spot_img
Homeຂ່າວການພັດທະນາລັດລົງຕິດຕາມການບໍລິການ-ກວດກາຄຸນນະພາບນ້ຳມັນເຊື້ອໄຟ

ລັດລົງຕິດຕາມການບໍລິການ-ກວດກາຄຸນນະພາບນ້ຳມັນເຊື້ອໄຟ

Published on

ວັນທີ 2 ກັນຍາ 2016 ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າກົມ ແລະພະນັກງານວິຊາການທີ່ກ່ຽວຂ້ອງ ໄດ້ລົງຢ້ຽມຢາມດ່ານສາກົນຂົວມິດຕະພາບ 1 ນະຄອນຫຼວງວຽງຈັນ ສູນກວດກາມາດຕະຖານ ແລະຄຸນະພາບຂອງນ້ຳມັນເຊື້ອໄຟນຳເຂົ້າ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ສາງນ້ຳມັນຂອງບໍລິສັດ ເປໂທຣລີແມກ (ລາວ) ຈຳກັດ ມີທ່ານ ບັນດິດ.ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຊີ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ທອງທິບ ສີວິໄຊ ຮອງຫົວໜ້າດ່ານສາກົນຂົວມິດຕະພາບ 1 ໄດ້ລາຍງານຫຍໍ້ກ່ຽວກັບສະພາບດ່ານ ມີທັງຂໍ້ສະດວກ ແລະຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານ ເປັນຕົ້ນສະພາບພາຍໃນດ່ານມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໃນການບໍລິການກວດກາຄົນ ແລະພາຫະນະລົດເຂົ້າ-ອອກການກວດກາສິນຄ້ານຳເຂົ້າເປັນປົກກະຕິ ຄຽງຄູ່ກັນນັ້ນ ບັນຫາທີ່ຍັງມີຄວາມຫຍຸ້ງຍາກ ສະພາບຄວາມແອອັດຂອງລົດເຂົ້າ-ອອກ ເນື່ອງຈາກມີຈຳນວນລົດເຂົ້າ-ອອກຜ່ານດ່ານແຫ່ງນີ້ ແຕ່ລະມື້ມີຈຳນວນຫຼາຍຮ້ອຍຄັນ ໂດຍສະເພາະແມ່ນວັນພັກລັດຖະການ ຈາກນັ້ນພາກສ່ວນກ່ຽວຂ້ອງ ກໍ່ຄືກົມມາດຕະຖານກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກໍ່ໄດ້ລາຍງານ     ສະພາບການຈັດຕັ້ງປະຕິບັດການກວດກາມາດຕະຖານ ແລະ ຄຸນະພາບນ້ຳມັນເຊື້ອໄຟທີ່ນຳເຂົ້າຈາກປະເທດໄທຜ່ານດ່ານດັ່ງກ່າວ ເຊິ່ງເຫັນວ່າ ຜ່ານການຈັດຕັ້ງປະຕິບັດໃນໜຶ່ງເດືອນຜ່ານມາ ໄດ້ກວດພົບນ້ຳມັນປົນເປື້ອນຢູ່ລົດບັນທຸກນ້ຳມັນຂອງສອງບໍລິສັດ ກໍ່ໄດ້ມີການຕັກເຕືອນບໍ່ໃຫ້ມີຄັ້ງຕໍ່ໄປ ທັງນີ້ກໍ່ເພື່ອເຮັດໃຫ້ສິນຄ້າທີ່ນຳເຂົ້າມີຄຸນະພາບ ເນື່ອງຈາກວ່າປັດຈຸບັນ ປະເທດລາວເຮົາໄດ້ເຂົ້າເປັນສະມາຊິກປະຊາຄົມອາຊຽນ ແລະ ສະມາຊິກອົງການ-ການຄ້າໂລກ ສິນຄ້າທຸກປະເພດຈາກຕ່າງປະເທດ ທີ່ນຳເຂົ້າປະເທດເຮົາຕ້ອງມີຄຸນະພາບ ແລະ ໄດ້ມາດຕະຖານ ເພື່ອປົກປ້ອງຜູ້ຊົມໃຊ້ ແລະ ຜູ້ບໍລິໂພກ ສຳລັບການຕັ້ງສູນຢູ່ດ່ານສາກົນຂົວມິດຕະພາບ 1 ເພື່ອກວດກາຄຸນະພາບນ້ຳມັນເຊື້ອໄຟ ເປັນບາດກ້າວອັນໃໝ່ທີ່ຈະຊ່ວຍເຮັດໃຫ້ສິນຄ້ານຳເຂົ້າໄດ້ມາດຕະຖານ.
ພາຍຫຼັງສຳເລັດການຢ້ຽມຢາມດ່ານ ແລະສູນກວດກາຄຸນະພາບນ້ຳມັນເຊື້ອໄຟແລ້ວ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະ ໄດ້ສືບຕໍ່ໄປຢ້ຽມຢາມສາງນ້ຳມັນຂອງບໍລິສັດ ເປໂທຣລີແມກ (ລາວ) ຈຳກັດ ທີ່ຕັ້ງຢູ່ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ໂດຍຖືກຕ້ອນຮັບຂອງທ່ານ ຟາມວັນມິງ ປະທານບໍລິສັດ ເປໂທຣລີແມກ (ລາວ) ຈຳກັດ ທ່ານ ຄຳບີ້ ລັດຕະນະວົງ ຮອງຜູ້ອຳນວຍການໃຫຍ່ບໍລິສັດ ເປໂທຣລີແມກ (ລາວ) ຈຳກັດ ພ້ອມດ້ວຍພະນັກງານວິຊາການ ພ້ອມທັງໄດ້ຮັບຟັງການລາຍງານສະພາບການດຳເນີນທຸລະກິດຂອງບໍລິສັດໂດຍຫຍໍ້ ນັບທັງຂໍ້ສະດວກ ແລະ ຫຍຸ້ງຍາກໃນການນຳເຂົ້ານ້ຳມັນເຊື້ອໄຟຈາກປະເທດໄທຜ່ານດ່ານ ພາຍຫຼັງທີ່ມີການຕັ້ງສູນກວດຄຸນະພາບຂອງນ້ຳມັນ ພ້ອມນີ້ບໍລິສັດຍັງໄດ້ສະເໜີລະບົບຕິດຕັ້ງເຄື່ອງທັນສະໄໝ ເຂົ້າໃນການບໍລິການນ້ຳມັນຢູ່ແຕ່ລະປ້ຳນ້ຳມັນ ເປັນຕົ້ນການໃຊ້ລະບົບຄຸ້ມຄອງປ້ຳ E-GAS ລະບົບການຕິດຕາມພະນັກງານນ້ຳມັນທີ່ມີຄວາມເຊື່ອໝັ້ນຂອງສັງຄົມ ລະບົບການປັບລາຄານ້ຳມັນຂຶ້ນ-ລົງດ້ວຍອັດຕະໂນມັດ ແລະ ອື່ນໆ ເຊິ່ງເຫັນວ່າບໍລິສັດດັ່ງກ່າວ ເປັນບໍລິສັດໜຶ່ງທີ່ມີຄວາມພະຍາຍາມ ເຮັດໃຫ້ການດຳເນີນທຸລະກິດຢູ່ ສປປ ລາວ ປະສົບຜົນສຳເລັດເປັນກ້າວໆຕະຫຼອດມາ ບໍລິສັດ ເປໂທຣລີແມກ (ລາວ) ຈຳກັດ ເປັນບໍລິສັດລູກຂອງບໍລິສັດແມ່ທີ່ຕັ້ງຢູ່ ສສ ຫວຽດນາມ ເປັນທຸລະກິດຂອງລັດຖະບານຫວຽດນາມ 100% ໄດ້ມາສ້າງຕັ້ງບໍລິສັດຢູ່ລາວໃນປີ 2011 ໂດຍນຳເຂົ້ານ້ຳມັນຈາກປະເທດຫວຽດນາມ 70% ແລະ ປະເທດໄທ 30% ຜະລິດຕະພັນຕົ້ນຕໍແມ່ນນ້ຳມັນກາຊວນ ແລະ ລູກຄ້າສ່ວນໃຫຍ່ແມ່ນລູກຄ້າໂຄງການ ເປົ້າໝາຍຂອງບໍລິສັດເລັ່ງຂະຫຍາຍປ້ຳບໍລິການຂອງຕົນເອງ ປັດຈຸບັນມີ 21 ສະຖານີທີ່ເປັນຂອງບໍລິສັດ ມີສາງນ້ຳມັນ 8 ແຫ່ງ ແລະ ມີປ້ຳລູກຄ້າປະມານ 100 ແຫ່ງ ແລະ ແຕ່ລະປີມອບພັນທະເຂົ້າງົບປະມານໃຫ້ລັດປະມານ 300 ຕື້ກີບ ໂດຍລວມແລ້ວ ເປັນບໍລິສັດໜຶ່ງທີ່ຈັດຢູ່ແຖວໜ້າຂອງທຸລະກິດນ້ຳມັນຢູ່ ສປປ ລາວ ນອກຈາກນີ້ ກໍ່ຍັງເປັນບໍລິສັດໜຶ່ງທີ່ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງ ແລະ ບໍລິຫານຈັດການໃນການດຳເນີນທຸລະກິດ ໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ.
ໂອກາດດັ່ງກ່າວ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ຂອງການດຳເນີນທຸລະກິດຂອງບໍລິສັດ ອັນເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ພ້ອມນີ້ທ່ານຍັງໄດ້ຊຸກຍູ້ໃຫ້ບໍລິສັດສືບຕໍ່ດຳເນີນທຸລະກິດໃຫ້ປະສົບຜົນສຳເລັດ ອັນສຳຄັນແມ່ນໃຫ້ນຳເອົານ້ຳມັນທີ່ມີຄຸນະພາບ ມາໃຫ້ສັງຄົມລາວໄດ້ຊົມໃຊ້ ແລະບໍລິການວ່ອງໄວ ສ່ວນບັນຫາທີ່ທາງບໍລິສັດສະເໜີນັ້ນ ທ່ານໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ສົມທົບກັບບໍລິສັດພ້ອມກັນ ແກ້ໄຂໃຫ້ມີຄວາມເໝາະສົມ ເພື່ອເຮັດໃຫ້ທຸລະກິດຂອງບໍລິສັດ ດຳເນີນຖືກຕ້ອງຕາມລະບຽບກົດໝາຍ.

ທີ່ມາ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...