spot_img
Homeຂ່າວເຫດການນ.ວ ກຳນົດ ມ.ຊ ແລະ ມ.ສ ວຽງຈັນ ເປັນສູນສອບເສັງລັດຖະກອນຮອບທຳອິດ

ນ.ວ ກຳນົດ ມ.ຊ ແລະ ມ.ສ ວຽງຈັນ ເປັນສູນສອບເສັງລັດຖະກອນຮອບທຳອິດ

Published on

20140715120827

 

ນັບ​ແຕ່​ວັນ​ທີ 1 ພຶດສະພາ ຫາ 11 ກໍລະກົດ 2014 ມີ​ນັກ​ສຶກ​ສາທີ່​ຈົບ​ຈາກ​ສະ​ຖາ​ບັນ​ການ​ສຶກ​ສາຕ່າງໆ ​

ລວມ​ທັງ​ນັກ​ສຶກ​ສາ​ທີ່​ຈົບຈາກ​ມະຫາວິທະຍາໄລ​ແຫ່ງ​ຊາດ (​ມຊ) ໄດ້​ທະຍອຍ​ເຂົ້າ​ມາ​ລົງ​ທະບຽນ​ສອບ

ເສັງ​ລັດຖະກອນ​ໃໝ່ ຮອບ​ທີ 1 (ພາກ​ຄວາມ​ຮູ້​ທົ່ວ​ໄປ) ໃນ​ນະຄອນຫຼວງ​ວຽງ​ຈັນ​ຢ່າງ​ຄຶກຄື້ນ ມີ​ຈຳ

ນວນ​ທັງ​ໝົດ 11.614 ຄົນ ເຊິ່ງ​ປີ​ນີ້​ໄດ້​ກຳນົດ​ເອົາ ​ມຊ ແລະ ​ມສ ວຽງ​ຈັນ ເປັນ​ບ່ອນສອບເສັງ.

 

ກອງ​ປະຊຸມ​ວິຊາ​ການ ແນະນຳ​ຂັ້ນ​ຕອນ​ການ​ສອບເສັງ ​ສຳລັບຜູ້​ຮັບຜິດຊອບ​ການ​ສອບເສັງ​ໃນນະຄອນ

ຫຼວງວຽງຈັນ ໄດ້​ຈັດ​ຂຶ້ນ​ວັນ​ທີ 15 ກໍລະກົດ 2014 ນີ້ ທີ່​ຫ້ອງ​ວ່າການນະຄອນ​ຫຼວງ ໂດຍ​ເປັນ​ປະທານ​ຂອງ

ທ່ານ ສົມ​ວັນ​ດີ ນາ​ຖາ​ວົງ ຮັກສາການ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງຈັນ ຫົວໜ້າ​ຄະນະ​ຊີ້​ນຳ​ສອບເສັງນະ

ຄອນຫຼວງວຽງຈັນ ທ່ານ ວິ​ໄຊ ພັນ​ດາ​ນຸ​ວົງ ຫົວໜ້າ​ກົມ​ຄຸ້ມ​ຄອງ​ລັດຖະກອນ ກະຊວງ​ພາຍ​ໃນ ພ້ອມ

​ດ້ວຍ​ຄະນະຊີ້​ນຳ​ອະນຸ​ກຳມະການ ກໍ່​ຄື​ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

 

ທ່ານ ບຸນ​ໜາ ຜາ​ທຸມ​ມະ​ວົງ ຫົວໜ້າ​ພະ​ແນກ​ພາຍ​ໃນ ຄະນະຮັບຜິດຊອບ​ການ​ສອບເສັງລັດຖະ​ກອນ

​ຮອບ​ທີ 1 ພາກ​ຄວາມ​ຮູ້ທົ່ວ​ໄປ ໃຫ້​ຮູ້​ວ່າ: ນັບ​ແຕ່​ຕົ້ນເດືອນ​ພຶດສະພາຜ່ານ​ມາ​ເຖິງ​ວັນທີ 11 ກໍລະກົດ

2014 ໄດ້​ມີ​ນັກ​ສຶກສາ​ເຂົ້າ​ມາ​ລົງທະບຽນ​ສອບເສັງລັດຖະກອນຮອບ​ທຳ​ອິດ​ແລ້ວ ​ໃນນະຄອນຫຼວງ ມີ​

ປະມານ 11 ພັນກວ່າ​ຄົນ ກ່ອນ​ຈະ​ເຖິງ​ກຳນົດ​ວັນເສັງ​ຄື​ວັນ​ທີ 19 ກໍລະກົດ 2014 ທີ່​ຈະ​ມາ​ເຖິງ​ນີ້ ໂດຍ​

ການ​ສອບເສັງ​ດັ່ງກ່າວ ​ແມ່ນ​ໄດ້​ເລືອກ​ເອົາ 2 ສູນ​ໃຫຍ່​ມີ​ຄວາມ​ແຕກ​ຕ່າງກັນ​ຄື: ສູນ ​ມຊ ມີ 10 ຈຸດ

ໄດ້​ກຳນົດ​ເອົາ​ນັກ​ສຶກ​ສາ​ຊັ້ນ​ສູງ​ຂຶ້ນ​ໄປ ສ່ວນ​ສູນ ​ມສ ວຽງ​ຈັນ ແມ່ນ​ກຳນົດ​ເອົາ​ນັກ​ສຶກ​ສາ​ຊັ້ນ​ກາງ​ລົງ​ມາ.

 

ເພື່ອ​ເລືອກ​ໄດ້​ບຸກ​ຄະລາ​ກອນທີ່​ມີ​ຄຸນສົມບັດ ຄວາມ​ຮູ້ ຄວາມສາມາດ ທາງ​ຄະນະ​ຮັບຜິດຊອບສອບເສັງ

​ ຈະ​ປະຕິບັດ​ແຕກ​ຕ່າງກັບ​ປີຜ່ານມາ 2 ຢ່າງເຊັ່ນ: ການພິມ​ຫົວ​ບົດ​ສອບເສັງ​ທ້ອງຖິ່ນ​ ຈະບໍ່​ໄດ້​ພິມ​ຫົວ

​ບົດ​ສອບເສັງ ກະຊວງ​ພາຍ​ໃນ​ເປັນ​ຜູ້​ຮັບຜິດຊອບພິມ​ ຕາມ​ຈຳນວນ​ຫ້ອງ​ສອບເສັງ ທີ່​ທ້ອງຖິ່ນ​ແຈ້ງ​ໃຫ້

ແລະ ຈັດ​ສົ່ງໃຫ້​ເຖິງ ສະເພາະນະຄອນຫຼວງ ຈະ​ໄດ້​ປັບ​ຫົວ​ບົດ​ສອບເສັງ​ຢູ່​ກະຊວງ​ພາຍ​ໃນຂອງ​ຕອນ​ເຊົ້າ​

ວັນສອບເສັງ ແລະ ການ​ກວດ​ຫົວບົດ​ສອບເສັງ​ ແມ່ນ​ຈະ​ໃຊ້​ລະບົບສະ​ແກນ ແລະ ດຳເນີນ​ການ​ກວດ

ສອບ​ຢູ່​ກະຊວງ​ພາຍ​ໃນ​ບ່ອນ​ດຽວ ກ່ອນ​ຈະ​ປະກາດ​ຜົນ​ຕາມ​ຫຼັງ.

 

ແຫຼ່ງຂ່າວ: Vientiane Mai Online

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...