Homeນານາສາລະພຶດຕິກຳ ທີ່ເຮັດໃຫ້ຕູ້ເຢັນເພໄວທີ່ສຸດ

ພຶດຕິກຳ ທີ່ເຮັດໃຫ້ຕູ້ເຢັນເພໄວທີ່ສຸດ

Published on

ການໃຊ້ງານຕູ້ເຢັນ ສ່ວນຫຼາຍແລ້ວຈະໃຊ້ຫຼາຍກວ່າ 5 ປີ ແຕ່ຖ້າຫາກເຮົາບໍ່ຮັກສາມັນກໍຈະເຮັດໃຫ້ເພໄວ ຫາກໍຊື້ມາໃໝ່ໆກໍເຮັດໃຫ້ເພແລ້ວ ເຊິ່ງສາເຫດທີ່ເຮັດໃຫ້ຕູ້ເຢັນເສື່ອມຄຸນນະພາບ ກ່ອນອາຍຸການໃຊ້ງານ ນັ້ນມາຈາກພຶດຕິກຳຂອງເຮົາເອງ ມື້ນີ້ເຮົາຈະມາຮູ້ຈັກກັບພຶດຕິກຳດັ່ງກ່າວ:

  1. ຕັ້ງຄ່າອຸນຫະພູມໃນຕູ້ເຢັນສູງເກີນໄປ: ອຸນຫະພູມທີ່ເໝາະສົມກັບຕູ້ເຢັນຄື 0-4 ອົງສາ ເພາະຖ້າສູງຫຼາຍກວ່ານີ້ ຈະເຮັດໃຫ້ແບັກທີເລຍຈະເລີນເຕີບໂຕໄດ້ໄວ ເຮັດໃຫ້ບໍ່ສາມາດເກັບຮັກສາຄວາມສົດໃໝ່ຂອງອາຫານບໍ່ໄດ້ ແລະຍັງເຮັດໃຫ້ຕູ້ເຢັນເກີດເຊື້ອລາ
  2. ຕັ້ງຕູ້ເຢັນໃກ້ຝາເກີນໄປ: ຕູ້ເຢັນຈະລະບາຍຄວາມຮ້ອນອອກດ້ານຫຼັງ ສະນັ້ນ ເພື່ອໃຫ້ລະບາຍຄວາມຮ້ອນໄດ້ດີ ຈຶ່ງບໍ່ຄວນຕັ້ງຕູ້ເຢັນໃກ້ຝາ ຄວນຕັ້ງໃຫ້ຫ່າງປະມານ 15 ຊັງຕີແແມັດ
  3. ຕັ້ງໃກ້ບ່ອນທີ່ຮ້ອນ: ບໍ່ວ່າຈະຕັ້ງບ່ອນທີ່ແສງແດດສ່ອງໃສ່, ໃກ້ເຕົາແກັສ, ໃກ້ເຕົາໄຟ ແລະບ່ອນອື່ນໆທີ່ຮ້ອນ ຈະເຮັດໃຫ້ຕູ້ເຢັນລະບາຍຄວາມຮ້ອນບໍ່ໄດ້ ແລະເຮັດໃຫ້ຕູ້ເຢັນເຮັດວຽກໜັກ ແລະກິນໄຟຫຼາຍ
  4. ການເອົາອາຫານຮ້ອນເຂົ້າຕູ້: ການເອົາອາຫານຮ້ອນເຂົ້າຕູ້ເຢັນຈະເຮັດໃຫ້ ຕູ້ເຢັນເພໄວ ແລະຍັງເຮັດໃຫ້ອຸປະກອນໃນຕູ້ເຢັນ ເສື່ອມຄຸນນະພາບໄດ້
  5. ບໍ່ເອົາຫຍັງຮອງອາຫານ: ອາຫານທຸກປະເພດບໍ່ວ່າຈະເປັນ ຊີ້ນສັດ, ຜັກ, ໝາກໄມ້ ເຖິງແມ່ນວ່າຈະໃສ່ຖົງຢາງ ຫຼືໂຟມແລ້ວ ກໍຄວນຊອກພາຊະນະມາຮອງອີກ ເພາະອາດເຮັດໃຫ້ສິ່ງເປິເປື້ອນ ຫຼືສານເຄມີທີ່ຕິດມາກັບຖົງ ຫຼືໂຟມນັ້ນ ຈະເປື້ອນກັບອາຫານທີ່ເຮົາໃສ່ໃນນັ້ນຕູ້ເຢັນນັ້ນ ແລະເຮັດໃຫ້ຕູ້ເຢັນເປື້ອນ
  6. ແຊ່ອາຫານຫຼາຍເກີນໄປ: ການແຊ່ອາຫານຫຼາຍຈົນເກີນຄວາມຮັບໄດ້ ຈະເຮັດໃຫ້ຄວາມເຢັນໄຫຼວຽນບໍ່ທົ່ວເຖິງກັນ ເຮັດໃຫ້ເຮັດວຽກໜັກ ແລະເພໄວ
  7. ໃນຕູ້ເຢັນບໍ່ມີຫຍັງ: ແມ່ນຢູ່ວ່າບໍ່ຄວນເອົາອາຫານໃສ່ໃນຕູ້ເຢັນຫຼາຍ ແຕ່ການທີຕູ້ເຢັນບໍ່ມີຫຍັງຈະເຮັດໃຫ້ຄວາມຮ້ອນທີ່ຢູ່ຈາກພາຍນອກ ເຂົ້າໄປໃນຕູ້ເຢັນຫຼາຍຂຶ້ນໃນເວລາເປີດ ເຊິ່ງເຮັດໃຫ້ຕູ້ເຢັນເຮັດວຽກໜັກ ຢ່າງໜ້ອຍກໍຄວນມີຕຸກນໍ້າມາແຊ່
  8. ສຽບສາຍຕູ້ເຢັນກັບສາຍປັກອື່ນໆ: ເນື່ອງຈາກວ່າຕູ້ເຢັນໃຊ້ໄຟຫຼາຍ ຄວນຕໍ່ສາຍໄຟມາສຽບຕູ້ເຢັນໂດຍສະເພາະຈະດີກວ່າ ແລະສຽບໃຫ້ແໜ້ນ ເພື່ອປ້ອງກັນອັນຕະລາຍ
  9. ປະໃຫ້ນໍ້າກ້ອນເກາະຕູ້ດົນເກີນໄປ: ຖ້າຕູ້ເຢັນທີ່ເຮົາໃຊ້ບໍ່ມີລະບົບລະລາຍນໍ້າກ້ອນແບບອັດຕະໂນມັດ ກໍຄວນກົດລະລາຍນໍ້າກ້ອນຕະຫຼອດ ເພາະຈະເຮັດໃຫ້ຕູ້ເຢັນເຮັດວຽກໜັກ ແລະເຮັດໃຫ້ຕູ້ເຢັນເພໄວ
  10. ໃຊ້ເຄື່ອງມີຄົມງັດນໍ້າແຂງອອກ: ຕູ້ເຢັນມີສະນວນຄວາມເຢັນ ບໍ່ຄວນເອົາມີດ ຫຼືສິ່ງທີ່ມີຄົມອື່ນໆ ມາງັດ ຈະເຮັດໃຫ້ຕູ້ເຢັນເສຍຫາຍ, ທາງທີ່ດີຄວນລະລາຍນໍ້າແຂງຕາມລະບົບດີກວ່າ
  11. ເປີດຕູ້ເຢັນປະໄວ້: ບໍ່ຄວນເປີດປະໄວ້ດົນເກີນໄປ ເພາະຈະເຮັດໃຫ້ຄວາມຮ້ອນເຂົ້າພາຍໃນ , ຕູ້ເຢັນເຮັດວຽກໜັກ ເຮັດໃຫ້ເປືອງໄຟ ແລະເພໄວ
  12. ການທຳຄວາມສະອາດແບບຜິດໆ: ການທຳຄວາມສະອາດຕູ້ເຢັນບໍ່ຄວນໃຊ້ສານປະເພດແອວກໍຮໍ ຫຼືເທນເນີເດັດຂາດ ແຕ່ຄວນໃຊ້ຜ້າຂາວນຸ່ມຈຸບນໍ້າເຊັດພາຍໃນ ແລະນອກ ແລ້ວເຊັດໃຫ້ແຫ້ງຈະດີກວ່າ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...