spot_img
Homeນານາສາລະປະໂຫຍດຂອງໄຂ່ ທີ່ຫຼາຍຄົນບໍ່ຮູ້

ປະໂຫຍດຂອງໄຂ່ ທີ່ຫຼາຍຄົນບໍ່ຮູ້

Published on

ໄຂ່ ເປັນແຫຼ່ງອາຫານທີ່ສຳຄັນ ທີ່ທຸກຄົນຄວນກິນ ເພາະມີປະໂຫຍຫຼາຍຢ່າງ ທີ່ຊ່ວຍບຳລຸງຮ່າງກາຍ, ເປັນອາຫານທີ່ທຸກຄົນມັກຊື້ມາໄວ້ໃນຄົວ ເພາະເປັນອາຫານທີ່ເຮັດງ່າຍ, ກິນໄດ້ທຸກເພດໄວ ແລະມີປະໂຫຍດ 15 ຂໍ້ດັ່ງນີ້:

  1. ໄຂ່ມີວິຕາມິນຫຼາຍຊະນິດ ແລະແຮ່ທາດຫຼາຍຊະນິດ
  2. ໄຂ່ຊ່ວຍຫຼຸດຄວາມດັນເລືອດສູງໄດ້
  3. ເປັນແຫຼ່ງໂປຣຕີນທີ່ີດີ ເໝາະກັບຄົນທີ່ກິນຊີ້ນສັດບໍ່ໄດ້
  4. ໄຂ່ມີໂອເມກ້າ 3 ເຊິ່ງເປັນໄຂມັນທີ່ຈຳເປັນສຳລັບຮ່າງກາຍ ແລະຍັງຊ່ວຍບຳລຸງຫົວໃຈໃຫ້ແຂງແຮງ
  5. ອຸດົມດ້ວຍກົດອະມິໂນທີ່ສຳຄັນ, ເປັນອາຫານທີ່ດີສຳລັບສຸຂະພາບຮ່າງກາຍ
  6. ບຳລຸງສະໝອງ ແລະລະບົບປະສາດ ເພາະມີໂຄລີນເປັນສ່ວນປະກອບຂອງເຍື້ອຫຸ້ມເຊວ, ເຍື້ອຫຸ້ມສະໝອງ ເຮັດໃຫ້ສະໝອງ ແລະລະບົບປະສາດແຂງແຮງ
  7. ມີສານລູທີນ ແລະຊີແຊນທີນ ເຊິ່ງສານທັງສອງຊະນິດນີ້ ມີຄວາມສຳຄັນສຳລັບດວງຕາ, ຊ່ວຍປົກປ້ອງຮ່າງກາຍຈາກອະນຸມູນອິດສະລະ ແລະຊ່ວຍຫຼຸດຄວາມສ່ຽງພະຍາດປະສາດຕາເສື່ອມ
  8. ໄຂ່ມີກົດອະມີໂນທີ່ສຳຄັນ ທີ່ຊ່ວຍຕ້ານອະນຸມູນອິດສະລະ ແລະມີສານເຊໂຣໂທນິນ ເຮັດໃຫ້ເຮົາອາລົມດີ ແລະເຮັດໃຫ້ນອນຫຼັບດີ
  9. ມີວິຕາມິນບີ 12 ສູງ ແລະແຄວຊຽມສູງ
  10. ກິນໄຂ່ທຸກມື້ຊ່ວຍຫຼຸດ ມະເຮັງເຕົ້ານົມ ແລະຫຼຸດຄວາມສ່ຽງພະຍາດຫົວໃຈ
  11. ບຳລຸງຜົມ ແລະເລັບໄດ້ດີ ໃຜທີ່ຜົມແຕກປາຍ ແລະເລັບມັກຫັກຄວນກິນ
  12. ຊ່ວຍໃນການເບິ່ງເຫັນ ແລະຫຼຸດຄວາມສ່ຽງພະຍາດກ່ຽວກັບດວງຕາ
  13. ຊ່ວຍເສີມສ້າງລະບົບພູມຄຸ້ມກັໃຫ້ແຂງແຮງ
  14. ຊ່ວຍຫຼຸດນໍ້າໜັກໄດ້ດີ
  15. ມີປະໂຫຍດສຳລັບແມ່ຍິງຖືພາ ໂດຍສະເພາະແມ່ນເດັກໃນທ້ອງ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...