spot_img
Homeຂ່າວການພັດທະນາຮອງນາຍົກ ລົງເຮັດວຽກຢູ່ແຂວງຄຳມ່ວນ ເນັ້ນໜັກໃຫ້ຄະນະນຳເອົາໃຈໃສ່ຄຸ້ມຄອງດິນກະສິກຳ

ຮອງນາຍົກ ລົງເຮັດວຽກຢູ່ແຂວງຄຳມ່ວນ ເນັ້ນໜັກໃຫ້ຄະນະນຳເອົາໃຈໃສ່ຄຸ້ມຄອງດິນກະສິກຳ

Published on

ອາທິດຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ໄປເບິ່ງລະບົບຊົນລະປະທານ (ປະຕູນ້ຳປ່ອງ 3) ຢູ່ເມືອງຍົມມະລາດ ແຂວງຄຳມ່ວນ ແລະຢ້ຽມຢາມໂຄງການຂຸດຄົ້ນບໍ່ຄຳຄຳເກີດແສນອຸດົມ ໂດຍມີຄະນະນຳຂອງແຂວງຄຳມ່ວນ, ອຳນາດການປົກຄອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ ຢ່າງອົບອຸ່ນ.
ກ່ອນອື່ນທ່ານຮອງນາຍົກໄດ້ໄປເບິ່ງ ລະບົບຊົນລະປະທານ ແລະໄດ້ຮັບຟັງ ການລາຍງານຫຍໍ້ຈາກທ່ານ ມະນີວົງ ຈັນທະວົງ ເຈົ້າເມືອງໆຍົມມະລາດວ່າ: ປະຕູນ້ຳປ່ອງ 3 ແມ່ນໜຶ່ງໃນໂຄງການ ຊົນລະປະທານທີ່ສ້າງຂຶ້ນປະກອບສ່ວນ-ຕອບສະໜອງນ້ຳໃຫ້ແກ່ໂຄງການຄ້ຳປະກັນສະບຽງອາຫານຂອງລັດຖະບານທີ່ ໄດ້ກຳນົດເອົາເຂດເມືອງຍົມມະລາດ ເປັນເຂດພື້ນທີ່ການຜະລິດເຂົ້າ ເພື່ອໃຫ້ ບັນລຸຕາມແຜນການທີ່ກຳນົດໄວ້ປະມານ 4,5 ລ້ານກວ່າໂຕນໃນປີ 2020 ສຳລັບ ການອອກແບບແມ່ນສາມາດຫົດເນື້ອທີ່ ນາໄດ້ທັງໝົດເກືອບ 3.000 ເຮັກຕາ, ແຕ່ປະຈຸບັນເນື້ອທີ່ນາ ເຟືອງທີ່ໄດ້ນຳໃຊ້ນ້ຳຊົນລະປະທານ ແຫ່ງນີ້ຫົດແມ່ນມີພຽງແຕ່ 900 ກວ່າ ເຮັກຕາ (ຍັງມີແຜນຂະຫຍາຍເນື້ອທີ່ ຕື່ມອີກ), ມູນຄ່າການກໍ່ສ້າງທັງໝົດ 31 ລ້ານໂດລາ, ໄດ້ນຳໃຊ້ມາແລ້ວຈຳນວນ 2 ລະດູນາປີ ແລະ1 ລະດູນາແຊງ ໃນນັ້ນ ລະດູນາແຊງທີ່ຜ່ານມາແມ່ນພົບບັນຫາ ນ້ຳບໍ່ພຽງພໍເຮັດໃຫ້ການປັກດຳບໍ່ບັນລຸ ຕາມແຜນການທີ່ວາງໄວ້.

ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີໄດ້ມີຄຳເຫັນເນັ້ນໜັກໃຫ້ຄະນະນຳຂອງແຂວງຄຳມ່ວນ ກໍຄືເມືອງ ຍົມມະລາດເອົາໃຈໃສ່ຕໍ່ບາງວຽກງານ ຕື່ມເປັນຕົ້ນໃຫ້ເອົາໃຈໃສ່ຄຸ້ມຄອງເນື້ອທີ່ທຳການຜະລິດ ທີ່ມີແລ້ວໃຫ້ດີ ໂດຍບໍ່ໃຫ້ຫັນໄປນຳໃຊ້ເປັນດິນປະເພດອື່ນ; ສົມທົບກັບປະຊາຊົນຄຸ້ມຄອງ, ປົກປັກຮັກສາ ແລະປັບປຸງລະບົບຊົນລະປະທານ ໃຫ້ມີສະພາບພ້ອມໃຊ້ງານຢູ່ສະເໝີ ແລະ ຮັບປະກັນໄດ້ຄວາມຍືນຍົງ, ນຳເອົາບົດ ຮຽນກໍຄືເຕັກນິກໃນການຜະລິດທີ່ພົ້ນ ເດັ່ນຂອງແຂວງ ໂດຍສະເພາະເຕັກນິກ ການເຮັດນາໄຮ່ໃຫຍ່ຢູ່ເມືອງໜອງບົກ ມາຊຸກຍູ້ປະຊາຊົນໝູນໃຊ້ໃນທ້ອງຖິ່ນ ຂອງຕົນໃຫ້ເກີດດອກອອກຜົນເປັນ ກ້າວໆ.

ຈາກນັ້ນຄະນະຂອງທ່ານຮອງນາຍົກລັດຖະມົນຕີໄດ້ເດີນທາງໄປຢ້ຽມ ຢາມໂຄງການຂຸດຄົ້ນບໍ່ຄຳຄຳເກີດແສນ ອຸດົມ ໃນໂອກາດນີ້ ທ່ານຮອງນາຍົກລັດ ຖະມົນຕີໄດ້ໃຫ້ກຽດພົບປະໂອ້ລົມກັບຄະນະຮັບຜິດຊອບຄຸ້ມຄອງ ແລະບໍລິຫານໂຄງການດັ່ງກ່າວກ່ອນອື່ນ, ທ່ານໄດ້ ກ່າວຍ້ອງຍໍຊົມເຊີຍຕໍ່ຄວາມສາມາດ ແລະຜົນສຳເລັດໃນການປະຕິບັດວຽກ ງານຂອງໂຄງການໃນໄລຍະຜ່ານມາ ເປັນຕົ້ນການນຳເອົາເຄື່ອງມື-ອຸປະ ກອນ, ເຕັກນິກວິຊາການທີ່ທັນສະໄໝມາ ຈາກຕ່າງປະເທດ, ຄວາມຄືບໜ້າໃນ ການພັດທະນາໂຄງການ ແລະອື່ນໆ.

ພ້ອມກັນນັ້ນ, ທ່ານຍັງໄດ້ນຳສະເໜີ ໃຫ້ຊາບຕື່ມຕໍ່ບາງເນື້ອໃນຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໂດຍ ສະເພາະແມ່ນສິດແລະພັນທະຂອງຜູ້ລົງ ທຶນ, ການຄຸ້ມຄອງ-ກວດກາ ແລະອື່ນໆ ຊຶ່ງພາກສ່ວນທີ່ກ່ຽວຂ້ອງກໍຄືໃນທົ່ວສັງຄົມຕ້ອງໄດ້ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນເປັນຢ່າງດີ, ມີຄວາມເປັນເອ ກະພາບ ແລະສະເໝີພາບຕໍ່ໜ້າກົດໝາຍ. ນອກນັ້ນ, ທ່ານຍັງໄດ້ຊີ້ນຳໃຫ້ເອົາໃຈໃສ່ ຕໍ່ການປະຕິບັດວຽກງານພາຍໃນໂຄງ ການໃຫ້ມີຄວາມປອດໄພຮອບດ້ານເປັນ ຕົ້ນດ້ານຊີວິດ, ຊັບສິນ, ສິ່ງແວດລ້ອມ ແລະດ້ານອື່ນໆທີ່ກ່ຽວຂ້ອງ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...