Homeຂ່າວການສຶກສາລັດຖະມົນຕີສຶກສາ ຊີ້ແຈງເລື່ອງໃບປະກາດປອມ!

ລັດຖະມົນຕີສຶກສາ ຊີ້ແຈງເລື່ອງໃບປະກາດປອມ!

Published on

phankham

ທ່ານ ດຣ. ພັນຄຳ ວິພາວັນ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງ

ສະມາຊິກສະພາແຫ່ງຊາດ (ສສຊ) ໃນວັນທີ 11 ເດືອນ ກໍລະກົດ ປີ 2014 ຕໍ່ການກວດເຫັນປະກາສະນີຍະບັດປອມ

ຈົບຊັ້ນມັດທະຍົມຕອນປາຍ 176 ໃບ ແລະ ຮຽນຈົບບາງຄະນະຂອງມະຫາວິທະຍາໄລແຫ່ງຊາດຈຳນວນໜຶ່ງ ທີ່ຢູ່

ໃນການຄຸ້ມຄອງຂອງຜູ້ກ່ຽວຂ້ອງ, ໄດ້ເຫັນບຸກຄົນຈຳນວນໜຶ່ງທີ່ຜະລິດ ແລະ ອອກໃບປະກາສະນີຍະບັດປອມ

ຕໍ່ກັບບັນຫາດັ່ງກ່າວ ກະຊວງສຶກສາທິການ ແລະ ກິລາ ໄດ້ມີບາງມາດຕະການແກ້ໄຂຕໍ່ກັບຜູ້ທີ່ມີ ແລະ ໃຊ້ໃບປະ

ກາສະນີຍະບັດປອມຄື: ກະຊວງສຶກສາທິການ ແລະ ກິລາ ແລະ ມະຫາວິທະຍາໄລແຫ່ງຊາດ ໃນຖານະຜູ້ຮັບຜິດ

ຊອບອອກໃບປະກາສະນີຍະບັ ດທີ່ຖືກຕ້ອງຕາມກົດໝາຍໄດ້ອອກຄຳສັ່ງລົບລ້າງປະກາສະນີຍະບັດປອມດັ່ງກ່າວ,

ສັ່ງໂຈະການຮຽນສຳລັບຜູ້ກຳລັງຮຽນຢູ່ໃນສະຖາບັນອາຊີວະສຶກສາ ແລະ ມະຫາວິທະຍາໄລທັງພາກລັດ ແລະ ພາກ

ເອກະຊົນ, ສຳລັບຜູ້ຮຽນຈົບ ຫລື ຜູ້ທີ່ເປັນພະນັກງານແລ້ວກໍໄດ້ແຈ້ງໃຫ້ກົມກອງຜູ້ກ່ຽວຮັບຊາບ ແລະ ສະເໜີໃຫ້

ພາກສ່ວນກ່ຽວຂ້ອງ ປະຕິບັດວິໄນຕໍ່ຜູ້ກ່ຽວຕາມລະບຽບຫລັກການ. ພ້ອມດຽວກັນນັ້ນ ກໍໄດ້ສົ່ງສຳນວນລາຍຊື່ຜູ້

ກ່ຽວຂ້ອງໃຫ້ເຈົ້າໜ້າທີ່ສືບຕໍ່ດຳເນີນຕາມລະບຽບກົດໝາຍ.

ສຳລັບຜູ້ທີ່ຜະລິດ ແລະ ອອກໃບປະກາດປອມ, ທາງກະຊວງສຶກສາທິການ ແລະ ກິລາ ໄດ້ສົມທົບ ແລະ ລາຍງານ

ໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ນຳຕົວຜູ້ກ່ຽວໄປລົງໂທດຕາມລະບຽບກົດໝາຍ. ສ່ວນວິທີການແກ້ໄຂລວມກ່ຽວກັບ

ການປອມແປງໃບປະກາສະນິຍະບັດນີ້ ທາງກະຊວງສຶກສາທິການ ແລະ ກິລາ ໄດ້ອອກຄຳສັ່ງແນະນຳໃຫ້ທຸກອົງ

ການຈັດຕັ້ງທັງພາກລັດ ແລະ ເອກະຊົນໃນທົ່ວປະເທດ, ໃຫ້ທຸກອົງການຈັດຕັ້ງທີ່ກ່ຽວຂ້ອງເປັນເຈົ້າການຕິດຕາມ

ແລະ ກວດກາເອກະສານ ຢັ້ງຢືນວຸດທິການສຶກສາຜູ້ທີ່ຢູ່ໃນການຄຸ້ມຄອງຂອງອົງການຕົນ ນັບທັງຜູ້ສະໝັກເຂົ້າ

ເຮັດວຽກໃໝ່, ຖ້າພົບເຫັນຜູ້ທີ່ນຳໃຊ້ໃບປະກາສະນີຍະບັດປອມ ກໍໃຫ້ດຳເນີນໄປຕາມລະບຽບກົດໝາຍ, ນອກນີ້

ທາງກະຊວງສຶກສາທິການ ແລະ ກິລາ ຈະໄດ້ປັບປຸງຄືນໃໝ່ລະບົບການຕິດຕາມການເຂົ້າຮຽນ, ຜົນການຮຽນ

ແລະ ການເຄື່ອນຍ້າຍຂອງນັກຮຽນ – ນັກສຶກສາແຕ່ລະຄົນ ນັບແຕ່ມື້ລົງທະບຽນເຂົ້າຮຽນປີທີ 1 ຫລື ປີກຽມ

ຮອດປີສຸດທ້າຍຂອງຊັ້ນຮຽນນັ້ນໆ ຮອດມື້ສອບເສັງຈົບຊັ້ນຮຽນນັ້ນໆ, ຈະໄດ້ປັບປຸງລະບົບການກວດກາສົ້ນເຂົ້າ

ແລະ ສົ້ນອອກຂອງນັກຮຽນ – ນັກສຶກສາ ແຕ່ລະຊັ້ນ ແຕ່ລະສາຍ ໃນແຕ່ລະລຸ້ນໃຫ້ເຄັ່ງຄັດ, ຊັດເຈນ ແລະ ເດັດ

ຂາດ, ປັບປຸງລະບົບຮັບ – ສົ່ງ ຖານສະຖິຕິຂໍ້ມູນຂ່າວສານ ໂດຍນຳໃຊ້ລະບົບທາງເອເລັກໂຕນິກ, ເວບໄຊໃຫ້ເຊື່ອມ

ສານຫາກັນໄດ້ສະດວກຂຶ້ນລະຫວ່າງພາຍໃນ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ, ປັບປຸງ ແລະ ແບ່ງຄວາມຮັບ

ຜິດຊອບຄືນໃໝ່ການແບ່ງຂັ້ນຄຸ້ມຄອງລະຫວ່າງກະຊວງສຶກສາທິການ ແລະ ກິລາ ກັບທ້ອງຖິ່ນ, ສະຖາບັນການ

ສຶກສາກ່ຽວກັບການຄຸ້ມຄອງ, ການຜະລິດ ແລະ ການອອກໃບປະກາສະນີຍະບັດຈົບຊັ້ນຂອງແຕ່ລະຊັ້ນຮຽນ

ແລະ ທົ່ວສັງຄົມ ຕ້ອງເປັນເຈົ້າການມີຄວາມຮັບຜິດຊອບຮ່ວມກັນໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາ

ດັ່ງກ່າວ ໂດຍເລີ່ມຈາກບໍ່ໃຫ້ຄວາມຮ່ວມມືກັບກຸ່ມຄົນທີ່ເຄື່ອນໄຫວເພື່ອປອມແປງໃບປະກາສະນິຍະບັດໃຫ້ພາກ

ສ່ວນກ່ຽວຂ້ອງ ແລະ ເຈົ້າໜ້າທີ່ຮັບຊາບໂດຍດ່ວນ ເພື່ອຕິດຕາມນຳມາສອບສວນ, ສືບສວນ ແລະ ປະຕິບັດວິໄນ

ຕາມລະບຽບກົດໝາຍ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...