spot_img
Homeຂ່າວພາຍ​ໃນສະມາຊິກສະພາແຫ່ງຊາດ ເປັນຫ່ວງນຳການໃຊ້ເງິນລົງທຶນຂອງລັດ

ສະມາຊິກສະພາແຫ່ງຊາດ ເປັນຫ່ວງນຳການໃຊ້ເງິນລົງທຶນຂອງລັດ

Published on

ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 25 ຕຸລານີ້ ເຊິ່ງເປັນມື້ທີສອງຂອງການດຳເນີນກອງປະຊຸມດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ, ເຊິ່ງເປັນວາລະຂອງການປະກອບຄໍາເຫັນຂອງສະມາຊິກສະພາແຫ່ງຊາດ (ສສຊ) ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາສົກປີ 2015-2016 ແລະ ແຜນການປະຈໍາປີ 2017, ຊຶ່ງພາຍຫລັງປະທານກອງປະຊຸມໄດ້ຍົກຄໍາຖາມເຈາະຈີ້ມໃຫ້ແກ່ ສສຊ ມີຄໍາເຫັນສຸ່ມໃສ່ບັນຫາສໍາຄັນຈໍານວນໜຶ່ງ ເປັນຕົ້ນ: ການລາຍງານແຜນພັດທະນາເສດຖະກິດ-ສັງຄົມສົກປີ 2015-2016 ຖືກຕ້ອງຕາມສະພາບຕົວຈິງແລ້ວບໍ ?, ວຽກງານຫລຸດຜ່ອນຄວາມທຸກຍາກ ແລະ ປະຕິບັດເປົ້າໝາຍສະຫັດສະວັດເພື່ອການພັດທະນາແມ່ນເຮັດໄດ້ແທດເໝາະກັບຄວາມເປັນຈິງແລ້ວບໍ່ ? ລວມເຖິງການນໍາໃຊ້ງົບປະມານເຂົ້າໃນການລົງທຶນຂອງລັດໃນໄລຍະຜ່ານມາເຫັນວ່າສອດຄ່ອງກັບສະພາບຕົວຈິງ ແລະ ມີປະສິດທິຜົນແລ້ວບໍ ? ແລະ ບັນຫາເຈາະຈີ້ມອື່ນໆ, ໂດຍ ສສຊ ສ່ວນຫລາຍຕ່າງສະແດງຄວາມຊົມເຊີຍລັດຖະບານໃນຄວາມພະຍາຍາມຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມໃຫ້ບັນລຸຕາມຄາດໝາຍວາງໄວ້, ໂດຍສະເພາະສືບຕໍ່ເຮັດໃຫ້ເສດຖະກິດມີການເຕີບໃຫຍ່ຂະຫຍາຍຕົວຕໍ່ເນື່ອງ, ວຽກງານການສຶກສາ, ສາທາລະນະສຸກ, ການແກ້ໄຂຄວາມທຸກຍາກ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການຍົກລະ ດັບດີຂຶ້ນເປັນລໍາດັບ, ແຕ່ຄຽງຄູ່ກັນນັ້ນກໍສັງເກດເຫັນວ່າມີບາງບັນຫາທີ່ຍັງເປັນຫວ່ງ ແລະ ຢາກໃຫ້ລັດຖະບານເອົາໃຈໃສ່ຕື່ມໃນຊຸມປີຕໍ່ໜ້າ, ດັ່ງທ່ານນາງ ບົວວັນ ທໍາມະວົງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 10 ແຂວງວຽງຈັນ ໄດ້ມີຄໍາເຫັນວ່າ: ປັດຈຸບັນເຫັນວ່າຂົງເຂດວັດທະນາທໍາ-ສັງຄົມຍັງໜ້າເປັນຫວ່ງຫລາຍ, ໂດຍສະເພາະວຽກງານສຶກສາ ແລະ ສາທາລະນະສຸກຍັງບໍ່ທັນໄດ້ຮັບການຂະຫຍາຍຕົວກວ້າງຂວາງເທົ່າທີ່ຄວນ, ໂຮງຮຽນອະນຸບານຍັງມີໜ້ອຍ, ໂຮງຮຽນປະຖົມ-ມັດທະຍົມຢູ່ເຂດຊົນນະບົດຫ່າງໄກສອກ ຫລີກບໍ່ໄດ້ມາດຕະຖານ, ສະພາບການປະລະການຮຽນຢູ່ຊົນນະບົດຍັງມີສູງ ຍ້ອນຫລາຍປັດໄຈທາງດ້ານເສດຖະກິດ, ຄອບຄົວຫຍຸ້ງຍາກຂາດເຂີນ ແລະ ຜູ້ປະລະການຮຽນສ່ວນຫລາຍແມ່ນເພດຍິງທີ່ຕ້ອງໄດ້ມາຊ່ວຍວຽກຄອບຄົວ ແລະ ຄຸນນະພາບຂອງການສຶກສາກໍຍັງບໍ່ສົມຄູ່ກັບລະດັບການຮຽນ, ສ່ວນວຽກສາທາລະນະສຸກກໍຍັງມີຄວາມທ້າທາຍເຊັ່ນກັນ ຄືຫລາຍທ້ອງຖິ່ນຍັງບໍ່ທັນມີ ນໍ້າສະອາດຊົມໃຊ້ຢ່າງທົ່ວເຖິງ, ການຂະຫຍາຍຕາໜ່າງສາທາລະນະສຸກ, ວຽກງານສຸຂະອານາໄມບໍ່ທັນກວ້າງ ຂວາງ ແລະ ມັກມີພະຍາດຕາມລະດູການຕ່າງໆ ເກີດຂຶ້ນ. ສະນັ້ນ ຕໍ່ບັນຫາດັ່ງກ່າວຈຶ່ງສະເໜີໃຫ້ລັດຖະບານໄດ້ຄົ້ນຄວ້າພິຈາລະ ນາເພື່ອຊອກຫາແຫລ່ງທຶນຈາກພາກລັດ, ອົງການຈັດຕັ້ງຕ່າງໆ ແລະ ທຸກພາກ ສ່ວນໃນສັງຄົມໄດ້ປະກອບສ່ວນຊຸກຍູ້ສົ່ງເສີມໃຫ້ວຽກງານການສຶກສາ ແລະ ສາ ທາລະນະສຸກໄດ້ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າກວ່າເກົ່າ.
ທ່ານ ຈັດຕະວາ ແກ້ວຄໍາເພັດ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ມີຄໍາເຫັນວ່າ: ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມສົກປີ 2015-2016 ເຫັນວ່າບໍ່ສາມາດບັນລຸຄາດໝາຍຫລາຍສົມຄວນຄື: ເບື້ອງຕົ້ນລັດຖະບານໄດ້ວາງຄາດໝາຍການເຕີບໂຕຂອງເສດຖະກິດໄວ້ໃນລະດັບ 7,5% ແຕ່ຜ່ານການປະຕິບັດຕົວຈິງໄດ້ພຽງແຕ່ 6,9% ຂອງ GDP.

ນອກຈາກນີ້ຍັງມີຈຸດສົນໃຈ  ແລະ ເປັນຫ່ວງຄື: ໂຄງປະກອບການລົງທຶນທັງໝົດໃນສົກປີດັ່ງກ່າວໄດ້ຄາດຄະເນເບື້ອງຕົ້ນ 34 ພັນກວ່າຕື້ກີບ, ແຕ່ການສະຫລຸບໃນແຜນປະຕິບັດຕົວຈິງເພີ່ມຂຶ້ນຫລາຍເຖິງ 41 ພັນຕື້ກີບ. ໃນນີ້ການລົງທຶນຂອງລັດມີປະມານ 6 ພັນກວ່າໂຄງການ ແຕ່ການຈັດຕັ້ງປະຕິບັດມີພຽງແຕ່ 4 ພັນກວ່າໂຄງການ ແລະ ຍັງເຫລືອ 2 ພັນກວ່າໂຄງການ, ຈຶ່ງຢາກໃຫ້ລັດຖະບານຊີ້ແຈງຕື່ມວ່າບັນດາໂຄງການທີ່ເຫລືອນີ້ຈະຈັດສັນຄືແນວ ໃດ?. ນອກຈາກນີ້ໂຄງການຊ່ວຍເຫລືອ-ກູ້ຢືມຂອງຕ່າງປະເທດໃນຈໍານວນ 350 ກວ່າໂຄງການ, ມີມູນຄ່າປະມານ 5 ພັນກວ່າຕື້ກີບ, ຜ່ານການຈັດຕັ້ງປະຕິບັດຕົວຈິງເຮັດໄດ້ພຽງແຕ່ 36% ຂອງແຜນປີ, ສະນັ້ນສ່ວນທີ່ເຫລືອຈະສືບຕໍ່ຈັດຕັ້ງປະຕິບັດໃນສົກປີ 2017 ຫລືບໍ່ ?. ສໍາລັບການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດທີ່ກະຊວງແຜນການ ແລະ ການລົງທຶນໄດ້ສະຫລຸບມີຈໍານວນ 1.200 ກວ່າໂຄງການມີມູນຄ່າປະມານ 25 ພັນກວ່າຕື້ກີບ, ເຊິ່ງເຫັນວ່າລື່ນແຜນການກໍານົດໄວ້, ແຕ່ໃນນີ້ຕົວເລກການລົງທຶນຂອງພາກ ສ່ວນດັ່ງກ່າວທີ່ຈະເປັນຖານລາຍຮັບໃໝ່ໃນປີຕໍ່ໄປກໍຍັງບໍ່ທັນມີການລະບຸໄວ້ລະອຽດຊັດເຈນ. ສ່ວນການຈັດສັນປ່ອຍສີນເຊື່ອຂອງທະນາຄານໃຫ້ບັນດາເປົ້າໝາຍບູລິມະສິດຂອງລັດຖະບານເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນກໍບໍ່ທັນເຮັດໄດ້ດີ ແລະ ທົ່ວເຖິງ.
ທ່ານ ສົມດີ ແກ້ວດາລາວິນ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 10 ແຂວງວຽງຈັນ ມີຄໍາເຫັນວ່າ: ໄລຍະຜ່ານມາ, ການຈັດສັນງົບປະມານໃສ່ການລົງທຶນຂອງລັດເຫັນວ່າມີຫລາຍສົມຄວນ, ແຕ່ຜົນໄດ້ຮັບເຫັນວ່າບໍ່ບັນລຸເປົ້າໝາຍ ໂດຍສະເພາະແມ່ນອັດຕາການເຕີບໂຕຂອງເສດຖະກິດ ແລະ ວຽກງານອື່ນໆ. ຈຶ່ງສະເໜີໃຫ້ລັດຖະບານໄດ້ຄົ້ນຄວ້າ, ພິຈາລະນາ ແລະ ກວດກາການລົງທຶນຂອງລັດໃນຕໍ່ໜ້າໃຫ້ເໝາະສົມກວ່າເກົ່າ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...