spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ນະຄອນຫຼວງ ຈັບເຄືອຂ່າຍຄ້າຂາຍຢາເສບຕິດລາຍໃຫຍ່ ພ້ອມຂອງກາງເຮໂຣອິນ 30 ກິໂລ

ປກສ ນະຄອນຫຼວງ ຈັບເຄືອຂ່າຍຄ້າຂາຍຢາເສບຕິດລາຍໃຫຍ່ ພ້ອມຂອງກາງເຮໂຣອິນ 30 ກິໂລ

Published on

ທ້າວ ທອງວັນ (ອາຈິ່ງຊຽງ) ອາຍຸ 34 ປີ, ທ້າວ ເຈັ່ງເຮີ ອາຍຸ 36 ປີຢູ່ບ້ານດອນທາດ, ເມືອງຕົ້ນເຜິ້ງ, ທ້າວ ເຊັ່ງວ່າງ ອາຍຸ 36 ປີຢູ່ບ້ານຝາຍ, ທ້າວ ຈາປໍລີ ອາຍຸ 35 ປີຢູ່ບ້ານໄຊຈະເລີນ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ແລະ ທ້າວ ປໍວ່າງ ອາຍຸ 29 ປີຢູ່ບ້ານໂພນມະນີ, ເມືອງນ້ຳບາກ, ແຂວງຫລວງພະບາງ, ຖືກເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດນະຄອນຫລວງວຽງຈັນ ຈັບຕົວມາດໍາເນີນຄະດີໃນວັນທີ 2 ຕຸລານີ້, ພາຍຫລັງພວກເຂົາໄດ້ ຮ່ວມກັນເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ເຂດບ້ານນາສາງໄພ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ, ພ້ອມຂອງກາງເຮໂຣອິນຈໍານວນ 30 ກິໂລ, ລົດໃຫຍ່ 2 ຄັນ, ໂທລະສັບມືຖື 5 ເຄື່ອງ ແລະ ຂອງກາງອີກຈຳນວນໜຶ່ງ.

ເຈົ້າໜ້າທີ່ ໃຫ້ຮຸ້ວ່າ: ພວກກ່ຽວແມ່ນເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່ ແລະ ເປັນເປົ້າໝາຍຕິດຕາມຂອງເຈົ້າໜ້າທີ່ມາເປັນເວລາດົນນານສົມຄວນ, ຈົນຮອດວັນທີ 2 ຕຸລານີ້ໄດ້ຮັບລາຍງານ ຈາກພົນລະເມືອງດີວ່າຈະມີເປົ້າໝາຍຄ້າຂາຍຢາເສບຕິດລາຍໃຫຍ່ ນຳເອົາເຮໂຣອິນຈຳນວນຫລາຍ ຈາກພາກເໜືອລົງມາສົ່ງໃຫ້ລູກຄ້າຢູ່ນະຄອນຫລວງວຽງຈັນ, ຈຶ່ງໄດ້ຈັດກໍາລັງລົງຕິດຕາມເກັບກຳຂໍ້ມູນ ແລະ ຮອດເວລາປະມານ 13:00 ໂມງຂອງວັນດຽວກັນກໍພົບເຫັນລົດໃຫຍ່ເປົ້າໝາຍ 2 ຄັນເຄື່ອນໄຫວຢູ່ເຂດບ້ານນາສາງໄພ, ເມືອງໄຊເສດຖາ ແລະ ໄດ້ເຂົ້າກວດຄົ້ນພາຍໃນລົດຈຶ່ງ ພົບຢາເສບຕິດຈຳນວນດັ່ງກ່າວ ແລະ ໄດ້ຢຶດໄວ້ເປັນຫລັກຖານ ແລະ ຈັບຕົວພວກກ່ຽວມາດຳເນີນຄະດີ, ຊຶ່ງຜ່ານການສືບສວນ-ສອບສວນພວກກ່ຽວຮັບສາລະພາບວ່າ: ເຮໂຣອິນທັງໝົດແມ່ນຊື້ມາຈາກຂະບວນການຄ້າຢາເສບຕິດຢູ່ແຂວງພາກເໜືອ. ປັດຈຸບັນຄະດີຢາເສບຕິດລາຍນີ້, ເຈົ້າໜ້າທີ່ພວມຂະຫຍາຍຜົນຜູ້ຮ່ວມຂະບວນການ ເພື່ອເລັ່ງຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍໃຫ້ໄດ້ໂດຍໄວ.

ຂ່າວ: ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...