Homeຂ່າວການພັດທະນາລາວ-ຫວຽດນາມ ລົງນາມຮ່ວມມື ເພື່ອພັດທະນາດ້ານພະລັງງານ

ລາວ-ຫວຽດນາມ ລົງນາມຮ່ວມມື ເພື່ອພັດທະນາດ້ານພະລັງງານ

Published on

ຂປລ. ພິທີ​ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ ລະຫວ່າງ ​ລັດຖະບານ ​ແຫ່ງ ສປປ ລາວ ​ແລະ ລັດຖະບານ ​ແຫ່ງ ສສ ຫວຽດນາມ ​ ກ່ຽວ​ກັບການ​ຮ່ວມ​ມືພັດທະນາ​ ບັນດາ​ໂຄງການ​ໄຟຟ້າ​ນ້ຳຕົກຢູ່ ສປປ ລາວ ​ແລະ ການ​ຊື້-​ຂາຍ​ກະແສ​ໄຟຟ້າ ລະຫວ່າງສອງປະ​ເທດ ​ເຖິງປີ 2030 ມີ​ຂຶ້ນ​ໃນ​ວັນ​ທີ 5 ຕຸລາ 2016 ນີ້, ຢູ່ນະຄອນຫລວງ​ວຽງ​ຈັນ, ໂດຍ​ການ​ລົງ​ນາມລະຫວ່າງ​ ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ແລະ ທ່ານ ຈິງ ດິງ ຢູ້ງ ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສສ ຫວຽດນາມ.

ພ້ອມ​ດຽວ​ກັນ​ນີ້, ຍັງ​ໄດ້​ລົງ​ນາມ 4 ​ເອກະສານ ລະຫວ່າງ​ກະຊວງ​ທີ່​ກ່ຽວຂ້ອງຂອງ ລາວ-ຫວຽດນາມ ​​ເປັນ​ຕົ້ນ ​ເອກະສານ​ກ່ຽວກັບ ​ໂຄງການ​ຊ່ວຍ​ເຫລືອ​ຂອງ​ລັດຖະບານຫວຽດນາມ ​ແກ່ ສປປ ​ລາວ, ​ໂຄງການ​ກໍ່ສ້າງ​ສະ​ຖາ​ບັນ​ເສດຖະກິດ-ການ​ເງິນ ​ດົງ​ຄຳ​ຊ້າງ ​ໄລຍະ 3, ​ໂຄງການ​ສ້າງ​ສູນ​ພາສາ​ຫວຽດນາມ ຢູ່ມະຫາວິທະຍາ​ໄລສຸພາ​ນຸວົງ ​ແລະ ມະຫາວິທະຍາ​ໄລ​ຈຳ​ປາ​ສັກ ​ແລະ ​ໂຄງການ​ສ້າງ​ແຜນ​ແມ່​ບົດ​ຊົນລະປະທານຢູ່ສອງ​ແຂວງຄື: ​ແຂວງ​ຫົວພັນ ​ແລະ ​ແຂວງຊຽງ​ຂວາງ.

​​ໃນ​ວັນ​ດຽວ​ກັນນີ້, ຍັງ​ມີພິທີ​ພົບ​ປະ​ສອງ​ຝ່າຍ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ​ເພື່ອ​ປຶກສາ​ຫາລື​ແລກປ່ຽນ​ບົດຮຽນ ​ເຊິ່ງກັນ ​ແລະ ກັນໃນ​ຫລາຍ​ບັນຫາ ​ໂດ​ຍສະ​ເພາະ​ບັນຫາດ້ານ​ການ​ພັດທະນາ​ເສດຖະກິດ​-ສັງຄົມ ​ແລະ ການ​ພົວພັນ​ຮ່ວມ​ມື​ຮອບດ້ານ ລະຫວ່າງສອງ​ປະ​ເທດ, ໂດຍຕາງໜ້າ​ຝ່າຍ​ລາວ ​ນຳ​ໂດຍ​ ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ແລະ ຝ່າຍ​ຫວຽດນາມ ນຳ​ໂດຍ ທ່ານ ຈິງ ດິງ ຢູ້ງ ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສສ ຫວຽດນາມ. ທັງ​ນີ້​ແນ​ໃສ່ສືບຕໍ່​ເສີມ​ຂະຫຍາຍ​ ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງພັກ, ສອງ​ລັດ ​ແລະ ປະຊາຊົນສອງ​ຊາດ ລາວ-ຫວຽດນາມ ​ໃຫ້​ໄດ້​ຮັບ​ການ​ພັດທະນາ ​ແລະ ​ແຕກ​ດອກ​ອອກ​ຜົນງອກ​ງາມຍິ່ງໆ​ຂຶ້ນ​.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...