Homeຂ່າວຕ່າງປະເທດນັກບູຮານຄະດີຈີນ ຄົ້ນພົບສຸສານບູຮານ ຝັງສົບໄວ້ໃນໄຫ 100 ກວ່າຂຸມ ອາຍຸນັບ 2,000 ປີ!

ນັກບູຮານຄະດີຈີນ ຄົ້ນພົບສຸສານບູຮານ ຝັງສົບໄວ້ໃນໄຫ 100 ກວ່າຂຸມ ອາຍຸນັບ 2,000 ປີ!

Published on

ສຳນັກຂ່າວຊິນຮົວ ລາຍງານໃນວັນທີ 12 ຕຸລາຜ່ານມານີ້ວ່າ ນັກບູຮານຄະດີຈີນ ໄດ້ຄົ້ນພົບສຸສານບູຮານ ທີ່ມີການຝັງສົບໄວ້ໃນໄຫ ຈຳນວນຮ້ອຍກວ່າຂຸມ ໃນເດືອນພຶດສະພາທີ່ຜ່ານມານີ້ ໃນເຂດແຫລ່ງບູຮານຄະດີ ເມືອງຫວງຫວາ ແຂວງເຫີເປີ່ຍ ໂດຍພົບວ່າພາຍໃນສຸສານແຫ່ງນີ້ ເປັນສຸສານຝັງສົບໃນຍຸກສົງຄາມຈ້ານກົ໋ວ ເມື່ອປະມານ 2,000 ປີທີ່ຜ່ານມາ.

ທີມນັກສຳນຫລວດບູຮານຄະດີ ພິພິທະພັນເມືອງຫວງຫວາ ໄດ້ດຳເນີນການກວດສອບພື້ນທີ່ດັ່ງກ່າວຢ່າງລະອຽດ ໂດຍໃຊ້ເວລາຫລາຍເດືອນຜ່ານມາແລ້ວ ຊຶ່ງຫລ້າສຸດໄດ້ພົບຂຸມຝັງສົບທັງໝົດ 113 ຂຸມ ໃນນັ້ນເປັນຂຸມຝັງສົບເດັກນ້ອຍ 107 ຂຸມ, ນອກຈາກນີ້ ຄະນະສຳຫລວດຍັງໄດ້ພົບໄຫຝັງສົບ ຊຶ່ງເຮັດດ້ວຍດິນເຜົາທັງໝົດ 20 ກວ່າຊະນິດທີ່ແຕກຕ່າງກັນ ຊຶ່ງສາມາດຢືນຢັນໄລຍະເວລາໄດ້ຢ່າງຊັດເຈນ ອັນເປັນປະໂຫຍດໃຫ້ແກ່ການສຶກສາ ປະເພນີການຝັງສົບ ແລະ ສະພາບຊີວິດການເປັນຢູ່ຂອງຜູ້ຄົນ ໃນຍຸກສະໄໝບູຮານເມື່ອ 2,000 ປີກ່ອນ ໄດ້ເປັນຢ່າງດີ.

559000010578003 559000010578004

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...