spot_img
Homeນານາສາລະອາການເລີ່ມຕົ້ນ ຂອງພະຍາດຕັບ ທີ່ຄວນລະວັງ!!

ອາການເລີ່ມຕົ້ນ ຂອງພະຍາດຕັບ ທີ່ຄວນລະວັງ!!

Published on

ຕັບເປັນອະໄວຍະວະທີ່ໃຫຍ່ທີ່ສຸດໃນຮ່າງກາຍມະນຸດ ໜ້າທີ່ຫຼັກຂອງຕັບຄື ຊ່ວຍກຳຈັດສານພິດ ທີ່ເປັນອັນຕະລາຍອອກຈາກຮ່າງກາຍ, ຖ້າປ່ອຍສານພິດໄວ້ ຈະເຮັດໃຫ້ລະບົບຂອງຮ່າງກາຍຖືກທຳລາຍ ມັນຈຶ່ງເປັນບັນຫາສຳຄັນ ທີ່ຄວນຈະຮູ້ເຖິງສັນຍານເລີ່ມຕົ້ນ ວ່າເກີດບັນຫາຮ້າຍແຮງກັບຕັບ. ໃນຂະນະທີ່ຕັບມີຄວາມສ່ຽງ ກັບພະຍາດຕ່າງໆ ຫຼາຍກວ່າ 100 ຊະນິດ ແລະພະຍາດຂອງແຕ່ລະຄົນອາດມີອາການທີ່ແຕກຕ່າງກັນ, ແນວໃດກໍຕາມທັງໝົດນີ້ ມີຜົນຕໍ່ຕັບໃນລັກສະນະທີ່ຄ້າຍຄືກັນໃນຊ່ວງເລີ່ມຕົ້ນ

#  ພະຍາດຕ່າງໆທີ່ກ່ຽວຂ້ອງກັບຕັບ ປະກອບດ້ວຍ:

  • ພະຍາດຕັບອັກເສບ
  • ພະຍາດຕັບແຂງ
  • ພະຍາດໃບໄມ້ໃນຕັບ

#  ນີ້ຄືອາການເລີ່ມຕົ້ນຂອງພະຍາດທີ່ເກີດຈາກຕັບ ທີ່ຄວນລະວັງ:

  1. ເຈັບທ້ອງຕະຫຼອດ: ເມື່ອເຈົ້າເກີດອາການເຈັບທ້ອງຕະຫຼອດ ແລະມີອາການປວດຮາກ ໃນບາງຄັ້ງມີອາການໄອ ເຈົ້າຄວນອອກໄປກວດຮ່າງກາຍທັນທີ ເພາະອາການປວດຮາກ ເປັນຜົນມາຈາກການສະສົມສານພິດໃນຮ່າງກາຍ ແລະຍາກທີ່ຈະກຳຈັດມັນອອກໄປ
  2. ເບື່ອອາຫານ: ຕັບຜະລິດນໍ້າດີ ທີ່ຊ່ວຍໃນການຍ່ອຍອາຫານ ເມື່ອຕັບຂອງເຈົ້າຜິດປົກກະຕິ ການຜະລິດນໍ້າດີຈະຫຼຸດລົງ ແລະການເຜົາຜານອາຫານຂອງເຈົ້າກໍຈະຫຼຸດລົງ. ດັ່ງນັ້ນ ເຈົ້າຈະຮູ້ສຶກອິ່ມຢູ່ຕະຫຼອດເວລາ ແລະເຮັດໃຫ້ເຈົ້າບໍ່ຢາກອາຫານ
  3. ຮ່າງກາຍຮູ້ສຶກອິດເມື່ອຍ ແລະອ່ອນເພຍ: ເມື່ອມີການສະສົມສານພິດຫຼາຍເກີນໄປໃນຮ່າງກາຍ ເຈົ້າຈະຮູ້ສຶກເມື່ອຍຕະຫຼອດ ເຖິງແມ່ນຈະໄດ້ພັກຜ່ອນເຕັມທີ່ແລ້ວ ເພາະສານພິດໃນຕັບໄດ້ຮັບອາກາດມັນຈະແຊກຊຶມ ເຂົ້າສູ່ກະແສເລືອດ ແລະມີຜົນຕໍ່ການໄຫຼວຽນຂອງເລືອດ ໄປສູ່ສ່ວນອື່ນໆຂອງຮ່າງກາຍເຊັ່ນ: ສະໝອງ, ກ້າມເນື້ອຫົວໃຈ ແລະອະໄວຍະວະສ່ວນອື່ນໆ
  4. ມີບັນຫາໃນການຍ່ອຍອາຫານ: ເພາະຕັບຜະລິດນໍ້າດີ ທີ່ຊ່ວຍຍ່ອຍອາຫານ ເມື່ອຕັບອ່ອນເພຍການຜະລິດນໍ້າດີຈະຫຼຸດລົງ ແລະເຮັດໃຫ້ອາຫານຍ່ອຍບໍ່ສະດວກ
  5. ການປ່ຽນແປງໃນສີຂອງນໍ້າປັດສະວະ: ເມື່ອເຈົ້າມີສີນໍ້າປັດສະວະທີ່ປ່ຽນແປງ ເຖິງແມ່ນວ່າເຈົ້າຈະກິນນໍ້າພຽງພໍແລ້ວກໍຕາມ ແຕ່ມັນອາດບົ່ງບອກເຖິງບັນຫາຂອງຕັບ
  6. ການປ່ຽນແປງໃນຊ່ວງທ້ອງ: ເມື່ອຕັບມີບັນຫາຈະມີພາວະເກີດນໍ້າໃນຊ່ວງທ້ອງ ນີ້ເປັນອາການເລີ່ມຕົ້ນຂອງຄວາມເສຍຫາຍໃນຕັບ ທີ່ມີການສະສົມທາດແຫຼວໃນຊ່ວງທ້ອງ ຈະເຮັດໃຫ້ທ້ອງໃຫຍ່ການ
  7. ການລະຄາຍເຄືອງໃນຜິວໜັງ: ຜິວຂອງເຈົ້າຈະໄວຕໍ່ສິ່ງກະຕຸ້ນ ເມື່ອຖືກສຳຜັດ ແລະມີແນວໂນ້ມທີ່ຈະເກີດຕຸ່ມ ແລະມີອາການຄັນ ລວມຮອດຈະເບິ່ງເຫັນເສັ້ນເລືອດດຳໄດ້ຢ່າງດີ ເມື່ອຕັບຂັງເຈົ້າມີບັນຫາ
  8. ມີອາການຖອກທ້ອງ ແລະມີເລືອດອອກໃນລຳໄສ້: ເມື່ອຕັບຂອງເຈົ້າມີບັນຫາ ຈະມີອາການເຈັບທ້ອງຫຼາຍຂຶ້ນ ແລະຈະມີເລືອດອອກໃນລຳໄສ້ ຫາກເຈົ້າພົບອາການເຫຼົ່ານີ້ຄວນໄປພົບແພດທັນທີ

ທີ່ມາ: share-si
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...