spot_img
Homeນານາສາລະຮູ້ໄວ້ບໍ່ເສຍຫາຍ...ມາລະຍາດຈ່າຍເງິນທິບໃນຕ່າງປະເທດ

ຮູ້ໄວ້ບໍ່ເສຍຫາຍ…ມາລະຍາດຈ່າຍເງິນທິບໃນຕ່າງປະເທດ

Published on

ສຳລັບທີ່ມັກການໄປທ່ຽວຕ່າງປະເທດ ເຄີຍສົງໄສບໍ່ວ່າ ຈະຕ້ອງຈ່າຍທິບ ຕອບແທນຄ່າບໍລິການເທົ່າໃດດີເຖິງຈະບໍ່ຖືກເບິ່ງໜ້າວ່າເສຍມາລະຍາດ ຫຼື ອວດລວຍເກີນງາມ ຖ້າສາວໆກຳລັງສົງໄສຢູ່ ເຮົາມີຄຳຕອບມາໄຂຂໍ້ຂ້ອງໃຈໃນການຈ່າຍທິບ ຕອບແທນຄ່າບໍລິການໃນປະເທດທ່ອງທ່ຽວສຸດຮິດ

 1. ປະເທດເຢຍລະມັນ

ຮ້ານອາຫານທີ່ປະເທດນີ້ຖຶງຈະລວມທິບໄວ້ໃນບິນແລ້ວກໍຈິງ ແຕ່ທຳນຽມຂອງເຢຍລະມັນນີ້ຄືລູກຄ້າຕ້ອງຈ່າຍເພີ່ມອີກ 5-10% ຈາກຄ່າອາຫານ ແລະ ທີ່ສຳຄັນຄືຕ້ອງຈ່າຍກັບມືພະນັກງານໂດຍກົງເທົ່ານັ້ນ ບໍ່ສະນັ້ນອາດຖືກເບິ່ງໜ້າໄດ້

2.  ປະເທດບາຊິວ

ຮ້ານອາຫານທີ່ປະເທດບາຊິວໄດ້ເອີ່ນເກັບຄ່າບໍລິການຫຼື Service Charge 10% ໄປພ້ອມກັບຄ່າອາຫານ ແລະ ເຄື່ອງດື່ມຢູ່ແລ້ວ ເພາະສະນັ້ນຖ້າສາວໆຈະບໍ່ຈ່າຍທິບກໍບໍ່ເປັນການເສຍມາລະຍາດແຕ່ຢ່າງໃດ ແຕ່ຖ້າສາວໆຮູ້ສຶກປະທັບໃຈບໍລິການຂອງຮ້ານນັ້ນຫຼາຍ ອາດຈະຈ່າຍເພີ່ມ 5-10% ຈາກຍອດທັງໝົດ ເທົ່ານີ້ພະນັກງານກໍດີໃຈຍິ້ມປາກກວ້າງຮອດຫູໂລດແຫຼະ

3.  ປະເທດອິດສະລາແອ້ນ

ເປັນປະເທດທີ່ເກັບ Service Charge ໂຫດຫຼາຍ ເພາະບາງຄັ້ງເກັບສູງເຖິງ 18% ແຕ່ໂດຍທົ່ວໄປຮ້ານຈະເອີ້ນເກັບປະມານ 10-13% ຢູ່ແລ້ວສະນັ້ນສາວໆບໍ່ຕ້ອງຈ່າຍທິບເພີ່ມແຕ່ຢ່າງໃດ

4.  ປະເທດດູໄບ

ພະນັກງານເສີບໃນດູໄບໄດ້ເງິນເດືອນບໍ່ສູງຫຼາຍ ຄົງບໍ່ໜ້າກຽດຖ້າສາວໆຈະຈ່າຍທິບເພີ່ມໃຫ້ເຂົາແດ່ ເຖິງແມ້ນທາງຮ້ານຈະເອີ້ນເກັບ 10% ຢູ່ແລ້ວກໍ່ຕາມ

5.  ສາທາລະນະລັດ ເຊັກ

ຮ້ານອາຫນທີ່ນີ່ບໍ່ນິຍົມເກັບ Service Charge ແຕ່ບໍ່ໄດ້ໝາຍຄວາມວ່າສາວໆຈະບໍ່ຈ່າຍທິບໃຫ້ເພາະ ນັກທ່ອງທ່ຽວຈະຖຶກຄາດຫວັງໃຫ້ຈ່າຍທິບໃຫ້ກັບພະນັກງານ ປະມານ 5-10% ຈາກຍອດທັງໝົດ ຖ້າສາວໆບໍ່ຈ່າຍທິບອາດຖືກພະນັກງານເບິ່ງແບບ ແປກໆເອົາໄດ້

6.  ປະເທດອິນເດຍ

ໃຜທີ່ຖຶກໃຈການບໍລິການຂອງພະນັກງານໃນຮ້ານຄວນທີ່ຈະຈ່າຍທິບກັບມືພະນັກງານຄົນນັ້ນໄດ້ເລີຍໂດຍຄຳນວນຈາກຄ່າອາຫານທັງໝົດຂັ້ນຕໍ່າ 5% ແຕ່ຖ້າຍອດທັງໝົດບໍ່ເກີນ 500 ຣູປີ ຈ່າຍໜັກໆໄປເລີຍ 10%

7.  ປະເທດທີ່ບໍ່ສົນໃຈເລື່ອງທິບ

ແມ່ນວ່າໄປຕ່າງປະເທດແລ້ວຈະຕ້ອງເສຍຄ່າທິບທຸກປະເທດຍັງມີປະເທດທີ່ບໍ່ສົນໃຈເລື່ອງທິບເລີຍແມ້ນແຕ່ໜ້ອຍ ໄດ້ແກ່ ປະເທດ: Italy, Japan, Vietnam, New Zealand, Australia, Belgium, France, Norway, Singapore, Malaysia, China ແລະ Hong Kong. ທີ່ຖືງແມ້ຈະບໍ່ຈ່າຍກໍເປັນເປັນເລື່ອງທຳມະດາທີ່ບໍ່ເສຍມາລະຍາດເລີຍ ແຕ່ຖ້າປະທັບໃຈໃນການບໍລິການຂອງພະນັກງານຈະຕອບແທນດ້ວຍທິບເລັກໆນ້ອຍກໍຖືເປັນການດີສຳຫຼັບເຂົາຫຼາຍ ແລະ ເຖິງແມ້ນຈະບໍ່ແມ່ນທຳນຽມຂອງປະເທດນັ້ນໆ ກໍອາດຈະເປັນກຳລັງໃຈໃຫ້ພະນັກງານເສີບເຮັດວຽກຕໍ່ໄປ

ຂອບໃຈຂໍ້ມູນຈາກ : A. Sutathip

ທີ່ມາ: http://muan.sanook.com/627/

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...