​ເໝົາ ແລະ ມອບ​ຕໍ່­ໃຫ້​ບໍ­ລິ­ສັດ​ຊີ

​ເອ​ຟ​ໂຊ​ລູ​ເຊັນ ຈຳ­ກັດ ດຳ­ເນີນ​ການມາ​ຮອດ​ປະ­ຈຸ​ບັນສຳ­ເລັດ​ແລ້ວ 88,43% ເຮັດ​ໃຫ້­ການ​ໄປŒມາ​ຜ່ານທາງ​ຍ່ານ​ນີ້ມີ​ຄວາມ

​ສະ­ດວກ​ດີ​ ຍັງ​ແຕ່​ການ​ປະ­ດັບ​ປະ­ດາ, ທ່ານ ນາງ ​ວິ­ໄລ​ຄຳ ໂພ​ສາ​ລາດ ກ່າວ.

 

ແຫຼ່ງຂ່າວ: ໜັງສືພິມເສດຖະກິດ – ສັງຄົມ

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...