spot_img
Homeຂ່າວການພັດທະນາລາວລົງນາມຮ່ວມມື ກຽມຈັດສົ່ງແຮງງານ ໄປເຮັດວຽກຢູ່ ສ. ເກົາຫລີ

ລາວລົງນາມຮ່ວມມື ກຽມຈັດສົ່ງແຮງງານ ໄປເຮັດວຽກຢູ່ ສ. ເກົາຫລີ

Published on

ຂປລ. ​ເພື່​ອ​ເປັນ​ການ​ສ້າງ​ທາງ​ເລືອກ​ໃໝ່​ໃຫ້​ແກ່​ແຮງ​ງານ​ລາວ ​​ໃຫ້​​ມີ​ວຽກ​ເຮັດ​ງານ​ທຳ ​ແລະ ການ​ພັດທະນາ​ສີມື​ແຮງ​ງານຫລາຍຂຶ້ນ, ​ໃນ​ວັນ​ທີ 17 ຕຸລາ 2016, ທ່ານ ຄຳ​ແສນ ​ໄຊ​ຍະ​ວົງ ຜູ້ອຳນວຍການ​ ສູນ​ບໍລິການ​ຈັດ​ຫາ​ງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ​ ສປປ ລາວ ​ແລະ ທ່ານ Park Young Bum ປະທານ​ອົງ​ການ​ບໍລິການ​ ພັດທະນາ​ຊັບພະຍາກອນ​ມະນຸດ ​ແຫ່ງ ສ. ​ເກົາຫລີ ​ໄດ​້ມີ​ການ​ລົງ​ນາມ​ຂໍ້​ຕົກລົງຮ່ວມມື ​ວ່າ​ດດ້ວຍ​ການຈັດ​ສົ່ງ​ແຮງ​ງານ​ລາວ ​ໄປ​ເຮັດ​ວຽກ ຢູ່ ສ. ​ເກົາຫລີ ຕາມ​ລະບົບ Employment Permit System (EPS) ເຊິ່ງ​ເປັນ​ລະບົບ​ທີ່​ໄດ້​ຄຸນ​ນະພາ​ບສູງ ຮັບ​ປະກັນ​ຄວາມ​ໂປ່​ງ​ໃສ.

ການຮ່ວມມືຈັດ​ຫາ​ງານ​ໄປ​ເຮັດ​ວຽກ​ຢູ່ ສ. ​ເກົາຫລີ ຕາມ​ລະບົບ EPS ຄັ້ງນີ້​, ອົງການ​ບໍລິການ​ພັດທະນາ​ຊັບພະຍາກອນ​ມະນຸ​ດ ຂອງ​ ສ.​ ເກົາຫລີ ຈະ​ເຮັດ​ວຽກ​ຢ່າງ​ເຂັ້ມ​ງວດ ​ແລະ ​ໃກ້​ຊິດ​ກັບສູນ​ບໍລິການ​ຈັດ​ຫາ​ງານ​ຂອງ​ລາວ. ພ້ອມ​ດຽວ​ກັນ​ນີ້ ການຈັດ​ຫາ​ງານ​ລະບົບ​ດັ່ງກ່າວ ຍັງ​ເປັນ​ທາງ​ເລືອກ​ທີ່​ດີໃຫ້​ແກ່​ແຮງ​ງານ​ລາວ ​ເພາະວ່າ​ລາຍ​ຮັບ​ທີ່​ແຮງ​ງານ​ຈະ​ໄດ້​ນັ້ນແມ່ນສົມເຫດ​ສົມ​ຜົນ ​ແລະ ຍັງ​ເປັນ​ການ​ພັດ​ທະ​ນາ​ສີມື​ແຮງ​ງານ​ລາວ ພ້ອມ​ທັງ​ເກັບ​ກ່ຽວ ​ປະສົບ​ການ​ເພື່ອ​ທີ່​ຈະ​ກັບ​ມາ​ພັດທະນາ ​ເສດຖະກິດ-ສັງຄົມ ຂອງ​ ສປປ ລາວ ນໍາ​ອີກ.

ໃນ​ໄລຍະ​ຜ່ານ​ມາ ການ​ເຄື່ອນ​ຍ້າຍ​ໄປ​ຕ່າງປະ​ເທດ​ຂອງ​ແຮງ​ງານ​ລາວ​ ສ່ວນ​ໃຫຍ່ແມ່ນ​ໄປແ​ບບຜິດ​ກົດໝາຍ ​ໂດຍ​ອາ​ໃສ​ພຽງ​ແຕ່​ປັດ​ສະ​ປອດ ຫລື ບໍ່​ມີ​ເອກະສານ​ໃດໆ​ເລີຍ. ອີງ​ຕາມ​ການ​ລາຍ​ງານ​ຂອງ​ກົມ​ການຈັດ​ຫາ​ງານ ກະຊວງ​ແຮງ​ງານ​ໄທ ມີ​ຈຳນວນ​ແຮງ​ງານ​ລາວ ທີ່​ເຮັດ​ວຽກ​ແບບ​ຜິດ​ກົດໝາຍ​ຢູ່ຣາຊະ​ອານາຈັກ​ໄທ ຫລາຍ​ກວ່າ 222.839 ຄົນ ສົກ​ປີ 2015-2016, ​ແຮງ​ງານ​ທີ່​ໄປ​ເຮັດ​ວຽກ​ແບບ​ຜິດ​ກົດໝາຍ​ເຫລົ່າ​ນັ້ນ ​ແມ່ນ​ມີ​ຄວາມ​ສ່ຽງ​ສູງ​ ຕໍ່​ກັບ​ການ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະນຸດ ​ແລະ ການ​ກົດ​ຂີ່​ຂູດ​ຮີດ​ແຮ​ງງານ. ພ້ອມ​ດຽວ​ກັນ​ນັ້ນ ​ວຽກ​ທີ່​ເຮັດ​ຢູ່​ນັ້ນ ກໍ​ເປັນ​ວຽກ​ທີ່​ບໍ່ມີ​ການ​ພັດທະນາ​ສີມື​ແຮງ​ງານ ຫລື ​ເປັນ​ວຽກ​ທີ່​ບໍ່​ໄດ້​ນຳ​ໃຊ້ທັກ​ສະ​ສູ​ງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...