spot_img
Homeຂ່າວພາຍ​ໃນກວດພົບໄມ້ຊຸກເຊື່ອງໃນເຮືອນພັກ ແລະເອົາດິນຖົມໃນບໍລິເວນໂຮງງານປຸງແຕ່ງໄມ້

ກວດພົບໄມ້ຊຸກເຊື່ອງໃນເຮືອນພັກ ແລະເອົາດິນຖົມໃນບໍລິເວນໂຮງງານປຸງແຕ່ງໄມ້

Published on

ອີງຕາມການລາຍງານຂ່າວຂອງໜັງສືພິມເສດຖະກິດ-ການຄ້າ ເມື່ອວັນທີ 26 ຕຸລາ 2016 ຜ່ານມາວ່າ  ເຈົ້າໜ້າທີ່ປ່າໄມ້ແຂວງສະຫວັນນະເຂດ ສົມທົບກັບຫ້ອງການກະສິກຳ ແລະປ່າໄມ້ ເມືອງ ທ່າປາງທອງ, ກອງບັນຊາການ ປກຊ- ປກສ ແລະອຳນາດການປົກຄອງ ບ້ານນາປ່າຊາດ ໄດ້ເຂົ້າກວດຄົ້ນ ໂຮງການປຸງແຕ່ງໄມ້ 9 ຈະເລີນຊັບ ຢູ່ບ້ານນາປ່າຊາດ ເມືອງທ່າປາງທອງ ໄດ້ກວດພົບເຫັນໄມ້ທີ່ຊຸກເຊື່ອງໄວ້ໃນເຮືອນພັກກຳມະກອນ ແລະໄມ້ທີ່ເອົາດິນຖົມໄວ້ໃນບໍລິເວນນັ້ນ ຈຳນວນ 6,983 ໂຕ ມີນໍ້າໜັກ 76,031 ກິໂລ, ໃນນັ້ນ ມີໄມ້ປະດົງ 5,712 ໂຕ ມີນໍ້າໜັກ 71,910 ກິໂລ, ໄມ້ກະຍູງ 1,268 ໂຕ ມີນໍ້າໜັກ 4,121 ກິໂລ, ໄມ້ດູ່ 03 ແຜ່ນ ບໍລິມາດ 0.438 ແມັດກ້ອນ

%e0%bb%84%e0%ba%a1%e0%bb%89

ຂ່າວ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...