spot_img
Home​ຂ່າວທ່ອງທ່ຽວເອກະຊົນລາວທຸ້ມ 400 ຕື້ ເນລະມິດໜອງແປນ ເປັນແຫຼ່ງທ່ອງທ່ຽວລະດັບນາໆຊາດ!

ເອກະຊົນລາວທຸ້ມ 400 ຕື້ ເນລະມິດໜອງແປນ ເປັນແຫຼ່ງທ່ອງທ່ຽວລະດັບນາໆຊາດ!

Published on

20140711135433

 

ພິທີ​ເຊັນ​ສັນຍາ​ສຳ​ປະທານ​ເນື້ອທີ່​ດິນ​ໜອງ​ແປນ ເມືອງ​ຫາດ​ຊາຍ​ຟອງ ນະຄອນຫຼວງ​ວຽງ​ຈັນ

ເປັນ​ແຫຼ່ງ​ທ່ອງ​ທ່ຽວ ໄດ້​ມີ​ຂຶ້ນ​ວັນ​ທີ 10 ກໍລະກົດ 2014 ຢູ່​ໂຮງແຮມ​ດອນ​ຈັນ​ພາ​ເລດ ລະຫວ່າງ​

ທ່ານ ພູ​ຂົງ ບັນນະ​ວົງ ຫົວໜ້າ​ພະ​ແນກ​ແຜນການ ແລະ ການ​ລົງທຶນ ນະຄອນຫຼວງ​ວຽງ​ຈັນ

ແລະ ທ່ານ ທະນະ​ກິດ ສຸວັນນະ​ວົງ ຜູ້ອຳນວຍການ​ບໍລິສັດ ການ​ຄ້າ​ສາກົນ​ລາວ​ເອ​ເຊຍ ຈຳກັດ

​ຜູ້​ດຽວ ໃຫ້​ກຽດ​ເຂົ້າ​ຮ່ວມ​ໂດຍ​ທ່ານ ບຸນ​ທາມ ພຸດ​ທະ​ວົງສາ ເຈົ້າເມືອງ​ຫາດ​ຊາຍ​ຟອງ ແລະ

ທ່ານ ບຸນ​ຖົມ ພົມ​ພັກດີ ຮອງ​ອຳນວຍ​ການ​ບໍລິສັດ ການ​ຄ້າ​ສາກົນ​ລາວ​ເອ​ເຊຍ ຈຳກັດ​ຜູ້​ດຽວ

ໂດຍ​ຊ້ອງ​ໜ້າ ບັນດາ​ຫົວໜ້າ​ພະແນກການ​ກ່ຽວຂ້ອງ.

 

ໂຄງການ​ໜອງ​ແປນ ຈະ​ສ້າງ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ໃຫຍ່​ລະດັບ​ນາໆຊາດ ໃນ​ນີ້​ຈະ​ມີ​ໂຮງແຮມ

​ລະດັບ 5 ດາວ ສະໜາມ​ກ໊ອບ ທະເລ​ຈຳລອງ ສວນ​ສະໜຸກ ກຸ່ມ​ເຮືອນ​ຂອງ​ບັນດາ​ປະເທດ

ແຫຼ່ງ​ບັນເທີງ ແລະ ກິດຈະການ​ອື່ນໆ​ອີກ​ຈຳນວນ​ໜຶ່ງ ເຊິ່ງ​ການຈັດຕັ້ງ​ປະຕິບັດ​ໂຄງການ

ແມ່ນ​ຈະ​ເລີ່ມ​ແຕ່​ປີ 2014 ແລະ ສຳເລັດ​ໃນ​ປີ 2020 ດ້ວຍ​ມູນ​ຄ່າ​ການ​ກໍ່ສ້າງ​ທັງ​ໝົດ 50 ລ້ານ

​ໂດ​ລາ​ສະຫະລັດ ຫຼື ປະມານ 400 ຕື້​ກີບ.

 

ທ່ານ ທະນະ​ກິດ ສຸວັນນະ​ວົງ ໄດ້​ກ່າວ​ວ່າ: ສຳລັບ​ເນື້ອທີ່​ໃນ​ການ​ສຳ​ປະທານ ມີ​ທັງ​ໝົດ 150

ເຮັກຕາ ແຕ່​ໃນ​ເບື້ອງ​ຕົ້ນ​ນີ້ ພວກ​ເຮົາ​ຈະ​ພັດທະນາ 73 ເຮັກຕາ ໂດຍ​ຈະ​ສຸມ​ໃສ່​ສ້າງ​ໂຮງແຮມ

ສວນ​ສະໜຸກ ທະເລ​ຈຳລອງ ແຫຼ່ງ​ບັນ​ເທິງ​ກ່ອນ ຈາກ​ນັ້ນ ຈະ​ຕໍ່​ດ້ວຍ​ກິດຈະການ​ກຸ່ມ​ເຮືອນ

​ຂອງ​ບັນດາ​ປະເທດ ແລະ ສະໜາມ​ກ໊ອບ.

 

ແຫຼ່ງຂ່າວ: Vientiane Mai Online

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...