Homeຂ່າວທ້ອງຖິ່ນບຸນຊ່ວງເຮືອປີນີ້ມີຂໍ້ຈຳກັດຫລາຍອັນ

ບຸນຊ່ວງເຮືອປີນີ້ມີຂໍ້ຈຳກັດຫລາຍອັນ

Published on

ຕາມແຈ້ງການເລກທີ 1715/ຫວກ.ນວ ລົງວັນທີ 19 ກັນຍາ 2016 ຂອງນະຄອນຫລວງວຽງຈັນກ່ຽວກັບການກະກຽມຈັດງານບຸນອອກພັນສາປະວໍລະນາ, ວາງສະແດງສິນຄ້າ ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນປະຈຳປີ 2016 ແມ່ນເຫັນວ່າໄດ້ມີຂໍ້ຈຳກັດ ແລະ ຂໍ້ຫ້າມຫລາຍອັນ ເປັນຕົ້ນ: ການຈັດຄົບງັນ,ວາງສະແດງສິນຄ້າໃນງານບຸນດັ່ງກ່າວປີນີ້ໃຫ້ຈັດໃນລະດັບທີ່ເໝາະສົມ,ການວາງສະແດງສິນຄ້າກໍແມ່ນໃຫ້ມີແຕ່ 4 ມື້ເທົ່ານັ້ນ ແລະ ສິນຄ້າທີ່ເອົາມາວາງສະແດງຕ້ອງເປັນສິນຄ້າໂອດ໋ອບ (ODOP) ແລະ ຜະລິດຕະພັນພາຍໃນຂອງລາວທີ່ມີຄຸນນະພາບ ແລະ ມາດຕະຖານດີ, ລວມທັງການຂາຍເຂົ້າຫລາມ-ປິ້ງໄກ່ຕາມປະເພນີ, ແຕ່ບໍ່ໃຫ້ມີການຂາຍສິນຄ້າ ຫລື ແລກປ່ຽນສິນຄ້າແບບການພະນັນ ແລະ ຊັດໝາກປຸມເປົ້າ.

ສຳລັບບ່ອນວາງສະແດງຂາຍສິນຄ້າກໍແມ່ນໃຫ້ເອົາຢູ່ບ່ອນຂາຍສິນຄ້າໃນປັດຈຸບັນນີ້, ບໍ່ໃຫ້ວາງຂາຍກວມທາງຍ່າງ, ທາງລົດ ເພື່ອໃຫ້ມີບ່ອນຍ່າງ ແລະ ນັ່ງກິນອາຫານ, ພ້ອມທັງໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ອອກແຈ້ງການກ່ຽວກັບການຄ້າຂາຍຍ່ອຍແມ່ນສະຫງວນໄວ້ໃຫ້ຄົນລາວເທົ່ານັ້ນ, ສ່ວນຄົນຕ່າງປະເທດແມ່ນຂາຍສິນຄ້າຂອງຕົນຢູ່ໃນຮ້ານຄ້າ ຫລື ສູນການຄ້າເທົ່ານັ້ນ ໝາຍວ່າບໍ່ໃຫ້ມາຂາຍຢູ່ໃນງານບຸນນີ້ໄດ້, ໃຫ້ຜູ້ສຳປະທານຮັບຜິດຊອບຕາມສັນຍາສຳປະທານ, ກົດໝາຍ, ລະບຽບການ ແລະ ການກຳນົດຂອງທາງການກ່ຽວຂ້ອງ ເປັ້ນຕົ້ນ: ການຈັດສັນບ່ອວາງສະແດງຂາຍສິນຄ້າ, ບ່ອນຈອດລົດ, ບ່ອນບໍລິການຕັ່ງນັ່ງຊົມການຊ່ວງເຮືອ ຫລື ນັ່ງພັກຜ່ອນກິນ-ດື່ມ ແບບເກັບເງິນໃນລາຄາບໍ່ເກີນ 10 ພັນກີບຕໍ່ຕັ່ງໜຶ່ງໜ່ວຍ, ລວມເຖິງຄ່າໃຊ້ຈ່າຍໃນການຮັກສາຄວາມສະ ຫງົບປອດໄພ, ຄ່າເຮັດອະນາໄມເກັບມ້ຽນ-ຂົນຂີ້ເຫຍື້ອໄປຖິ້ມ, ຄ່າສິ້ນເປືອງຂອງຄະນະກຳມະການຈັດງານ ແລະ ຄ່າໃຊ້ຈ່າຍອື່ນໆທີ່ເກີດຂຶ້ນໃນການຈັດງານຕົວຈິງ. ສໍາລັບການຊ່ວງເຮືອປະເພນີຕ້ອງຈັດແຂ່ງຂັນ ແລະ ມອບລາງວັນໃຫ້ແລ້ວກ່ອນ 17:00 ໂມງ, ຖ້າເວລາບໍ່ພໍກໍໃຫ້ຈັດການແຂ່ງຂັນ 2 ມື້.

ແນວໃດກໍຕາມ, ການຈັດຕັ້ງປະຕິບັດແຈ້ງດັ່ງກ່າວຢ່າງລະອຽດນັ້ນ, ແມ່ນຄະນະຮັບຜິດ ຊອບຈັດງານບຸນຍັງຈະໄດ້ມີການປຶກສາຫາລືກັນຕື່ມ ແລະ ຖ້າມີການປ່ຽນແປງ ຫລື ມີຄວາມຄືບໜ້າແນວໃດໜັງສືພິມລາວພັດທະນາພວກເຮົາຈະລາຍງານໃຫ້ຊາບຕື່ມອີກ.

ຂ່າວຈາກ: laophatthananewspaper
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...