spot_img
Homeຂ່າວຕ່າງປະເທດທະນາຄານໂລກເຜີຍ ຫວຽດນາມມີມະຫາເສດຖີ 110 ຄົນ

ທະນາຄານໂລກເຜີຍ ຫວຽດນາມມີມະຫາເສດຖີ 110 ຄົນ

Published on

557000008159901
ຟາມ ເຍິດ ເວືອງ ຈາກໜ້າປົກຂອງວາລະສານຟັອບສ໌

 

ທະນາຄານໂລກໄດ້ເປີດເຜີຍວ່າ ຫວຽດນາມມີພົນລະເມືອງທີ່ຈັດຢູ່ໃນລະດັບມະຫາເສດຖີ ປະມານ 110 ຄົນ

ໃນປີ 2013 ທີ່ຜ່ານມາ ໂດຍເປັນບຸກຄົນທີ່ມີຊັບສິນລວມມູນຄ່າ 30 ລ້ານໂດລາ ຫຼື ຫຼາຍກ່ວານັ້ນ ໂດຍທີ່ຍັງ

ບໍ່ທັນລວມຊັບສິນປະເພດທີ່ຢູ່ອາໄສ.

 

ທ່ານ ກາບຽນ ເດມອມໄບ ນັກເສດຖະສາດອາວຸໂສຂອງທະນາຄານໂລກ ກ່າວໃນການຖະແຫຼງຂ່າວຢູ່ນະຄອນ

ຫຼວງຮ່າໂນ້ຍ ເມື່ອວັນທີ 8 ມິຖຸນາ 2014 ຜ່ານມາວ່າ ” ນີ້ເປັນການເພີ່ມຈຳນວນຂຶ້ນຫຼາຍ ຈາກປີ 2003 ທີ່ມີ

ມະຫາເສດຖີຢູ່ທີ່ 34 ຄົນເທົ່ານັ້ນ  ”

 

ມະຫາເສດຖີທົ່ວໂລກເພີ່ມຈຳນວນຂຶ້ນຢ່າງວ່ອງໄວ ໃນຊ່ວງທົດສະວັດທີ່ຜ່ານມາ ເຊິ່ງເພີ່ມຄວາມວິຕົກກັງວົນ

ເຖິງຄວາມບໍ່ເທົ່າທຽມກັນ ທັງໃນຫວຽດນາມ ແລະ ໃນລະດັບໂລກ.

 

ລາຍງານຍັງເຜີຍໃຫ້ເຫັນ ເຖິງຄວາມແຕກຕ່າງຂອງສິ່ງທີ່ຜູ້ຄົນໃນຊົນນະບົດ ແລະ ຊຸມຊົນຊາວເມືອງນຳເອົາ

ມາພິຈາລະນາເຖິງຄວາມຮັ່ງມີ ໂດຍຜູ້ຄົນໃນພື້ນທີ່ຊົນນະບົດເຫັນວ່າ ຄົນລວຍ ຄືຄົນທີ່ມີລາຍໄດ້ 10 ລ້ານດົງ

(470 ໂດລາ) ຕໍ່ເດືອນ ແລະ ໃນຂະນະທີ່ຄົນໃນຊຸມຊົນເມືອງເຫັນວ່າ ຄົນລວຍ ຄືຄົນທີ່ມີລາຍໄດ້ 40 ລ້ານດົງຕໍ່

ເດືອນ.

 

ວາລະສານຟັອບສ໌ ໄດ້ລາຍງານເມື່ອເດືອນມີນາປີນີ້ວ່າ ທ່ານ ຟ່າມ ເຍິດ ເວືອງ ຊີອີໂອບໍລິສັດວິງກຣຸບ ເອເອສຊີ

ເຊິ່ງເປັນບໍລິສັດຜູ້ພັດທະນາອະສັງຫາລິມະຊັບ ແລະ ຜູ້ປະກອບການສູນການຄ້າລາຍໃຫຍ່ທີ່ສຸດຂອງຫວຽດນາມ

ຍັງຄົງຕິດຢູ່ໃນລາຍຊື່ການຈັດອັນດັບ ມະຫາເສດຖີໂລກ ທີ່ລວມລວມໂດຍວາລະສານດັ່ງກ່າວ ແລະ ຍັງໄດ້ລະບຸ

ອີກວ່າ ທ່ານ ເວືອງ ເປັນຊາວຫວຽດນາມພຽງຄົນດຽວ ໃນການຈັດອັນດັບມະຫາເສດຖີໂລກ ແລະ ຕອນນີ້ເຂົາ

ຍັງເປັນເຈົ້າຂອງຊັບສິນລວມມູນຄ່າປະມານ 1,600 ລ້ານໂດລາ.

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...