spot_img
Homeຂ່າວພາຍ​ໃນສ.ເກົາຫລີ ເປີດຮັບແຮງງານລາວ ປີລະ 500 ຄົນ ກະຊວງແຮງງານຯ ກຽມເປີດສອບເສັງຄັດເລືອກ!

ສ.ເກົາຫລີ ເປີດຮັບແຮງງານລາວ ປີລະ 500 ຄົນ ກະຊວງແຮງງານຯ ກຽມເປີດສອບເສັງຄັດເລືອກ!

Published on

ພາຍຫລັງສູນບໍລິການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການບໍລິການ ພັດທະນາຊັບພະຍາກອນມະນຸດ ສ.ເກົາຫລີ ໄດ້ຮ່ວມລົງນາມ ໃນວັນທີ 17 ຕຸລານີ້ ທີ່ນະຄອນຫລວງວຽງຈັນ ເພື່ອກະກຽມໃນການຮັບເອົາ ແລະ ສົ່ງແຮງງານລາວໄປຍັງ ສ.ເກົາຫລີ ໂດຍຝ່າຍລາວ ຈະເລີ່ມໂຄສະນາປະຊາສຳພັນ, ຕິດຕັ້ງອຸປະກອນການສອບເສັງ, ແຕ່ງຕັ້ງຄະນະກຳມະການສອບເສັງ ແລະ ອື່ນໆ ເພື່ອຮີບຮ້ອນເອົາແຮງງານລາວ ປີລະ 500 ຄົນ ໄປເຮັດວຽກຢູ່ ສ.ເກົາຫລີ ນັບແຕ່ທ້າຍປີ 2017 ເປັນຕົ້ນໄປ.

ຜູ້ອຳນວຍການສູນບໍລິການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ ແລະ ປະທານອົງການບໍລິການພັດທະນາຊັບພະຍາກອນມະນຸດ ແຫ່ງ ສ.ເກົາຫລີ ໄດ້ຮ່ວມຖະແຫລງຂ່າວໃນວັນ 18 ຕຸລານີ້ວ່າ: ສ.ເກົາຫລີ ອະນຸຍາດການຮັບເອົາແຮງງານຕ່າງຊາດ ເຂົ້າມາເຮັດວຽກໃນປະເທດຂອງຕົນ ໂດຍເລັ່ງໃສ່ກຸ່ມແຮງງານ ທີ່ບໍ່ມີການພັດທະນາສີມືແຮງງານ ພາຍໃຕ້ລະບົບ EPS ໃນຂະແໜງກະສິກຳ ເຊິ່ງເປັນຂະແໜງທີ່ຂາດເຂີນດ້ານແຮງງານ ຍ້ອນຄົນໃນທ້ອງຖິ່ນ ບໍ່ນິຍົມເຮັດວຽກໃນຂະແໜງດັ່ງກ່າວ. ສຳລັບການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ ສ.ເກົາຫລີ ນີ້ ຈະໄດ້ເລີ່ມຈັດຕັ້ງປະຕິບັດແຕ່ນີ້ເປັນຕົ້ນໄປ ຈະໄດ້ມີການລົງທະບຽນຮັບສະໝັກ ແລະ ລົງທະບຽນຢູ່ ສູນບໍລິການຈັດຫາງານ ທີ່ບ້ານນາຄຳ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ສ່ວນລາຍລະອຽດ ຈະມີພະນັກງານຂອງສູນ ຄອຍແນະນຳທຸກຂັ້ນຕອນ ແລະ ຈະຈັດສົ່ງແຮງງານລາວ ໃຫ້ໄປເຖິງ ສ.ເກົາຫລີ ໃນທ້າຍປີ 2017 ຢ່າງແນ່ນອນ.

ລັດຖະບານເກົາຫລີ ໄດ້ກຳນົດໃຫ້ມີກົດໝາຍ ເພື່ອການຈ້າງແຮງງານຕ່າງຊາດ ແລະ ຕົກລົງເຮັດສັນຍາ ລະຫວ່າງປະເທດ ທີ່ຈະສົ່ງອອກ ແລະ ນຳເຂົ້າແຮງງານກັບປະເທດເກົາຫລີ ພາຍໃຕ້ບົດບັນທຶກຄວາມເຂົ້າໃຈ, ໂດຍຫວັງວ່າ ລະບົບການຈ້າງງານນີ້ ຈະຊ່ວຍແກ້ໄຂບັນຫາການເອົາປຽບ ຂອງບັນດານາຍໜ້າຄ້າແຮງງານອີກດ້ວຍ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...