spot_img
Homeຂ່າວພາຍ​ໃນເຮລີຄອບເຕີທະຫານກຳປູເຈຍ ຕົກໃກ້ເມືອງຫຼວງ ເສຍຊີວິດ 5 ຄົນ ສາຫັດ 1.

ເຮລີຄອບເຕີທະຫານກຳປູເຈຍ ຕົກໃກ້ເມືອງຫຼວງ ເສຍຊີວິດ 5 ຄົນ ສາຫັດ 1.

Published on

CAMBODIA-ACCIDENT

 

ແຫຼ່ງຂ່າວຂອງຕ່າງປະເທດລາຍງານວ່າ ເຈົ້າໜ້າທີ່ກຳປູເຈຍ ໄດ້ເປີດເຜີຍເມື່ອເວລາ 9 ໂມງ 30 ນາທີຂອງມື້ນີ້

(14 ກໍລະກົດ) ເກີດເຫດເຮລີຄອບເຕີທະຫານ ຕົກໃນພື້ນທີ່ແຄມເມືອງຫຼວງພະນົມເປັນ ເຊິ່ງເປັນເຫດໃຫ້ນາຍ

ທະຫານເສຍຊີວິດທັນທີ 5 ຄົນ ແລະ ໄດ້ຮັບບາດເຈັບ 1 ຄົນ.

 

ເຮລີຄອບເຕີ Z-9 ຂອງກອງທັບອາກາດກຳປູເຈຍ ຕົກລົງໃນສະນ້ຳພື້ນທີ່ແຂວງໄປຣຊໍ ເຂດດອງກໍ ເຊ່ິ່ງຫ່າງ

ຈາກນະຄອນຫຼວງພະນົມເປັນ ປະມານ 10 ກິໂລແມັດ, ໃນຂະນະທີ່ຜູ້ບັງຄັບບັນຊາໃນກອງທັບ ລົງກວດກາ

ການເຝິກທະຫານ ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ແລະ ອີກ 1 ຄົນບາດເຈັບສາຫັດ ໂດຍການໂດດອອກມາຈາກ

ເຮລີຄອບເຕີ ເຊິ່ງຢູ່ໃນເຮລີຄອບເຕີລຳດັ່ງກ່າວ ປະກອບມີເຈົ້າໜ້າທີ່ທະຫານທັງໝົດ 6 ຄົນ.

 

ພົນເອກ ເຕຍ ບັນ ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ໄດ້ຢືນຢັນຄືນເຖິງເຫດການດັ່ງກ່າວ ແລະ

ກ່າວວ່າ ເຈົ້າໜ້າທີ່ກຳລັງດຳເນີນການສືບສວນຫາສາເຫດ.

 

ທີມກູ້ໄພ ແລະ ເຈົ້າໜ້າທີ່ຕຳຫຼວດ ເດີນທາງເຖິງຈຸດເກີດເຫດ ໂດຍໄດ້ພົບຊາກເຮລິຄອບເຕີຈົມຢູ່ໃນສະນ້ຳ

ເຊິ່ງຜູ້ເສຍຊີວິດ ແມ່ນປະກອບມີ ພົນອາກາດໂທ ອຸກ ວັນຮາ ຮອງເສນາທິການກອງທັບອາກາດກຳປູເຈຍ

ລວມຢູ່ໃນນັ້ນດ້ວຍ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...