spot_img
Homeຂ່າວການພັດທະນາ​ເປັນ​ໄປ​ໄດ້​ຍາກ​ ທີ່ຈະໃຫ້​ບ້ານທຸກ​ຍາກ​​ບັນລຸ​​ໂຕ​ເລກ 11% ​ໃນ​ປີ 2015

​ເປັນ​ໄປ​ໄດ້​ຍາກ​ ທີ່ຈະໃຫ້​ບ້ານທຸກ​ຍາກ​​ບັນລຸ​​ໂຕ​ເລກ 11% ​ໃນ​ປີ 2015

Published on

 

7rkyts8u copy
(ພາບປະກອບ)

 

ຄະນະພັດທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນສູນ​ກາງ ​ໃຫ້​ຮູ້​ວ່າ: ​ໃນ​ປີ 2011 ທົ່ວ​ປະ​ເທດ​

ມີ​ບ້ານ​ທຸກ​ຍາກ​ປະມານ 3.175 ບ້ານ ​ເທົ່າ​ກັບ 37,69% ​ແລະ ​ໃນ​ 3 ປີຜ່ານມາສາມາດ​ລຶບລ້າງ​ບ້ານ​ທຸກ​

ຍາກ​ໄດ້ 886 ບ້ານ ​ເທົ່າ​ກັບ 9,97%, ສະ​ເລ່ຍຫລຸດ​ລົງ​ພຽງ 5% ເຊິ່ງຖື​ວ່າ​ມີ​ຄວາມ​ເປັນ​ໄປ​ໄດ້​ຍາກ​ທີ່​ຈະ​

ບັນລຸ​ໂຕ​ເລກ 11% ​ໃນ​ປີ 2015. ຕໍ່​ບັນຫາ​ດັ່ງກ່າວ, ທ່ານ ບຸນ​ເຮືອງ ດວງ​ພະຈັນ ຫົວໜ້າ​ຄະນະ​ພັດທະນາ

​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກຍາກ ກ່າວ​ວ່າ: ການ​ແກ້​ໄຂ​ບ້ານ​ທຸກ​ຍາກ ແມ່ນ​ຕ້ອງ​ນຳ​ໃຊ້​ທຶນຮອນ

​ຫລາຍ​ເຂົ້າ​ໃນ​ການກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນ​ເປັນຕົ້ນ​ເສັ້ນທາງ, ໂຮງຮຽນ, ສຸກສາລາ, ນ້ຳສະອາດ

ແລະ ອື່ນໆ.

 

ອັນ​ທີ່​ຍັງ​ໜັກໜ່ວງ​ແມ່ນ​ບັນຫາ​ເສັ້ນທາງ​ຄົມມະນາຄົມ​ເຂົ້າ​ເຖິງ​ບ້ານ, ປັດຈຸບັນ ຍັງ​ມີ​ບ້ານ​ທີ່​ບໍ່​ມີ​ເສັ້ນ

ທາງ​ເຂົ້າ​ເຖິງ​ໄດ້​ຕະຫລອດ​ປີ ມີ​ເຖິງ 2.291 ບ້ານ ເທົ່າ​ກັບ 26,72% ຂອງ​ຈຳນວນ​ບ້ານ​ທັງ​ໝົດ​ທົ່ວ​ປະ​ເທດ

​ແລະ ບ້ານ​ທີ່​ບໍ່​ມີ​ເສັ້ນທາງ​ເຂົ້າ​ເຖິງ​ສະດວກລ້ວນ​ແລ້ວ​ແຕ່​ຢູ່​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫລີກ, ທຸລະກັນ

ດານ, ​ເຂດ​ທີ່​ໝັ້ນການ​ປະຕິ ວັດ ​ແລະ ​ເຂດ​ທີ່​ຍັງ​ບໍ່​ມີ​ຄວາມ​ສະ ຫງົບ. ການ​ລົງທຶນ​ເຂົ້າ​ໃນ​ການ​ກໍ່​ສ້າງ​ເສັ້ນ

ທາງ​ສ່ວນ​ໃຫຍ່​ແມ່ນ​ລັດ​ເປັນ​ຜູ້​ ລົງທຶນ, ​ແຕ່​ຄື​ດັ່ງ​ພວກ​ເຮົາ​ຮັບ​ຮູ້​ນຳ​ກັນ​ແລ້ວງົບປະມານລັດ​ພັດ​ມີ​ຈຳກັດ.

 

ອີງ​ຕາມຜົນ​ການ​ກວດກາ, ຕີ​ລາຄາ​ຄວາມທຸກ​ຍາກ ​ແລະ ພັດທະນາ ປະຈຳ​ປີ 2013 ທີ່​ສັງ​ລວມ​ໄດ້​ຈາກ​ບັນ

ດາ​ແຂວງ ​ແລະ ເມືອງ ​ແມ່ນ​ມີ 10 ​ແຂວງ ຍັງ​ມີ​ບ້ານ​ທຸກ​ຍາກກວມ​ອັດຕາ​ສູງ ໃນ​ນີ້ມີ 4 ​ແຂວງ ຄື​ຜົ້ງສາລີ,

ຫົວ ພັນ, ອຸດົມ​ໄຊ ​ແລະ ​ເຊ​ກອງ ບ້ານ​ທຸກ​ຍາກ​ກວມ​ອັດຕາ​ສູງ​ກວ່າ 50% ຂຶ້ນ​ໄປ ​ເຊິ່ງ 10 ​ແຂວງ​ດັ່ງກ່າວ​

ແມ່ນ​ເປັນ​ໄປ​ໄດ້​ຍາກ​ທີ່​ຈະ​ບັນລຸ​ໄດ້​ໃນ​ປີ 2015, ສ່ວນ​ອີກ 8 ​ແຂວງ ຄື​ໄຊ​ຍະ​ບູລີ, ຫລວງ​ພະ​ບາງ, ຊຽງ​ຂວາງ,

ວຽງ​ຈັນ, ບໍລິ​ຄຳ​ໄຊ, ສະຫວັນ​ນະ​ເຂດ, ຈຳປາ​ສັກ ​ແລະ ນະຄອນຫລວງ​ວຽງ​ຈັນ ​ແມ່ນ​ມີ​ຄວາມ​ສາມາດ​ຈະ​

ບັນລຸ​ໄດ້​ຕາມ​ຄາດໝາຍ 11% ​ໃນ​ປີ 2015.

 

ສາ​ເຫດ​ຕົ້ນຕໍ​ຂອງ​ບ້ານ​ທຸກ​ຍາກ​ກໍ​ຍັງ​ແມ່ນ​ບໍ່​ມີ​ທາງ​ເຂົ້າ​ເຖິງ​ທຽວ​ໄດ້ຕະຫລອດ​ປີ, ປະຊາຊົນມີ​ລາຍ​ຮັບ​ຕ່ຳ

​ແລະ ບໍ່​ມີນ້ຳສະອາດ​ຊົມ​ໃຊ້.

 

ແຫຼ່ງຂ່າວ: ໜັງສືພິມລາວພັດທະນາ

 

 

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...