spot_img
Homeຂ່າວຕ່າງປະເທດຜູ້ນຳກຸ່ມ " ບຣິກ " ປະກາດຕັ້ງທະນາຄານໃໝ່ ແຂ່ງທະນາຄານໂລກ!

ຜູ້ນຳກຸ່ມ ” ບຣິກ ” ປະກາດຕັ້ງທະນາຄານໃໝ່ ແຂ່ງທະນາຄານໂລກ!

Published on

 

EyWwB5WU57MYnKOuFZlJgSSqwEWXlS3F51E3kF8NeuoFpk5RahlTjL

 

5 ປະເທດຍັກໃຫຍ່ແນວໜ້າຂອງໂລກ ໃນນາມກຸ່ມ ບຣິກ (BRICS) ປະກາດຕັ້ງທະນາຄານແຫ່ງໃໝ່

ໃນວົງເງິນ 100 ຕື້ໂດລາ ປ່ອຍກູ້ຊ່ວຍເຫຼືອປະເທດກຳລັງພັດທະນາ ແຂ່ງກັບທະນາຄານໂລກ ແລະ IMF.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນມື້ນີ້ (16 ກໍລະກົດ) ວ່າ ບັນດາຜູ້ນຳ 5 ປະເທດລະດັບແນວໜ້າ

ຂອງໂລກ ເຊິ່ງປະກອບດ້ວຍ ບຣາຊິນ, ຣັດເຊຍ, ອິນເດຍ, ຈີນ ແລະ ອາຟຣິກກາໃຕ້ ໃນນາມກຸ່ມປະ

ເທດບຣິກ (BRICS countries) ໄດ້ຈັບມືລົງນາມຈັດຕັ້ງທະນາຄານແຫ່ງໃໝ່ ” ທະນາຄານເພື່ອການ

ພັດທະນາ ” ໃນວົງເງິນລົງທຸນຮ່ວມມະຫາສານ ນັບ 100 ຕື້ໂດລາສະຫະລັດ ເພື່ອປ່ອຍກູ້ຊ່ວຍເຫຼືອ

ບັນດາປະເທດກຳລັງພັດທະນາ ແລະ ແນ່ນອນວ່າ ເພື່ອຫວັງແຂ່ງກັບທະນາຄານໂລກ ແລະ ກອງທຶນ

ການເງິນລະຫວ່າງປະເທດ ຫຼື IMF.

 

ປະທານາທິບໍດີ ດິນມາ ຣູສເຊບ ແຫ່ງບຣາຊິນ ເປັນຜູ້ປະກາດກໍ່ຕັ້ງທະນາຄານ ລະຫວ່າງ 5 ຜູ້ນຳກຸ່ມ

ບຣິກ ເຊິ່ງປະກອບດ້ວຍ: ທ່ານນາງ ດິນມາ ຣຸສເຊບ ປະທານາທິບໍດີບຣາຊິນ, ປະທານາທິບໍດີ ປູຕິນ

ແຫ່ງຣັດເຊຍ, ນາຍົກລັດຖະມົນຕີ ນະເຣນທາ ໂມດີ ແຫ່ງປະເທດອິນເດຍ, ປະທານາທິບໍດີ ສີຈິ້ນຜິງ

ຂອງຈີນ ແລະ ປະທານາທິບໍດີ ຈາຄອບ ຊູມາ ແຫ່ງອາຟຣິກາໃຕ້ ເຊິ່ງໄດ້ມາຮ່ວມປະຊຸມສຸດຍອດຂອງ

ກຸ່ມ ທີ່ເມືອງຟໍຕາເລຊາ ປະເທດບຣາຊິນ ເມື່ອວັນອັງຄານທີ່ຜ່ານມາ (15 ກໍລະກົດ) ໂດຍສຳນັກງານ

ໃຫຍ່ຂອງທະນາຄານ ຈະຕັ້ງຢູ່ໃນນະຄອນຊຽງໄຮ້ ສປ ຈີນ ແລະ ປະທານທະນາຄານຄົນທຳອິດ ຈະມາ

ຈາກປະເທດອິນເດຍ ແລະ ຈາກນັ້ນຈະສະຫຼັບກັນປ່ຽນໝູນວຽນໄປແຕ່ລະປະເທດ.

 

ສຳລັບເຈຕະນາໃນການກໍ່ຕັ້ງທະນາຄານແຫ່ງໃໝ່ຂອງກຸ່ມນີ້ ເຊິ່ງລວມເຖິງການຈັດຕັ້ງກອງທືນຊ່ວຍ

ເຫຼືອສຸກເສີນ ເພື່ອຕ້ອງການໃຫ້ເງິນກູ້ຊ່ວຍເຫຼືອແກ່ປະເທດກຳລັງພັດທະນາທັງຫຼາຍ ສາມາດຈະຫຼີກ

ລ່ຽງປັນຫາການກູ້ຢືມເງິນໄລຍະສັ້ນ ລວມເຖິງຕ້ອງການສົ່ງເສີມຄວາມຮ່ວມມື, ການສ້າງຄວາມເຂັ້ມ

ແຂງຂອງລະບົບເຄືອຂ່າຍຄວາມປອດໄພການເງິນໂລກ ແລະ ສົ່ງເສີມການພົວພັນລະຫວ່າງປະເທດ.

 

ຂະນະດຽວກັນ ກຸ່ມປະເທດບຣິກ ໄດ້ວິພາກວິຈານທະນາຄານໂລກ ແລະ ໄອເອັມເອັບວ່າ ບໍ່ໃຫ້ສິດທິແກ່

ບັນດາປະເທດກຳລັງພັດທະນາເທົ່າທີ່ຄວນ ໂດຍເງິນກູ້ກ້ອນທຳອິດຂອງທະນາຄານແຫ່ງການພັດທະ

ນາ ຈະປ່ອຍກູ້ໃຫ້ແກ່ປະເທດກຳລັງພັດທະນານັ້ນ ຈະເລີ່ມຕົ້ນທີ່ 50 ຕື້ໂດລາ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...