spot_img
Homeຂ່າວພາຍ​ໃນຜົນກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ

ຜົນກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ

Published on

ກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ, ໄດ້ໄຂຂຶ້ນໃນວັນທີ 30 ກັນຍານີ້ ແລະ ປິດລົງດ້ວຍຜົນສໍາເລັດຈົບງາມໃນຕອນແລງຂອງມື້ດຽວກັນ, ພາຍໃຕ້ການເປັນປະທານຂອງສະຫາຍນາງ ສູນທອນ ໄຊຍະຈັກ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຈັນສີ ໂພສີຄໍາ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະມາຊິກພັກສົມບູນຈໍານວນ 54 ສະຫາຍ, ຍິງ 14 ສະຫາຍ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້, ໄດ້ຄົ້ນຄ້ວາປຶກສາຫາລື ແລະ ຮັບຮອງເອົາບົດລາຍງານການເມືອງຂອງຄະນະພັກສະໄໝສາມັນທີ I ທີ່ໄດ້ຕີລາຄາຢ່າງພາວະວິໄສຕໍ່ຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ແລະ ວາງທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ ແລະ ໄດ້ດໍາເນີນການບ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກຊຸດໃໝ່, ເຊິ່ງມີຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 10 ສະຫາຍ, ຍິງ 4 ສະຫາຍ ແລະ ເລືອກເອົາ 7 ສະຫາຍ, ໂດຍກອງປະຊຸມໄດ້ເປັນເອກະພາບເລືອກເອົາສະຫາຍນາງ ສູນທອນ ໄຊຍະຈັກ ເປັນເລຂາຄະນະບໍລິຫານງານພັກ, ສະຫາຍ ສົມພອນ ສີຈະເລີນ ເປັນຮອງເລຂາຄະນະພັກ, ສະຫາຍ ສົມດີ ບຸນຄຸ້ມ ເປັນປະທານກວດກາ.

ໃນໂອກາດນີ້, ສະຫາຍ ຈັນສີ ໂພສີຄໍາ ໄດ້ໂອ້ລົມຊີ້ນໍາຕໍ່ກອງປະຊຸມໂດຍ ເນັ້ນໃຫ້ຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກເອົາໃຈໃສ່ 8 ບັນຫາຕົ້ນຕໍ່ ເພື່ອກໍານົດທິດທາງແຜນການໃນຕໍ່ໜ້າ ເປັນຕົ້ນ: ໃຫ້ຮີບຮ້ອນປັບປຸງພາລະບົດບາດ ແລະ ຕໍາແໜ່ງງານຂອງບັນດາກົມຂອງຄະນະພົວພັນຕ່າງປະເທດສູນກາງພັກຄືນໃໝ່ບົນພື້ນຖານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະພົວພັນຕ່າງປະເທດສູນກາງພັກສະບັບໃໝ່, ແນໃສ່ຮັບປະກັນປະສິດທິຜົນໃນການປະຕິບັດບົດບາດເປັນເສນາທິການໃຫ້ຂັ້ນເທິງ ແລະ ຮອງຮັບການປະຕິບັດໜ້າທີ່ການເມືອງຂອງຕົນໃນໄລຍະໃໝ່, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ສະມາຊິກພັກມີຄວາມຮູ້ກ່ຽວກັບທິດສະດີມາກ-ເລນິນ, ມີທັດສະນະຫລັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ສືບຕໍ່ສ້າງບັນດານິຕິກໍາທີ່ຈໍາເປັນໃຫ້ແກ່ການເຄື່ອນ ໄຫວຕ່າງປະເທດຂອງພັກ ເພື່ອກ້າວໄປເຖິງການອອກມະຕິກົມການເມືອງກ່ຽວກັບການຄຸ້ມຄອງການເຄື່ອນໄຫວຕ່າງປະເທດຢ່າງລວມສູນ ແລະ ເປັນເອກະພາບໃນທົ່ວປະເທດ, ເອົາໃຈໃສ່ຍົກລະດັບວິຊາສະເພາະໃຫ້ພະນັກງານ-ສະມາຊິກພັກຢ່າງມີແຜນການ, ເປັນພະນັກງານການທູດ, ຝຶກຝົນຫລໍ່ຫລອມຕົນເອງທາງດ້ານຄວາມສາມາດໃນການຄົ້ນຄ້ວາ, ສັງລວມ, ວິໄຈ, ສະພາບການຜັນແປຢ່າງສັບສົນ, ວ່ອງໄວໃນພາກພື້ນ ແລະ ສາກົນ, ພ້ອມທັງສືບຕໍ່ປັບປຸງວຽກງານຈັດຕັ້ງ, ວຽກງານພັກ-ພະນັກງານ, ສູ້ຊົນໃຫ້ມີຈໍານວນໜ່ວຍພັກເຂັ້ມແຂງ, ປອດໄສ, ໜັກແໜ້ນມີຈໍານວນເພີ່ມຂຶ້ນ, ເສີມຂະຫຍາຍຄວາມສາມັກຄີເປັນເອກະພາບພາຍໃນຂອງຄະນະພັກ, ສະມາຊິກພັກ-ພະນັກງານ ແລະ ລັດຖະກອນບົນພື້ນຖານປະຕິບັດລວມສູນປະຊາທິປະໄຕ, ປຶກສາຫາລືເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຈະແຈ້ງ, ປະຕິບັດກົນໄກສະຫລຸບ ແລະ ຖອດຖອນບົດຮຽນໃນການເຄື່ອນໄຫວຕ່າງປະເທດໃນແຕ່ລະໄລຍະຂອງບັນດາຄະນະພັກ, ເປັນເຈົ້າການໃນການປະສານງານກັບພາກສ່ວນກ່ຽວຂ້ອງຂອງລາວ ເພື່ອເພີ່ມທະວີການໂຄສະນາຕໍ່ຕ່າງປະເທດ ກ່ຽວກັບແນວທາງນະໂຍບາຍຂອງພັກ-ລັດເຮົາໃນແຕ່ລະໄລຍະ, ອະທິບາຍສະພາບຄວາມເປັນຈິງຂອງການພັດທະນາປະເທດເຮົາ, ພ້ອມທັງຕີຖອຍຖ້ອຍທໍານອງໃສ່ຮ້າຍປ້າຍສີພັກ-ລັດໃນບັນຫາຕ່າງໆຢ່າງທັນການ ແລະ ຄ່ອງແຄ້ວ.

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...