spot_img
Homeຂ່າວພາຍ​ໃນລັດຕັ້ງເປົ້າລາຍຮັບ 3 ເດືອນຂ້າມຜ່ານໃຫ້ໄດ້ 3 ພັນຕື້ກວ່າກີບ

ລັດຕັ້ງເປົ້າລາຍຮັບ 3 ເດືອນຂ້າມຜ່ານໃຫ້ໄດ້ 3 ພັນຕື້ກວ່າກີບ

Published on

ປະຈຸບັນແມ່ນກ້າວເຂົ້າສູ່ໄລຍະ 3 ເດືອນຂ້າມຜ່ານທ້າຍປີ 2016 ໂດຍລັດຖະບານແຫ່ງ ສປປ ລາວ ໄດ້ຕັ້ງ ເປົ້າໝາຍການຈັດເກັບລາຍຮັບເຂົ້າງົບປະມານໃນໄລຍະນີ້ໃຫ້ໄດ້ທັງໝົດ 3 ພັນຕື້ກວ່າກີບຖືເປັນຕົວເລກທີ່ທ້າທ້າຍພໍສົມຄວນເນື່ອງຈາກໃນສົກປີ 2015-2016 ຜ່ານມາຫຼາຍແຂວງເກັບລາຍຮັບໄດ້ຫຼຸດຄາດໝາຍທີ່ລັດວາງໃຫ້.
ເພື່ອປະຕິບັດຕາມມາດຕາ 7 ຂອງກົດໝາຍວ່າດ້ວຍງົບປະມານແຫ່ງລັດ ນັບແຕ່ປີ 2017 ເປັນຕົ້ນໄປລັດຖະບານຈະໄດ້ເລີ່ມຈັດຕັ້ງປະຕິບັດງົບປະມານຕາມປີປະຕິທິນທີ່ເມື່ອກ່ອນ ນັບຈາກວັນທີ 1 ຕຸລາຫາວັນທີ 30 ກັນຍາຂອງປີຖັດໄປປ່ຽນມາເປັນ ວັນທີ 1 ມັງກອນຫາວັນທີ 31 ທັນວາຂອງທຸກໆ ປີອັນເຮັດໃຫ້ມີ 3 ເດືອນຂ້າມຜ່ານທ້າຍປີ 2016 ຄື: ເດືອນຕຸລາ, ພະຈິກ ແລະທັນວາ ໂດຍໃນໄລຍະນີ້ກະຊວງການເງິນໄດ້ກຳນົດແຜນ ລາຍຮັບທີ່ອີງຕາມຄວາມອາດສາມາດໃນການເກັບລາຍຮັບຕົວຈິງ ຂອງຂະແໜງລາຍຮັບຈະໃຫ້ໄດ້ທັງໝົດປະມານ 3.060 ຕື້ ກວ່າກີບ.

ໃນນີ້ຈະມີລາຍຮັບຈາກສ່ວຍສາອາກອນ 1.500 ຕື້ ກີບ, ພາສີ 1.150 ຕື້ກີບ, ຊັບສິນຂອງລັດ 380 ຕື້ກີບ, ວິ ສາຫະກິດລັດລົງທຶນ ແລະປະກັນໄພ 30 ຕື້ກີບ ສ່ວນວ່າລາຍຮັບຈາກການຊ່ວຍເຫຼືອລ້າໃນໄລຍະດັ່ງກ່າວກະ ຊວງການເງິນເປີດເຜີຍບໍ່ສາມາດປະຕິບັດໄດ້.

ຂະນະທີ່ລາຍຈ່າຍໃນຊ່ວງດຽວກັນກະຊວງການເງິນຕັ້ງໄວ້ຈຳນວນທັງໝົດ 3.560 ຕື້ກີບ ທີ່ເປັນລາຍຈ່າຍບໍລິຫານປົກກະຕິ 2.750 ຕື້ກີບ ແລະອີກ 810 ຕື້ກີບ ແມ່ນລາຍຈ່າຍໜີ້ສິນພາຍໃນ ແລະຕ່າງປະເທດ ແຕ່ທັງນີ້ຄາດວ່າຕົວເລກການຂາດດູນງົບປະມານຈະຢູ່ໃນລະດັບ 500 ຕື້ກີບ ຊຶ່ງລັດຖະບານຈະມີມາດຕະການລະດົມແຫຼ່ງດຸນດ່ຽງທີ່ເໝາະສົມຈາກພາຍໃນ ແລະຕ່າງປະເທດ.

ຢ່າງໃດກໍຕາມ ຖ້າສັງເກດເບີ່ງລາຍຮັບ-ລາຍຈ່າຍໃນ 3 ເດືອນຂ້າມຜ່ານກໍນັບເປັນຕົວເລກຂ້ອນຂ້າງທ້າທາຍສົມຄວນທີ່ຈະບັນລຸໃນທາມກາງສະພາບທີ່ປະເທດຊາດຍັງສືບຕໍ່ປະເຊີນກັບບັນ ຫາຄວາມຫຍຸ້ງຍາກດ້ານການເງິນ ໂດຍໃນສົກປີຜ່ານມາຫຼາຍແຂວງແມ່ນບໍ່ສາມາດຈັດເກັບລາຍຮັບເປັນຕົ້ນແມ່ນ ແຂວງອຸດົມໄຊໃນ 9 ເດືອນເກັບໄດ້ 73% ຂອງແຜນປີ, ແຂວງຫຼວງນ້ຳທາໄດ້ 71,93%, ແຊວງຊຽງຂວາງ 51,19%, ຫຼວງພະບາງເກັບໄດ້ 75,05%, ເຊກອງ 79%, ອັດຕະປື 61,78% ຂອງແຜນ ສົກປີ ແລະແຂວງອື່ນໆກໍມີທ່າທີຈະບໍ່ບັນ ລຸເປົ້າຕາມທີ່ລັດວາງໃຫ້ເຊັ່ນດຽວກັນ ຂະນະທີ່ຕົວເລກເກັບລາຍຮັບທົ່ວປະ ເທດໃນ 6 ເດືອນຕົ້ນສົກປີເກັບໄດ້ພຽງ 30,6% ຂອງແຜນປີ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...