spot_img

ສັບພະຄຸນໝາກລຳໃຍ

Published on

ໝາກລຳໃຍມີຄຸນປະໂຫຍດຫຼາຍຢ່າງ ແຕ່ກໍບໍ່ຄວນກິນຫຼາຍຈົນເກີນໄປຄວນກິນໃນປະລິມານທີ່ພໍດີຫາກກິນເກີນພໍດີອາດຈະເຮັດໃຫ້ເກີດອາການເຈັບຄໍ ຫຼື ຮ້ອນໃນໄດ້ ແລະໄດ້ພະລັງງານເກີນຄວາມຕ້ອງການຂອງຮ່າງກາຍຖືກປ່ຽນເປັນຄວາມອ້ວນສະສົມ ໄດ້ຢ່າງໃດກໍຕາມອາການຮ້ອນໃນ ແລະເຈັບຄໍ ມີວິທີແກ້ດ້ວຍການກິນໝາກມັງຄຸດນຳ.

longan

     ສັບພະຄຸນ: ໃບ: ແກ້ຫວັດ, ໄຂ້ມາເລເລຍ, ລິດສິດວງ; ເນື້ອໝາກລຳໃຍ: ແກ້ນອນບໍ່ຫຼັບ, ຂີ້ລືມ, ໃຈສັ່ນ, ບຳລຸງຮ່າງກາຍ; ເປືອກ: ແກ້ມຶນຫົວ, ເຮັດໃຫ້ຕາແຈ້ງຂຶ້ນ; ດອກ: ຊ່ວຍຂັບໜິ້ວ; ແກ່ນ: ຊ່ວຍຫ້າມເລືອດ, ແກ້ ປວດ, ຮັກສາຂີ້ກ້ຽນ.

ຕົ້ນຕຳລັບຢາ: ແກ້ຫວັດ: ໃຊ້ໃບໝາກລຳໃຍ 10-15 ກຣາມ ຕົ້ມກິນຕ່າງນໍ້າຊາ, ຢາບຳລຸງເລືອດ: ໃຊ້ເນື້ອຂອງໝາກລຳໃຍຈຳນວນພໍປະມານ ດອງເຫຼົ້າປະໄວ້ 100 ມື້ ກິນເທື່ອລະ 1-2ບ່ວງໂຕະ, ເຈັບທ້ອງ: ໃຊ້ເນື້ອໝາກລຳໃຍຕາກແຫ້ງ 14 ໜ່ວຍ ແລະຂິງ 3 ແຜ່ນ ຊ່ອຍບາງໆ ຕົ້ມນໍ້າກິນ, ຂີ້ກາກ: ໃຊ້ແກ່ນ ໝາກລຳໃຍ(ແກະເປືອກສີດຳອອກ) ຝົນກັບນໍ້າສົ້ມສາຍຊູ ທາບໍລິເວນທີ່ເປັນຂີ້ກາກ, ຍ່ຽວບໍ່ອອກ: ໃຊ້ແກ່ນໝາກລຳໃຍ (ເອົາເປືອກດຳອອກ) ທຸບໃຫ້ແຕກແລ້ວເອົາໄປຕົ້ມນໍ້າກິນ, ຢາບຳລຸງຮ່າງກາຍ: ເນື້ອໝາກລຳໃຍ ແຫ້ງ 10 ກຣາມ ໝາກຖົ່ວດິນ 15 ກຣາມ ຕົ້ມນໍ້າກິນ, ເຈັບກະເພາະອາຫານ ແລະລຳໄສ້ອັກເສບ: ໃຊ້ແກ່ນລຳໃຍຄົ່ວໃຫ້ແຫ້ງ ແລະບົດເປັນຖົງ ແລ້ວຊົງນໍ້າກິນເທື່ອລະ 15-20 ກຣາມ, ຖ່າຍເປັນເລືອດ: ແກ່ນ ລຳໃຍ(ເອົາເປື້ອກສີດຳອອກ) ບົດເປັນຜົງກິນເທື່ອລະ 6 ກຣາມ ໃຫ້ກິນຕອນທ້ອງຫວ່າງ ມື້ລະ 2-3 ເທື່ອ ຈົນກວ່າຈະດີ, ຮັກສາຂີ້ແຮ້ມີກິ່ນ: ໃຊ້ແກ່ນໝາກລຳໃຍ 15 ກຣາມ ພິກໄທ 9 ກຣາມ ບົດເປັນຜົງທາຂີ້ແຮ້.

ຂໍ້ຄວນລະວັງ: ສຳລັບຜູ້ທີ່ມີອາການຖອກທ້ອງ, ອາຫານບໍ່ຍ່ອຍ, ທ້ອງອືດແໜ້ນ, ຝ້າເທິງລີ້ນສີຂາວເປັນຫວັດ, ເຈັບຄໍ ບໍ່ຄວນກິນໝາກລຳໃຍ

ທີ່ມາຈາກ: ເສດຖະກິິດ-ສັງຄົມ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...