spot_img
Homeຂ່າວເຫດການປະທານປະເທດ ເດີນທາງຢ້ຽມຢາມ ແລະເຮັດວຽກຢູ່ຫຼວງພະບາງ

ປະທານປະເທດ ເດີນທາງຢ້ຽມຢາມ ແລະເຮັດວຽກຢູ່ຫຼວງພະບາງ

Published on

ໃນລະຫວ່າງວັນທີ 20-21 ຕຸລາ 2016 ຜ່ານມານີ້ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະໄດ້ເດີນທາງຢ້ຽມຢາມ ແລະເຮັດວຽກຢູ່ແຂວງຫຼວງພະບາງ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ ພ້ອມດ້ວຍຄະນະ ໃນນັ້ນ ທ່ານປະ ທານປະເທດໄດ້ໃຫ້ກຽດໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງ, ຢ້ຽມຢາມ ໂຄງການນ້ຳຄານ 3 ທັງລົງໃຫ້ກໍາລັງໃຈປະຊາຊົນຜູ້ໄດ້ຮັບຜົນກະທົບຈາກນ້ຳຖ້ວມຢູ່ເມືອງຊຽງເງິນອີກຈຳນວນໜຶ່ງ.

ໃນພິທີ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງໄດ້ສະແດງ ຄວາມຕ້ອນຮັບອັນອົບອຸ່ນຕໍ່ການມາ ຢ້ຽມຢາມ ແລະພົບປະໂອ້ລົມການນໍາ ຫຼັກແຫຼ່ງຂອງແຂວງໃນຄັ້ງນີ້ ຊຶ່ງໄດ້ສະ ແດງເຖິງຄວາມເປັນຫ່ວງເປັນໄຍຂອງ ພັກ-ລັດຖະບານກໍຄືໃນນາມສ່ວນຕົວຕໍ່ ການປົກປັກຮັກສາ ແລະສ້າງສາພັດທະນາແຂວງຫຼວງພະບາງ ພ້ອມນັ້ນກໍໄດ້ ລາຍງານສະພາບລວມຂອງການພັດທະນາແຂວງຫຼວງພະ ບາງໃຫ້ທ່ານປະທານປະເທດໄດ້ຮັບ ຊາບເປັນຕົ້ນແມ່ນການຜັນຂະຫຍາຍມະ ຕິ X, ແຜນ 8 ຂອງລັດຖະບານ, ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 7 ຂອງອົງຄະນະພັກແຂວງກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຫຼວງພະບາງໃນສົກປີ 2015-2016 ຜ່ານມາ ໂດຍລວມແລ້ວແຂວງຫຼວງພະ ບາງແມ່ນມີສະຖຽນລະພາບທາງດ້ານ ການເມືອງ, ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງ ຄົມໂດຍພື້ນຖານ, ເສດຖະກິດມີການຂະ ຫຍາຍຕົວຢ່າງຕໍ່ເນຶ່ອງ, ການຄ້າ, ການ ລົງທຶນ, ການທ່ອງທ່ຽວ ແລະການບໍລິ ການມີທ່ວງທ່າກ້າວຂຶ້ນ, ເສດຖະກິດມີ ການຂະຫຍາຍຕົວຢ່າງຕໍ່ເນື່ອງ 8,4% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນບັນ ລຸໄດ້ 6.033 ຕື້ກີບເດັ່ນກວ່າໝູ່ແມ່ນ ຂະແໜງບໍລິການກວມ 44,4% ຊຶ່ງເພີ່ມ ຂຶ້ນ 10,5% ສະເລ່ຍລາຍຮັບໃສ່ຫົວຄົນ ໄດ້ປະມານ 13,96 ລ້ານກີບຕໍ່ຄົນຕໍ່ປີ ເທົ່າກັບ 1.764 ໂດລາສະຫະລັດ, ທຽບ ໃສ່ປີຜ່ານມາໄດ້ເພີ້ມຂຶ້ນ 11,35%.

ໂອກາດດັ່ງກ່າວ ທ່ານ ບຸນຍັງ ວໍລະຈິດ ກໍໄດ້ໃຫ້ກຽດໂອ້ລົມ ຊຶ່ງກ່ອນອື່ນ ທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍຜົນສຳເລັດ ແລະຜົນງານທີ່ຄະນະບໍ ລິຫານຍາດໄດ້ໃນໄລຍະຜ່ານມາ ພ້ອມດຽວກັນນັ້ນຍັງໄດ້ເນັ້ນໜັກໃຫ້ພະນັກ ງານການນຳ, ພະນັກງານຫຼັກແຫຼ່ງທະ ຫານ, ຕໍາຫຼວດ ແລະປະຊາຊົນບັນດາເຜົ່າ ຊາວແຂວງຫຼວງພະບາງເປັນຕົ້ນແມ່ນ ວຽກງານການສຶກສາອົບຮົມການເມືອງ ນຳພາແນວຄິດໃຫ້ພະນັກງານສະມາ ຊິກພັກ ແລະປະຊາຊົນພາຍໃນແຂວງມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງ ກັນ ແລະກັນ ໂດຍການຫັນລົງກໍ່ສ້າງ ຮາກຖານການເມືອງເອົາພະນັກງານ ຂອງຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ລົງຊ່ວຍຂັ້ນເມືອງ ແລະຂັ້ນເມືອງລົງ ຊ່ວຍຂັ້ນບ້ານເພຶ່ອນຳພາປະຊາຊົນໃນ ແຕ່ລະທ້ອງຖິ່ນຫັນປ່ຽນອາຊີບການຖາງປ່າເຮັດໄຮ່ແບບເລື່ອນລອຍມາເປັນອາຊີບປູກຝັງ-ລ້ຽງສັດ ແລະບໍລິການຄ້າ ຂາຍເພຶ່ອແກ້ໄຂຄວາມທຸກຍາກຂອງປະ ຊາຊົນບັນດາເຜົ່າໃຫ້ດີຂຶ້ນເທື່ອລະກ້າວ.

ໃນວັນທີ 21 ຕຸລາທ່ານປະທານປະເທດຍັງໄດ້ເດີນທາງໄປຢ້ຽມຢາມໂຄງ ການກໍ່ສ້າງເຂື່ອນໄຟຟ້ານໍ້າຄານ 3 ແລະ ລົງໄປເບິ່ງບ້ານທີ່ຖືກຜົນກະທົບໄພພິບັດເມືອງຊຽງເງິນໄດ້ມອບເຄື່ອງນຸ່ງ, ເຄື່ອງ ໃຊ້ຄົວເຮືອນມູນຄ່າ 43,1 ລ້ານກີບ ແລະ  ເງິນສົດ 100 ລ້ານກີບ ໃຫ້ແກ່ທ່ານ ສາຍສະໝອນ ທິດາກອນ ເຈົ້າເມືອງຊຽງໆ ເງິນ ເພື່ອນຳໄປຊ່ວຍເຫຼືອຜູ້ຖືກຜົນກະ ທົບຈາກໄພນ້ຳຖ້ວມຢູ່ເມືອງຊຽງເງິນ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)