Homeຍ້ອງຍໍຄົນດີເດັ່ນທຸງຊາດປະເທດລາວໄປປະກົດໃນເວທີລະດັບໂລກ ເປັນຄັ້ງທຳອິດໃນໂຄງການ "Quiz on Korea" (ມີວິດີໂອ)

ທຸງຊາດປະເທດລາວໄປປະກົດໃນເວທີລະດັບໂລກ ເປັນຄັ້ງທຳອິດໃນໂຄງການ “Quiz on Korea” (ມີວິດີໂອ)

Published on

ທຸງປະເທດລາວໄປປະກົດໃນເວທີລະດັບໂລກ ເປັນຄັ້ງທຳອິດໃນໂຄງການ “Quiz on Korea” ເຮັດໃຫ້ຫຼາຍປະເທດໄດ້ຮູ້ຈັກປະເທດລາວຫຼາຍຂື້ນຕື່ມ ຈາກຜູ້ເຂົ້າຮ່ວມ 21 ປະເທດ. ແຂ່ງຂັນກັນຢ່າງບໍ່ມີໃຜຍອມໃຜ ແລະ ຈົນຮອດຮອບສຸດທ້າຍ ຄັດເອົາພຽງ 4 ປະເທດ, ໃນນັ້ນມີປະເທດລາວນຳ ເຊິ່ງຕາງໜ້າຈາກນັກສຶກສາລາວທີ່ເຂົ້າໄປຮ່ວມໃນໂຄງການນີ້ມີຊື່ວ່າ ທ້າວ ພົມວິບຸດ ວັນຊະນະ ເຖິງແມ່ນວ່າ ຈະບໍ່ສາມາດຍາດໄດ້ທີ 1 ໃນການແຂ່ງຂັນມາຄອງ ແຕ່ກໍ່ສາມາດເຂົ້າໄປເຖິງຮອດສຸດທ້າຍ ແລະ ສາມາດສ້າງຄວາມພາກພູມໃຈໃຫ້ຄົນລາວທັງປະເທດ ພ້ອມຍັງສາມາດສະແດງສັກກະຍະພາບໃຫ້ຄົນທົ່ວໂລກໄດ້ເຫັນວ່າ ນັກສຶກສາລາວ ກໍ່ບໍ່ໜ້ອຍໜ້າຊາດໃດໃນໂລກນີ້.

1257

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...