Homeຂ່າວເຫດການ"ຢ່າໃຫ້ຄົນຜູ້ດຽວມາມ້າງສາຍສຳພັນ"

“ຢ່າໃຫ້ຄົນຜູ້ດຽວມາມ້າງສາຍສຳພັນ”

Published on

ກາຍເປັນກະແສຮືຮາກັນ ໃນສື່ສາທາລະນະເມື່ອຊ່າງພາບໄທກຸ່ມໝຶ່ງ Post ຂໍ້ຄວາມເຢາະ ເຢີ້ຍຊ່າງພາບລາວໃນງານວາງ ສະແດງລົດຍົນນານາຊາດທີ່ສູນການຄ້າ-ລາວໄອເຕັກ ນະຄອນຫຼວງວຽງຈັນ ໃນອາທິດຜ່ານມານີ້ ນັບວ່າເປັນການເຂົ້າມາເຢີ້ຍຍັນ ດູຖູກກັນຢູ່ກະໂຕດິນແດນລາວ.

     ນີ້ບໍ່ແມ່ນເທື່ອທຳອິດທີ່ຄົນໄທ ຈຳນວນໜຶ່ງສ້າງຄວາມແຕກແຫງໃຫ້ແກ່ສາຍພົວພັນຂອງສອງປະເທດ.. ແຕ່ເບິ່ງຄືວ່າເມື່ອມີການ ກ່າວຂໍໂທດທຸກຢ່າງກໍ່ເລືອນລາງຈາງຫາຍໄປ. ມັນໂລດເປັນຄືເດັກ ນ້ອຍສວຍໂອກາດດ່າຜູ້ໃຫຍ່ ສຸດທ້າຍກໍບໍ່ຜິດຫຍັງ? ແນວວ່າເຂົາຮູ້ເທົ່າບໍ່ເຖິງການ.. ແລ້ວໃນຕໍ່ໜ້າເດ່?

ແລ້ວຊິຈັດການແນວໃດ? ພວກເຮົາຖືເບົາບັນຫານີ້ໂພດບໍ່? ຊິປະໃຫ້ເຂົາມາດ່າ ມາດູຖູກຮອດຂັ້ນໄດເຮືອນແບບນີ້ຕະຫຼອດໄປບໍ່ ນັ້ນຄືບັນຫາທີ່ຕັ້ງຂຶ້ນ?.. ໃນຍຸກ ກົນໄກຕະຫຼາດນີ້ຕ້ອງຍອມຮັບວ່າ ກະແສວັດທະນະທຳ.. ການຄ້າຂາຍ, ການວາງແຜນການຕະຫຼາດ, ການເບື່ອເມົາຈາກພວກ 18 ມຸງກຸດມັນເຊື່ອມເຂົ້າມາສູ່ປະເທດ ເຮົາຫຼາຍຂຶ້ນ ໂດຍສະເພາະແມ່ນມາຈາກປະເທດເພື່ອນບ້ານທຶນນິຍົມຄືໄທ. ຮູ້ແລ້ວພວກເຮົາຈະສະກັດກັ້ນແນວບໍ່ດີ, ແນວຈະກະທົບໃສ່ສາຍສຳພັນຂອງສອງປະເທດ ຢ່າງໃດ?.

ຜູ້ຂຽນເຄີຍລົມກັບພະນັກງານບໍານານທ່ານໜຶ່ງທີ່ເພິ່ນມີຄວາມເປັນຫ່ວງເວລາມີການຈັດສຳມະນາເຕັກນິກການໂຄສະນາຂາຍ ສິນຄ້າທີ່ມີນັກວິທະຍາກອນມາ ຈາກປະເທດໄທ ວ່າພາກສ່ວນຄຸ້ມຄອງມະຫາພາກ ເຄີຍໄປເບິ່ງນຳເຂົາ ຫຼື ບໍ່?. ບໍ່ທໍ່ນັ້ນຍັງມີເຕັກ ນິກການຕະຫຼາດ, ການເອົາຄົນທີ່ ເປັນເສດຖີມາເລົ່າປະສົບການ ຂາຍ ແລະອື່ນໆເວົ້າແນວນີ້ບໍ່ແມ່ນ ວ່າບໍ່ດີເນີ! ມີດີແຕ່ຖ້າຫາກເຮົາຄຸ້ມຄອງເບິ່ງນຳເຂົາແລ້ວຊອດແຊກ ແນວທາງນະໂຍບາຍຂອງພັກ-ລັດເຂົ້າໄປຈະເປັນການດີຍິ່ງ, ຈະປະປ່ອຍເຂົາເຮັດເອງຕໍ່ໄປນີ້ ມັນຊິລຳບາກບາດເວົ້າບໍ່ເຂົ້າທ່າ.

ກໍຄືກັນກັບພວກນັກສະແດງ, ນັກຮ້ອງໄທຫາກຖືກແນະນຳ ເລື່ອງການເວົ້າການຈາກໍດີຫາກບໍ່ມີການແນະນຳມັນມັກມີເລື່ອງ ເຊັ່ນດຽວກັນກັບພວກຊ່າງພາບນີ້ລະ?.

ຜູ້ຕາງໜ້າທັງສອງປະເທດ ເປັນຕົ້ນສະມະຄົມມິດຕະພາບ ຊິເມື່ອຍຫຼາຍຂຶ້ນເພາະວ່າຕ້ອງໄດ້ ແນະນຳໃຫ້ຄົນໄທຮູ້ກ່ຽວກັບປະເທດລາວບໍ່ຊັ້ນໃນຖານະປະເທດອາຊຽນດ້ວຍກັນຊິບໍ່ເຂົ້າໃຈກັນມັນເປັນເລື່ອງທີ່ໜ້າອາຍຊາວໂລກ.

ຕໍ່ໄປນີ້ຝ່າຍລາວກໍຄວນມີມາດຕະການສຶກສາອົບຮົມພວກຈັດງານຕ່າງໆ ທີ່ມາຈັດຢູ່ ສປປ ລາວ ວ່າລະບຽບປະເພນີຂອງລາວມີ ຫຍັງແດ່? ອັນໃດຫ້າມອັນໃດບໍ່ຫ້າມ?  ກ່ອນທີ່ຈະອະນຸຍາດໃຫ້ຈັດງານນໍ?.

ຄົນສ່ວນຫຼາຍເຂົາກໍດີດອກ! ແຕ່ພວກເຮົາບໍ່ຄວນໃຫ້ຄົນຜູ້ດຽວ ມາມ້າງເພສາຍສຳພັນທີ່ດີງາມຂອງສອງປະເທດ.

ຂ່າວຈາກ: 

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...