Homeຂ່າວທ້ອງຖິ່ນລັດອະນຸຍາດໃຫ້ເອກະຊົນ ເກັບເງິນຄ່າຜ່ານທາງເລກ 16 ໃນໄລຍະ 45 ປີ

ລັດອະນຸຍາດໃຫ້ເອກະຊົນ ເກັບເງິນຄ່າຜ່ານທາງເລກ 16 ໃນໄລຍະ 45 ປີ

Published on

ກຸ່ມບໍລິສັດ ດວງດີກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ສຳປະທານລົງທຶນກ່ອນ ແລະ ເກັບເງິນຄ່າຜ່ານເສັ້ນທາງເລກທີ 16 ແຕ່ຂົວຂ້າມນ້ຳຂອງລາວ-ຍີ່ປຸ່ນ-ບ້ານຄັນແຍງ-ຊາຍແດນວັງເຕົາ-ຊ່ອງເມັກ ເປັນເສັ້ນທາງທຳອິດຂອງລາວ ໃນໄລຍະ 45 ປີ ເພື່ອເກັບທຶນຄືນໃນການລົງທຶນກໍ່ສ້າງຂະຫຍາຍ ແລະ ປົກປັກຮັກສາ-ສ້ອມແປງເສັ້ນທາງດັ່ງກ່າວໃຫ້ມີຄວາມສວຍງາມ ແລະ ທຽວໄປ-ມາ ໃຫ້ມີຄວາມສະດວກຂຶ້ນກວ່າເກົ່າ ເພື່ອຊອກຫາຈຸດດີຈຸດອ່ອນ ພ້ອມທັງຈະຕົບແຕ່ງເສັ້ນທາງໃຫ້ມີຄວາມຈົບງາມ ແລະ ຕິດຕັ້ງຈຸດເກັບເງິນຖາວອນທີ່ທັນສະໄໝ ສາມາດກວດສອບໄດ້ໃຫ້ສຳເລັດທ້າຍເດືອນທັນວາ 2016 ກ່ອນຈະເປີດນຳໃຊ້ເປັນທາງການ.
ທ່ານ ອຸດອນ ແກ້ວດວງດີ ຜູ້ອຳນວຍການກຸ່ມບໍລິສັດ ດວງດີກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ໄດ້ໃຫ້ສຳພາດວັນທີ 2 ຕຸລາ 2016 ວ່າ: ເສັ້ນທາງເລກທີ 16 ມີຄວາມຍາວ 42 ກິໂລແມັດ ໜ້າທາງກວ້າງ 16-18 ແມັດ ຂົວ 4 ແຫ່ງ ຍາວ 250 ແມັດ ໄດ້ດໍາເນີນກໍ່ສ້າງ ແລະ ຂະຫຍາຍ ແຕ່ປີ 2011 ໂດຍມີການເລີກຮື້ຖິ້ມ ແລະ ປູຢາງໃໝ່ ໂດຍໃຊ້ທຶນ 30,83 ລ້ານໂດລາສະຫະລັດ ຫຼື ປະມານ 246,64 ຕື້ກີບ ປັດຈຸບັນ ແມ່ນໄດ້ໃຊ້ມາແລ້ວ 5 ປີ ລັດຖະບານຈຶ່ງໄດ້ຕົກລົງໃຫ້ເກັບຄ່າຜ່ານທາງ ໂດຍໄດ້ເລີ່ມທົດລອງເກັບແຕ່ທ້າຍເດືອນສິງຫາ 2016 ເປັນຕົ້ນມາ ແລະ ຈະດຳເນີນໄປເຖິງທ້າຍປີນີ້ ພາຍຫຼັງເກັບໄລຍະໜຶ່ງກໍ່ພົບບັນຫາຫຍຸ້ງຍາກເພາະປະຊາຊົນຍັງບໍ່ເຂົ້າໃຈ ແຕ່ຜ່ານການອະທິບາຍ ແລະ ຊີ້ແຈງຈາກອຳນາດການປົກຄອງເຖິງເຫດຜົນ ມາຮອດປັດຈຸບັນ ເຫັນວ່າປະຊາຊົນມີຄວາມເຂົ້າໃຈ ແລະ ຕື່ນຕົວເສຍເງິນຢ່າງຄົບຖ້ວນ ສຳລັບລົດຜູ້ນຳພັກ-ລັດ ທະຫານ ຕຳຫຼວດ ໂຮງໝໍ ດັບເພີງ ແລະ ລົດຂົນສົ່ງນັກຮຽນແມ່ນບໍ່ໄດ້ເກັບ ສ່ວນພະນັກງານທີ່ທຽວການປະຈຳວັນທີ່ຢູ່ໃກ້ ແລະ ໄກ ກໍ່ມີນະໂຍບາຍໃຫ້ຢ່າງເໝາະສົມ.
ການລົງທຶນເພື່ອສຳປະທານເສັ້ນທາງນີ້ ແມ່ນເປັນສິ່ງທ້າທາຍສົມຄວນ ການເກັບກູ້ທຶນຄືນກໍ່ໃຊ້ເວລາດົນ ສະນັ້ນ ຈຶ່ງຢາກຮຽກຮ້ອງໃຫ້ທຸກຄົນເຂົ້າໃຈນຳກັນວ່າ ການປະກອບສ່ວນເສຍເງິນຄ່າຜ່ານທາງເສັ້ນນີ້ ຖືວ່າເປັນການປະກອບສ່ວນໃຫ້ພັກ-ລັດ ເພາະໄລຍະການເກັບຄ່າ ທາງບໍລິສັດໄດ້ປະຕິບັດພັນທະອາກອນທຸກຢ່າງຕາມລະບຽບ ເມື່ອທາງເປ່ເພກໍ່ໄດ້ສ້ອມແປງ ແລະ ພາຍຫຼັງໝົດອາຍຸສຳປະທານກໍ່ໄດ້ມອບຄືນໃຫ້ລັດ 100% ໂດຍລັດບໍ່ຕ້ອງໄດ້ລົງທຶນກໍ່ສ້າງ ແລະ ບູລະນະຮັກສາເສັ້ນທາງຕາມການຄິດໄລ່ຂອງກະຊວງ ຍທຂ ແລະ ການອະນຸຍາດຂອງລັດຖະບານ ໃນນີ້ມີ 10 ປະເພດລົດ ລາຄາ 5.000-100.000 ກີບຕໍ່ຄັ້ງ ສຳລັບເສັ້ນທາງເລກທີ 14 (ແຕ່ເສັ້ນທາງເລກທີ 16-ສະຖານທີ່ທ່ອງທ່ຽວວັດພູຈຳປາສັກ) ກໍ່ແມ່ນກຸ່ມບໍລິສັດພວກເຮົາເປັນຜູ້ສຳປະທານ ແລະ ໄດ້ເກັບຄ່າທາງຕາມລາຄາຂອງລັດຖະບານຕົກລົງໃຫ້ເຊັ່ນດຽວກັນ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...