spot_img
Homeມູມໄອທີລາວເບຶ່ອບໍ່ກັບໜ້າຈໍໂທລະສັບນ້ອຍ? ຖ້າເບື່ອ Xiaomi Mi MIX ຕອບໂຈດໄດ້ແນ່ນອນກັບຂະໜາດຈໍ 6.4 ນິ້ວ ທີ່ກວມເຄື່ອງເຖິງ 91.3℅ 

ເບຶ່ອບໍ່ກັບໜ້າຈໍໂທລະສັບນ້ອຍ? ຖ້າເບື່ອ Xiaomi Mi MIX ຕອບໂຈດໄດ້ແນ່ນອນກັບຂະໜາດຈໍ 6.4 ນິ້ວ ທີ່ກວມເຄື່ອງເຖິງ 91.3℅ 

Published on


ກັບມາຕໍ່ກັນກັບການງານເປີດໂຕສະມາດໂຟນຈາກບໍລິສັດ Xiaomi ທີ່ຂ່າວກ່ອນໜ້ານີ້ເຮົາໄດ້ຂຽນກ່ຽວກັບ Mi Note 2 ໄປແລ້ວ, ແຕ່ວ່າຮອບນີ້ຖືວ່າເປັນລຸ້ນທີ່ມີການຈັດເຕັມໃນເລື່ອງຂອງຂະໜາດຈໍ ທີ່ກວມເອົາໂຕເຄື່ອງຫຼາຍສຸດໆນັ້ນກໍຄື: Mi MIX. ໂດຍລຸ້ນນີ້ເປັນຜົນງານການອອກແບບຂອງ Mr. Philippe Starck



ຈາກທີ່ເວົ້າໄປເບື້ອງຕົ້ນວ່າລຸ້ນນີ້ໜ້າຈໍນັ້ນຖືວ່າກວມເອົາໂຕເຄື່ອງຫຼາຍສຸດໆເຖິງ 91.3% ຈົນເຮັດໃຫ້ບໍ່ສາມາດວາງກ້ອງໜ້າໄວ້ດ້ານເທິງໄດ້ ໂດຍໄດ້ຍ້າຍມາໄວ້ມຸມຂວາລຸ່ມດ້ານໜ້າແທນ ເຊິ່ງໃຊ້ໂມດູນກ້ອງທີ່ມີຂະໜາດນ້ອຍກວ່າປົກກະຕິ 50℅, ໃນດ້ານຂອງເຊັນເຊີ້ proximity ກໍປ່ຽນມາເປັນເປັນເຊັນເຊີ້ ultrasonic ແບບພິເສດແທນ ແລະລຳໂພງກໍປ່ຽນມາເປັນແບບເຊຣາມິກເຊື່ອງໄວ້ໃນໂຕເຄື່ອງແທນ (Cantilever piezoelectric ceramic acoustic) 

ສຳລັບສະເປັກຂອງ Xiaomi Mi MIX ມີດັ່ງນີ້:

  • ສັດສ່ວນເຄື່ອງ: 158.8 x 81.9 mm x 7.9 ມມ
  • ນ້ຳໜັກ: 209 ກຣາມ
  • ໜ້າຈໍ: 6.4 ນິ້ວ (2040 x 1080 ພິກເຊວ), ອັດຕາສ່ວນ 17: 9, ຄວາມແຈ້ງ 500nits, ອັດຕາຄວາມຄົມຊັດ 1300: 1 ແລະຊ່ວງສີ NTSC 94%.
  • CPU: Snapdragon 821 64-bit 2.35GHz 
  • GPU: Adreno 530
  • RAM: 4GB DDR4 ແລະ 6GB DDR4
  • ROM: 128GB (UFS 2.0) ແລະ 256GB (UFS 2.0)
  • ລະບົບ: Android 6.0 (Marshmallow) ພ້ອມ MIUI 8
  • ຊິມ: Dual SIM (nano + nano)
  • ກ້ອງຫຼັງ: 16 ລ້ານພິກເຊວ ພ້ອມແຟລັດຄູ່ໂທນ LED, PDAF, f/2.0, ຖ່າຍວີດີໂອລະດັບ 4K
  • ກ້ອງໜ້າ: 5 ລ້ານພິກເຊວ
  • ເຊັນເຊີ້: ສະແກນນິ້ວມື
  • ພອຣ໌ດ: ຮູແຈັກ 3.5, USB Type-C
  • ການເຊື່ອມຕໍ່: 4G VoLTE , WiFi 802.11 ac (2.4/5 GHz) MU-MIMO, Bluetooth 4.2, GPS, NFC
  • ແບັດເຕີຣີ: 4400mAh ພ້ອມຮອງຮັບ Quick Charge 3.0

ສຳລັບ Xiaomi Mi MIX ແມ່ນມີພຽງສີດຳເທົ່ານັ້ນ. ເຊິ່ງຕອນນີ້ແມ່ນເລີ່ມເປີດໃຫ້ສັ່ງຈອງແລ້ວທີ່ປະເທດຈີນ ແລະຈະເລີ່ມວາງຈຳໜ່າຍໃນວັນທີ 4 ພະຈິກ. ສ່ວນລາຄາເປີດໂຕມີດັ່ງນີ້:

  •  Xiaomi Mi MIX ລຸ້ນ RAM 4GB + ROM 128GB ລາຄາ 3499 ຢວນ (4.200.000 ກີບ) 
  •  Xiaomi Mi MIX Special Edition ລຸ້ນເຄືອບຄຳພິເສດ 18K ກະຣັດ (ເຄືອບຂອບ, ກ້ອງຫຼັງ ແລະສະແກນນິ້ວມື) RAM 6GB + ROM 256GB ລາຄາ 3999 ຢວນ (4.800.000 ກີບ). 


ສຸດທ້າຍນີ້ຂໍປິດທ້າຍໄປດ້ວຍຮູບໂຕເຄື່ອງແທ້ໆຂອງ Mi MIX

    ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

    ທີ່ມາ:1,2

    ບົດຄວາມຫຼ້າສຸດ

    ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

    ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

    ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

    ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

    ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

    ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

    ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

    ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...