spot_img
Homeຂ່າວການພັດທະນາເຊກອງ ມີເສັ້ນທາງທຽວໄດ້ສອງລະດູການ 80%

ເຊກອງ ມີເສັ້ນທາງທຽວໄດ້ສອງລະດູການ 80%

Published on

 

1-7

 

ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງເຊກອງ 6 ເດືອນຕົ້ນ

ປີສົກ (2013 – 2014) ໄດ້ມີຫຼາຍ ວຽກງານສຳ ເລັດຕາມຄາດໝາຍທີ່ວາງໄວ້ ຊຶ່ງສາມາດເຮັດ

ໃຫ້ຍອດຜະ ລິດຕະພັນພາຍໃນເພີ່ມຂຶ້ນ 13,9% ສະເລ່ຍລາຍໄດ້ຕໍ່ຫົວ ຄົນ 10,6 ລ້ານກີບ

ຂະນະທີ່ ຂະແໜງອຸດສາຫະກຳມີທ່າ ກ້າວຂະຫຍາຍຕົວຢ່າງແຂງ ແຮງໃນລະດັບ 22% ກວມ

ເອົາ 20,9% ຂອງ GDP. ທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງເຊກອງໄດ້ເປີດເຜີຍ ໃຫ້ຮູ້ເມື່ອ

ບໍ່ດົນມານີ້ວ່າ: ແຂວງ ເຊກອງໄດ້ເອົາໃຈ ໃສ່ຢ່າງຕັ້ງ ໜ້າຊີ້ນຳໆພາສະມາຊິກພັກ, ພະນັກງານ

ແລະ ປະຊາຊົນ ບັນດາເຜົ່າຈັດຕັ້ງປະຕິບັດມະ ຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ຄັ້ງທີ VIII

ຂອງ ແຂວງກໍຄືແຜນພັດທະນາເສດ ຖະກິດ – ສັງຄົມຕິດພັນກັບ ວຽກງານ 3 ສ້າງຢ່າງເປັນ

ຂະບວນຟົດ ຟື້ນຊຶ່ງໄລຍະ 6 ເດືອນຕົ້ນປີນີ້ເສດ ຖະກິດມີການຂະຫຍາຍຕົວຕໍ່ເນື່ອງ ຂະແໜງ

ກະສິກຳເພີ່ມ ຂຶ້ນ 8,5% ອຸດສາຫະກຳ 22% ແລະ ການບໍລິການ 19%, ເກັບ ລາຍຮັບເຂົ້າງົບ

ປະມານໄດ້ 23,4 ຕື້ກວ່າກີບ, ເທົ່າກັບ 42,59% ຂອງແຜນການປີ, ປະຈຸບັນທົ່ວແຂວງມີບ້ານ

ທີ່ມີ ເສັ້ນທາງໄປຮອດທັງໝົດ 189 ບ້ານ, ເທົ່າກັບ 94% ຈາກຈຳ ນວນບ້ານທັງໝົດ 200 ບ້ານ,

ໃນນີ້ສາ ມາດທຽວໄດ້ 2 ລະ ດູ 156 ບ້ານ, ເທົ່າກັບ 78% ມີບ້ານທີ່ໄດ້ຊົມໃຊ້ກະແສໄຟ ຟ້າທັງໝົດ

111 ບ້ານ 12.731 ຄອບຄົວ, ກວມເອົາ 66% ຂອງຄອບຄົວທັງໝົດ 19.073 ຄອບຄົວ.

 

ການຜະລິດກະສິກຳ (ປູກ ຝັງ – ລ້ຽງສັດ) ເພື່ອການບໍລິ ໂພກພາຍໃນ ແລະ ຂາຍເປັນສິນຄ້າຂອງ

ປະຊາຊົນນັບມື້ ເພີ່ມຂຶ້ນ ໂດຍສະເພາະຢູ່ເມືອງ ດາກຈຶງເປັນຕົ້ນແມ່ນຂະບວນ ປູກກາເຟ, ຢາງ

ພາລາ, ພືດ ຜັກອື່ນໆ … ສາມາດສ້າງລາຍ ຮັບ ແລະ ວຽກເຮັດງານທຳໃຫ້ ປະຊາຊົນຈຳນວນບໍ່ໜ້ອຍ.

 

ຄຽງຄູ່ກັນນັ້ນແຂວງເຊ ກອງຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດເປົ້າໝາຍສະຫັດສະ ວັດດ້ານການພັດ

ທະນາ ໂດຍສະເພາະແມ່ນດ້ານວຽກງານສຶກສາ, ສາທາລະນະສຸກປະຈຸບັນເຊກອງມີ 4 ເມືອງສຳເລັດ

ການບຳລຸງຈົບຊັ້ນປະຖົມ, ອັດຕາການເຂົ້າຮຽນສຸດທິຊັ້ນປະຖົມສຶກສາອາຍຸ 6-10 ປີ ບັນລຸໄດ້ 97,1%

ປະກາດບ້ານ ແບບຢ່າງສາທາ ລະນະສຸກໄດ້ 33 ບ້ານ, ບ້ານວັດທະນະທຳ 41 ບ້ານ, ອັດຕາຄວາມທຸກ

ຍາກຫຼຸຸດລົງຈາກ 21% (4.122 ຄອບຄົວ) ໃນສົກປີ (2012 – 2013) ຍັງເຫຼືອ 17,4% (3.449 ຄອບຄົວ)

ໃນປະຈຸບັນ.

 

ແຫຼ່ງຂ່າວ: ໜັງສືພິມປະຊາຊົນ

 

 

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...