Homeມຸມຂ່າວ AECສປປ ລາວ-ສປຊ ປະກາດຮັບຮອງ ເອົາເປົ້າໝາຍ ການພັດທະນາ ແບບຍືນຍົງທີ 18 ຢ່າງເປັນທາງການ

ສປປ ລາວ-ສປຊ ປະກາດຮັບຮອງ ເອົາເປົ້າໝາຍ ການພັດທະນາ ແບບຍືນຍົງທີ 18 ຢ່າງເປັນທາງການ

Published on

ຂປລ. ທ່ານ ທອງ​ລຸນ​ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ສ​ປ​ປ ລາວ ແລະ ທ່ານ ບັນ​ກີ​ມູນ ເລ​ຂາ​ທິ​ການ​ໃຫຍ່ ​​ອົງ​ການສະ​ຫະປະຊາຊາດ, ໄດ້​ປະ​ກາດ​ຢ່າງ​ເປັນ​ທາງການ ຮັບຮອງເອົາເປົ້າ​ໝາຍ​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ​ທີ 18 ທີ່ກ່​ຽວ​ກັບ​ການເກັບກູ້ລະ​ເບີດ ບໍ່​ທັນ​ແຕກ ໃນວັ​ນທີ 7 ກັ​ນ​ຍາ 2016 ເຊິ່ງເປັນໜຶ່ງ​ ໃນເຫດ​ການ​ທີ່​ສຳ​ຄັນ ແລະ ປິ່ນ​ອ້ອມກອງ​ປະ​ຊຸມ ​ສຸດຍອດອາ​ຊຽນ ຄັ້ງທີ 28 ແລະ 29.

ເປົ້າໝາຍ​ພັດ​ທະ​ນາ​ ແບບ​ຍືນ​ຍົງ​ທີ 18 ແມ່ນ​ເປົ້າໝາຍ​ໃໝ່​ ທີ່​ເພີ່ມ​ເຂົ້າ​ໃນ​ຈຳ​ນວນ ​ເປົ້າໝາຍພັດ​ທະ​ນາ​ ແບບ​ຍືນ​ຍົງ​ທັງ​ໝົດ 17 ເປົ້າໝາຍ ​ທີ່​ໄດ້​ຖືກ​ຮັບ​ຮອງ ​ໃນ​ລະ​ດັບ​ສາ​ກົນ. ເປົ້າໝາຍ​​ດັ່ງ​ກ່າວ​​ ມີ​ຄວາມສຳ​ຄັນ ​ໃນ​​ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ​ທີ່​ໄດ້​​ປະ​ກາດ​ນຳ​ໃຊ້ ​ໃນ​ຕົ້​ນ​ປີນີ້. ​ສ​ປ​ປ ລາວ ຮ່ວມ​ກັບ​ບັນ​ດາ ​ປະ​ເທດ​ສະ​ມາ​ຊິກ​ ສ​ປ​ຊ ຈຳ​ນວນ 192 ປະ​ເທດ​​ ໄດ້​ຮັບ​ຮອງເອົາ ເປົ້າໝາຍ​ພັດ​ທະ​ນາ ​ແບບ​ຍືນ​ຍົງ ທີ່​ກອງ​ປະ​ຊຸມ ສະ​ມັດຊາ​ໃຫ​ຍ່​ ສະຫະປະຊາຊາດ ທີ່​ນິວຢອກ ​ໃນ​ເດືອ​ນ​ກັນ​ຍາປີ 2015 ທີ່​ຜ່ານ​ມາ ແລະ​ ໄດ້​ເຊື່ອມ​​ສານ ​ວຽກ​ງານ​ດັ່ງ​ກ່າວ ເຂົ້າໃນ​ແຜນ​ການ​ ແລະ ນະ​ໂຍ​ບາຍ​ແຫ່ງ​ຊາດ. ບັນ​ດາ​ເປົ້າ​ໝາຍເຫລົ່ານີ້ ມີ​ຈຸດ​ປະ​ສົງ​ເພື່ອ ​ລຶບລ້າງ​ຄວາມ​ທຸກ​ຍາກ, ຕໍ່​ສູ້​ກັບ​ຄວາມ​ບໍ່​ຍຸ​ຕິ​ທຳ, ຄວາມບໍ່​ສະເໝີພາບ ແລະ ​ການ​ປ່ຽນ​ແປງ ​ຂອງ​ດິນ​ຟ້າ​ອາ​ກາດ​ ພາຍໃນ​ປີ 2030, ສະ​ນັ້ນ​ ສິ່ງ​ດັ່ງ​ກ່າ​ວນີ້​​ ຈະນຳ​ພາ​​ທົ່ວໂລກ​ໄປ​ຕາມທິດ​ທາງ ​ການ​ພັດ​ທະ​ນາ ​ແບບ​ຍືນ​ຍົງ​.

ສ​ປ​ປ ລາວ ໄດ້​ຕັດ​ສິນ​ໃຈ​ແກ້​ໄຂ ​ຜົນ​ກ​ະ​ທົບ​ຈາກ​ສົງ​ຄາມ​ ໃນໄລຍະປີ 1964-1973 ໂດຍ​ການ​ສ້າງ​ເປົ້າໝາຍ​ ພັດ​ທະ​ນາ​ແບບ​ຍື​ນ​ຍົງ​ ສະເພາະຂອງ ສປປ ລາວ ໃນ​ວຽກ​ງານ​ການ​ເກັບ​ກູ້​ລະ​ເບີດ ບໍ່ທັນແຕກ ແມ່ນເພື່ອ​ຫລຸດ​ຜ່ອນ​ ຈຳ​ນວນ​ຜູ້​​ບາດ​ເຈັບ​ ຈາກ​ລະ​ເບີດບໍ່​ທັນ​ແຕກ​, ​ຊ່ວຍ​ເຫລືອ​​ຜູ້​ຖືກ​ເຄາະ​ຮ້າຍ ແລະ ເກັບ​ກູ້​ລະ​ເບີດ ໃນ​ເນື້ອ​ທີ່​ທີ່​​ສ້າງ​ຜົນ​ປະ​ໂຫຍດ​ ໃຫ້​ແກ່​ປະ​ຊາ​ຊົນ​ທຸກ​ຍາກ. ສ​ປ​ປ ລາວ​ ຍັງ​ເປັນ​ປະ​ເທດ ​ທີ່​ນຳ​ໜ້າ​ໃນ​ການ​ ສະ​ໜັບ​ສະ​ໜູນ ສົນ​ທິ​ສັ​ນ​ຍາ​ການຕໍ່​ຕ້ານ​ ການ​ນຳ​ໃຊ້​ລະ​ເບີດ​​ລູກຫວ່ານ ເຊິ່ງເປັນສົນ​ທິ​ສັນ​ຍ​​​າສາ​ກົນ ທີ່​ມີ​ຜົນ​ບັງ​ຄັບ​ໃຊ້ ໃນປີ 2010 ເຊິ່ງລັດພາຄີ ຂອງສົນທິສັນຍາດັ່ງກ່າວ ຈະຕ້ອງເກັບກູ້, ທຳລາຍຄັງສາງ ແລະ ຊ່ວຍເຫລືອຜູ້ຖືກເຄາະຮ້າຍ ຈາກລະເບີດດັ່ງກ່າວ.

ທ່ານ ບັນ​ກີ​ມູນ ກ່າວ​ວ່​າ: ຫລາຍ​ກວ່າ​ເຄິ່ງ​ໜຶ່ງ​ ຂອງຜູ້​​ທີ່​ຖືກ​ເຄາະ​ຮ້າຍ ຈາກ​ລ​ະ​ເບີດບໍ່​ທັນ​ແຕກ ​ໃນ​ ສປ​ປ​ ລາວ ​ສ່ວນ​ຫລາຍ​ແມ່ນເດັກ​ນ້ອຍ.ພາຍຫລັງ ການປະກາດຮັບຮອງ ແລະ ນຳໃຊ້ເປົ້າໝາຍ​ການພັດ​ທະ​ນາ​ ແບບ​ຍືນ​ຍົງ​ທີ 18 ຫລຸດຜ່ອນຜົນກະທົບ ຈາກລະເບີດບໍ່ທັນແຕກ. ຜົນ​ກະ​ທົບ​ທາງ​ດ້ານ​ເສດ​ຖະກິດ–ສັງ​ຄົມ​ ຂອງ​ລະ​ເບີດບໍ່​ທັນ​ແຕກ​ ແມ່ນ​ປະ​ຊາ​ຊົນ​ ຍັງ​ມີ​ຄວາ​ມ​ຢ້ານ​ກົວ ​ໃນ​ການ​ນຳ​ໃ​ຊ້ທີ່​ດິ​ນ ເຊິ່ງ​ມັນ​ສົ່ງ​ຜົນ​ສະ​ທ້ອນ​ອັນ​ບໍ່​ດີ ​ໃນ​ການ​ສ້າງ​ລາຍ​ຮັບ ​ຂອງປະຊາຊົນ ແລະ ກີດ​ຂວາງການ​ພັດ​ທະ​ນາ ​ໂດຍ​ລວມ​ຂອງ​ປະ​ເທດ.

 ທ່ານ ບັນກີມູນ ໄດ້​ມີ​ຄວາມ​ປິ​ຕິ​ຍິນດີ ຕໍ່​ຄຳ​ໝັ້ນ​ສັນ​ຍາ​ ໃນ​ການ​​ປົດ​ປ່ອຍ​ທຸກ​ຄົນ ອອກ​ຈາກ​ຄວາມ​ຢ້ານ​ກົວ ​ຈາກ​ລະ​ເບີດບໍ່​ທັນ​ແຕກ ເຊິ່ງເປັນ​ເຄື່ອງ​ມື​ ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ຈະ​ເປັນ​ປັດ​ໄຈ​ສຳ​ຄັນ ​ໃນ​ການ​ປະ​ສານ​ງານ ແລະ ຮັບ​ປະ​ກັນ​ວ່າ​ ຈະ​ສົ່ງ​ຜົນ​ປະ​ໂຫຍດ​ສູງ​ສຸດໃຫ້ ສປປ ລາວ.ພ້ອມນັ້ນ ໄດ້​​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ ຈະ​ບໍ່​ປະຖິ້ມ​ບຸກ​ຄົນ​ໃດ​ໜຶ່ງ ​ໄວ້​ຂ້າງ​ຫລັງ, ພ້ອມທັງ​ ຮັບ​ຮູ້​ການ​ສະ​ໜັບ​ສະ​ໜູນ ​ຂອງ​ພາກ​ສ່ວນ​ລັດ​ຖະ​ບານ, ຄູ່​ຮ່ວມ​ພັດ​ທະ​ນ​າ ແລະ ອົງ​ການຈັດ​ຕັ້ງ​ທາງ​ສັງ​ຄົມ ທີ່ເປັນ​ພາກ​ສ່ວນ​ສຳ​ຄັນ ​ໃນ​ການ​ປະ​ຕິ​ບັດ ​ແຜ​ນ​ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ​ໃນ​ ສ​ປ​ປ ​ລາວ.

ທ່ານ ທອງ​ລຸນ ສີ​ສຸ​ລິດ ໄດ້​ເນັ້ນ​ໜັກ​ຕໍ່ການຕັ້ງ​ເປົ້າ​ໝາຍ ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ທີ 18 ວ່າ: ເພື່ອຮັບ​ປະ​ກັນ ​ການເກັບ​ກູ້​ລະ​ເບີດບໍ່​ທັນ​ແຕກ​ ໃຫ້​ໄດ້​ຫລາຍ​ທີ່​ສຸດ​ ເທົ່າ​ທີ່​ຈ​ະ​ເຮັດ​ໄດ້​ ໃນ​ເນື້ອ​ທີ່​ ທີ່​ມີ​ຜົນ​ກະ​ທົບ​ ແລະ ​ບ່ອນ​ມີ​ຄົນ​ທຸກ​ຍາກ ​ຢູ່​ຫລາຍ​ທີ່​ສຸດ ພາຍ​ໃນ​ປີ 2030 ທັງ​ຮັບ​ປະ​ກັນ​ ໃຫ້ຜູ້​ທີ່​ຖືກ​ເຄາະ​ຮ້າຍ​ທຸກ​ຄົນ ​ໄດ້​ຮັບ​ການ ​ສະ​ໜັບ​ສະ​ໜູນ​ຊ່ວຍ​ເຫລື​ອ​ ແລະ ​ສາ​ມາດ​ດຳ​ລົງ​ຊີ​ວິດ ​ຢ່າງມີ​ກຽດ.

 

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...