spot_img
HomeມູມໄອທີລາວHuawei ເປີດໂຕ Honor 6X ໂທລະສັບກ້ອງຄູ່ມາພ້ອມ Kirin 655, Android 6.0 ດ້ວຍລາຄາເລີ່ມຕົ້ນພຽງ 1.200.000 ກີບ

Huawei ເປີດໂຕ Honor 6X ໂທລະສັບກ້ອງຄູ່ມາພ້ອມ Kirin 655, Android 6.0 ດ້ວຍລາຄາເລີ່ມຕົ້ນພຽງ 1.200.000 ກີບ

Published on

ຫຼ້າສຸດນີ້ບໍລິສັດ ​Huawei ໄດ້ເປີດໂຕສະມາດໂຟນລຸ້ນໃໝ່ຫຼ້າສຸດຈາກແບຣນລູກຂອງບໍລິສັດນັ້ນກໍຄື: Honor 6X. ເຊິ່ງລຸ້ນດັ່ງກ່າວນີ້ແມ່ນຊູຈຸດເດັ່ນໃນເລື່ອງຂອງກ້ອງຫຼັງທີ່ເປັນກ້ອງເລນຄູ່ນັ້ນເອງ, ນອກຈາກນີ້ໂຕເຄຶ່ອງແມ່ນເຮັດດ້ວຍວັດສະດຸໂລຫະໝົດໂຕ, ໂດຍຖືເປັນໂທລະສັບອີກລຸ້ນໜຶ່ງທີ່ຈະເຂົ້າມາຈັບຕະຫຼາດສະມາດໂຟນລະດັບກາງນຳ.  

ສຳລັບລາຍລະອຽດສະເປັກຂອງ Honor 6X ມີດັ່ງນີ້:

  • ສັດສ່ວນເຄື່ອງ: 150.9×72.6×8.2 ມມ
  • ນ້ຳໜັກ: 162 ກຣາມ
  • ໜ້າຈໍ: IPS ຂະໜາດ 5.5 ນິ້ວ, FullHD (1080 x 1920 ພິກເຊວ) ແລະເປັນຈໍໂຄ້ງ 2.5D 
  • CPU: Octa-core Kirin 655 ( 4 x 2.1GHz + 4 x 1.7GHz), 16 ນມ
  • GPU: Mali T830-MP2
  • RAM: 3GB / 4GB LPDDR3 
  • ROM: 32GB (eMMC 5.1) / 64GB (eMMC 5.1) ເພີ່ມ microSD ໄດ້ 128GB
  • ຊິມ: ຮອງຮັບ 2 ຊິມ ແບບ Hybrid Dual SIM (nano+ nano/microSD)
  • ລະບົບ: Android 6.0 (Marshmallow) ພ້ອມ EMUI 4.1
  • ກ້ອງຫຼັງຄູ່: 12 ລ້ານພິກເຊວພ້ອມແຟລັດ LED, ເລນ 6P, ຂະໜາດພິກເຊວ 1.25um, PDAF ແລະ 2 ລ້ານພິກເຊວ
  • ກ້ອງໜ້າ: 8 ລ້ານພິກເຊວ
  • ເຊັນເຊີ້: ສະແກນນິ້ວມື
  • ການເຊື່ອມຕໍ່: 4G VoLTE, WiFi 802.11 b/g/n, Bluetooth 4.1, GPS
  • ແບັດເຕີຣີ: 3340mAh ພ້ອມຮອງຮັບລະບົບສາກໄວ

ສຳລັບ Honor 6X ແມ່ນມີ 5 ສີໃຫ້ເລືອກຄື: ສີຄຳ, ສີເງິນ, ສີເທົາ, ສີຟ້າ ແລະສີຄຳກຸຫຼາບ. ໃນສ່ວນລາຄາໂຕເຄື່ອງມີດັ່ງນີ້:

  • Honor 6X ລຸ້ນ RAM 3GB + ROM 32GB ລາຄາ 999 ຢວນ (1.200.000 ກີບ)
  • Honor 6X ລຸ້ນ RAM 4GB + ROM 32GB ລາຄາ 1299 ຢວນ (1.570.000 ກີບ)
  • Honor 6X ລຸ້ນ RAM 4GB + ROM 64GB ລາຄາ 1599 ຢວນ (1.930.000 ກີບ)

ເຊິ່ງເລີ່ມເປີດໃຫ້ສັ່ງຈອງກັນແລ້ວຕັ້ງແຕ່ມື້ນີ້ເປັນຕົ້ນໄປທີ່ປະເທດຈີນ ແລະຈະເລີ່ມວາງຈຳໜ່າຍໃນວັນທີ 25 ຕຸລານີ້. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: fonearena

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...