spot_img
Homeຂ່າວທ້ອງຖິ່ນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເດີນທາງ ເຂົ້າຮ່ວມ ກອງປະຊຸມ ທີ່ປະເທດໄທ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເດີນທາງ ເຂົ້າຮ່ວມ ກອງປະຊຸມ ທີ່ປະເທດໄທ

Published on

ໂດຍ​ຕອບ​ສະໜອງ ຕາມ​ຄຳ​ເຊີນ​ຂອງ​ ທ່ານ ພົນ​​ເອກ ປຣາຢຸດ ຈັນ​ໂອຊາ ນາຍົກລັດຖະ ມົນຕີ ​ແຫ່ງ ຣາຊະ​ອານາຈັກ​ໄທ, ຄະນະ​ຜູ້​ແທນ​ ແຫ່ງ ສປປ ລາວ ນຳ​ໂດຍ ທ່ານ​ ທອງ​ລຸນ ສີ​ສຸ​ລິດ  ນາ ຍົກລັດຖະມົນຕີ​ ພ້ອມ​ດ້ວຍ​ພັນລະ​ຍາ ​ແລະ ຄະນະ ຈະ​​ໄດ້​​ເດີນທາງ​ເຂົ້າ​ຮ່ວມ ກອງ​ປະຊຸມ​ສຸດ​ຍອດ​ ຂອບ​ການ​ຮ່ວມ​ມື​ ອາຊີ ​ຫລື ​ເອຊີ​ດີ ຄັ້ງ​ທີ 2 ​ໃນ​ວັນ​ທີ 9-10 ຕຸລາ 2016 ທີ່​ບາງກອກ, ປະ​ເທດ​ໄທ.

ກອງ​ປະຊຸມ​ ສຸດ​ຍອດ​ຄັ້ງ​ທີ 2 ນີ້ ບັນດາ​ຜູ້ນຳ​ສະມາຊິກ ​ເອຊີ​ດີ ຈະ​ໄດ້​ຮ່ວມ​ມື​ ປຶກສາ​ຫາລື ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື ​ລະຫວ່າງ ​ປະ​ເທດ​ອາຊີ​ນຳ​ກັນ ​ແລະ ຮັບຮອງ​ເອົາ​ ບັນດາ​ຖະ​ແຫລ​ງການ​ ທີ່​ສຳຄັນ ຈຳນວນໜຶ່ງ ​ເພື່ອ​ເປັນ​ການ ​ກຳນົດ​ອນາ​ຄົດ​ຮ່ວມ​ກັນ​ ຂອງ​ອາຊີ.

ຂອບ​ການ​ຮ່ວ​ມມື​ ເອຊີ​ດີ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ໃນ​ປີ 2002 ປັດຈຸບັນມີ 12 ຂະ​ແໜງການ​ຮ່ວມ​ມື ທີ່​ໄດ້​ມີ​ການ​ເຄື່ອນ​ໄຫວ ​ປົກກະຕິ ​ເຊັ່ນ: ກະສິກຳ, ສຶກສາ, ພະລັງງານ, ສິ່ງ​ແວດ​ລ້ອມ, ການ​​ເງິນ, ພັດທະນາ ​ຊັບພະຍາກອນ​ມະ​ນຸດ, ຂໍ້​ມູນ​ຂ່າ​ວສານ, ​ໄພພິບັດ, ກາ​ນຫລຸດຜ່ອນ​ ຄວາມທຸກ​ຍາກ, ຄວາມ​ປອດ​ໄພ​ ໃນ​ການ​ຂັບ​ຂີ່, ທ່ອງ​ທ່ຽວ ​ແລະ ການ​ຮ່ວ​ມມື ດ້ານ​ເຊື່ອມ​ຈອດ. ມາ​ເຖິງ​ປັດຈຸບັນ​ ມີ​ສະມາຊິກ​ທັງໝົດ 34 ປະ​ເທດ.

ຂ່າວຈາກ: 
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...