ຕອນບ່າຍມື້ນີ້, ວັນທີ 2 ຕຸລາ 2016 ຢູ່ທີ່ປູຊະນິຍະສະຖານ ພະທາດຫຼວງ ນະຄອນຫຼວງວຽງຈັນ ໄດ້ມີພິທີຫຼໍ່ຄຳເພື່ອໂອບຍອດພະທາດຫຼວງ ເພື່ອສະຫຼອງການສ້າງພະທາດຫຼວງຄົບຮອບ 450 ປີຂຶ້ນ ໂດຍການເຂົ້າຮ່ວມຂອງ ພະອາຈານມະຫາ ງອນ ບໍລິບູນ ປະທານອົງການພຸດທະສາດສະໜາສຳພັນລາວ (ປະທານຝ່າຍສົງ) ແລະທ່ານ ປອ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ (ປະທານຝ່າຍຄະລາວາດ) ພ້ອມພະເຖລານຸເຖລະ, ຄະນະລັດຖະມົນຕີ, ທ່ານເຈົ້າຄອງນະຄອນຫຼວງ, ຜູ້ຊົງຄຸນວຸດທິ ແລະພໍ່ແມ່ປະຊາຊົນຊາວນະຄອນຫຼວງເຂົ້າຮ່ວມຢ່າງຫຼວງຫຼາຍ.
ຕາມຂໍ້ມູນເບື້ອງຕົ້ນພິທີຫຼໍ່ຄຳໂອບຍອດພະທາດຫຼວງຄັ້ງນີ້ ມີຄຳສົດ 10 ກິໂລກະລາມ ແລະໃນໂອກາດດຽວກັນນີ້ຍັງໄດ້ເປີດການລະດົມທຶນປະກອບສ່ວນຕື່ມອີກ ເປັນຄັ້ງທີ II ທັງນີ້ແມ່ນເພື່ອເປັນການເສີມບາລະມີໃຫ້ແກ່ອົງພະທາດຫຼວງ ທີ່ເປັນທີ່ເຄົາລົບບູຊາ ແລະເປັນມິ່ງຂວັນຂອງຄົນລາວ ທັງລ້ອງແມ່ນ້ຳຂອງ ແລະຕ່າງປະເທດທົ່ວໂລກ.
ຕາມຕຳນານອຸລັງຄະທາດ ພຣະທາດຫຼວງຖືກສ້າງຂຶ້ນເທື່ອທີໜຶ່ງໃນປີພສ 236 (ກ່ອນ ຄສ 307 ປີ) ສະໄໝສ້າງເມືອງວຽງຈັນ,ໂດຍພຣະເຈົ້າ ຈັນທະບຸຣີ ປະສິດທິຈັກ ພ້ອມດ້ວຍພຣະ ອໍຣະຫັນຫ້າອົງ (ພຣະສົງລາວ) ທີ່ກັບມາຈາກການສຶກສາທຳມະ ແລະ ໄດ້ນຳເອົາພຣະບໍຣົມມະ ທາດ(ກະດູກ)ຂອງພຣະພຸດທະເຈົ້າມາຈາກປະເທດອິນເດຍ. ການສ້າງພຣະທາດຫຼວງເທື່ອທຳ ອິດນັ້ນພຽງແຕ່ກໍ່ເປັນອຸມຸງຫິນກວມພຣະບໍຣົມມະທາດເທົ່ານັ້ນ ແລະ ມີຮູບສີ່ລ່ຽມ, ກວ້າງດ້ານ ລະຫ້າວາ, ໜາສອງວາ ແລະ ສູງສີ່ວາສາມສອກ.
ປີຄສ 1566 ພາຍຫຼັງການຍ້າຍນະຄອນຫຼວງຈາກຫຼວງພຣະບາງລົງມາຕັ້ງຢູ່ວຽງຈັນ(ຄສ 1560) ພຣະເຈົ້າໄຊຍະເສດຖາທິລາດ ໄດ້ກໍ່ສ້າງພຣະທາດຫຼວງເປັນເທື່ອທີສອງ ແລະ ໄດ້ສ້າງ ເປັນທາດໃຫຍ່ກວມອຸມຸງຫິນອັນເກົ່າ ເຊິ່ງມີພຣະທາດນ້ອຍສາມສິບອົງອ້ອມພຣະທາດໃຫຍ່ ເປັນບໍລິວານ ພ້ອມດ້ວຍກົມມະລຽນ ແລະ ຫໍໄຫວ້ທັງສີ່ທິດ. ໃນທາດນ້ອຍແຕ່ລະອົງນັ້ນເພິ່ນ ໄດ້ເອົາຄຳໜັກສີ່ບາດຫຼໍ່ເປັນທາດນ້ອຍໆບັນຈຸໄວ້ເຊິ່ງມີໃບລານທີ່ເຮັດດ້ວຍຄຳຍາວສອກປາຍ(ສອກກຳ) ແລະ ຈາລຶກພາສາບາລີດ້ວຍອັກສອນທຳຮອງໄວ້ທຸກອົງ. ເມື່ອກໍ່ສ້າງສຳເລັດເພິ່ນໄດ້ ໃສ່ຊື່ພຣະທາດວ່າ”ພຣະເຈດີໂລກະຈຸລາມະນີ” ແຕ່ຄົນສ່ວນຫຼາຍມັກເອິ້ນວ່າທາດຫຼວງ ເຊິ່ງມີ ຄວາມໝາຍວ່າທາດທີ່ໃຫຍ່. ພາຍຫຼັງສ້າງສຳເລັດລົງໃນປີຄສ 1570 ຍັງບໍ່ທັນໄດ້ສະຫຼອງ ພຣະເຈົ້າໄຊຍະເສດຖາທິລາດໄດ້ເດິນທາງລົງໄປເມືອງອັດຕະປືແລ້ວຫາຍສາບສູນໄປໃນ ປີ ຄສ1571.
ປີຄສ 1827ສະໄໝຂອງພຣະເຈົ້າອະນຸວົງ(ວິລະກະສັດ), ນະຄອນຫຼວງວຽງຈັນຖືກສັກດິ ນາຕ່າງດ້າວທຳລາຍລົງຢ່າງຮາບກ້ຽງ, ກຳແພງນະຄອນຖືກມ້າງເພ, ຫໍໂຮງ ແລະ ວັດວາອາຮາມ ນັບເປັນຮ້ອຍໆວັດຖືກຈູດເຜົາເປັນເທົ່າຖ່ານ, ອົງພຣະທາດຫຼວງທີ່ສະຫງ່າງາມມາແຕ່ບູຮານນະ ການຈຶ່ງກາຍເປັນທາດຮ້າງຢູ່ກາງປ່າ.
ປີຄສ 1876 ໂຈນຫໍ້ໄດ້ມາມ້າງເພພຣະທາດນ້ອຍອ້ອມພຣະທາດໃຫຍ່ນັ້ນເພື່ອຊອກຫາ ເງິນຄຳ ແລະ ວັດຖຸມີຄ່າທີ່ຝັງຢູ່ໃນພຣະທາດ ຈຶ່ງເຮັດໃຫ້ພຣະທາດຫຼວງທີ່ເປ່ເພຢູ່ແລ້ວນັ້ນຍິ່ງເປ່ ເພລົງຕື່ມອີກ.
ປີຄສ 1900 ເມື່ອຝຣັ່ງໄດ້ປະເທດລາວແລ້ວພວກເຂົາໄດ້ທຳການສ້ອມແປງສ່ວນຍອດ ຂອງພຣະທາດ ແຕ່ມີຮູບຊົງແຕກຕ່າງຈາກຮູບເກົ່າ ແລະ ໃນເທື່ອນີ້ ມີຜູ້ເຖົ້າເລົ່າວ່າຜູ້ສ້ອມແປງ ໄດ້ເອົາຄຳຈາກຍອດພຣະທາດໄປ.
ອີກຕໍ່ມາ ປີຄສ 1929 ລາຊະການຝຣັ່ງໄດ້ມີການສ້ອມແປງ ຄັ້ງໃຫຍ່ຈົນຮອດປີຄສ 1935 ຈຶ່ງສຳເລັດ. ການສ້ອມແປງເທື່ອນີ້ແມ່ນໄດ້ສ້ອມແປງຍອດພຣະ ທາດ, ສ້ອມແປງກົມມະລຽນ, ຫໍໄຫວ້ທາງຕາເວັນຕົກ ແລະ ທາດນ້ອຍທີ່ເພພັງໃຫ້ມີຮູບ ຊົງຄື ເກົ່າ.
ປີຄສ 1957 ເມື່ອປະເທດລາວໄດ້ຮັບອິດສະລະພາບເປັນເອກະລາດສົມບູນ ລັດຖະ ບານລາວພາຍໄຕ້ພຣະບໍລົມມະຊູປະຖຳຂອງພຣະເຈົ້າສີສະຫວ່າງວົງ ໄດ້ນຳພາປະຊາຊົນເຮັດ ບຸນສະເຫຼີມສະຫຼອງອາຍຸພຣະພຸດທະສາດສະໜາຄົບຮອບ 2500ປີ (ພສ 2500) ຈຶ່ງໄດ້ທຳການ ຟອກຄຳແຕ່ສ່ວນກາງຂຶ້ນໄປ ແລະ ໄດ້ປັ້ນພຣະບໍລົມມະຮູບ ຂອງພຣະເຈົ້າໄຊຍະເສດຖາທິລາດ ປະດິດສະຖານໄວ້ທາງດ້ານຕາເວັນຕົກ ຊື່ກັບປະຕູເຂົ້າກົມມະລຽນ ເພື່ອເປັນອະນຸສາວະລີ ທີ່ ພຣະອົງໄດ້ຊົງສ້າງພຣະທາດຫຼວງຂຶ້ນໃຫ້ເປັນທີ່ສັກກະລະບູຊາຕໍ່ມາ.
ພຣະທາດຫຼວງສູງ 45 ແມັດ, ມີໃບສີມາອ້ອມ 228ໃບ, ມີບໍລິວານ(ທາດນ້ອຍ) 30ອົງ ອ້ອມຮອບ ເອິ້ນວ່າປາລະມີສາມສິບທັດ, ຕີນພຣະທາດແຕ່ດ້ານຕາເວັນອອກຫາດ້ານຕາເວັນ ຕົກຍາວ 69 ແມັດ, ແຕ່ດ້ານເໜືອເຖິງດ້ານໃຕ້ຍາວ 68 ແມັດ ແລະ ກົມມະລຽນດ້ານນອກອ້ອມ ພຣະທາດຫຼວງແຕ່ລະດ້ານຍາວ 91.75 ແມັດ.