spot_img
Homeຂ່າວພາຍ​ໃນທ່ານ ບາຣັກ ໂອບາມາ ຈະໄປໃສແດ່ ໃນປະເທດລາວ?

ທ່ານ ບາຣັກ ໂອບາມາ ຈະໄປໃສແດ່ ໃນປະເທດລາວ?

Published on

ໃນວັນຈັນ 5/9/2016, ພະນະທ່ານ ໂອບາມາ ຈະເຂົ້າຮ່ວມກອງປະຊຸມ G20 ກ່ອນຈະເດີນທາງ ຈາກ ສປ ຈີນ ແລ້ວ ເຖິງ ນະຄອນຫຼວງວຽງຈັນໃນຕອນແລງ ແລະ ຈະພັກທີ່ນະຄອນຫຼວງວຽງຈັນ.
On Monday, the President will attend G20 sessions and a G20 working lunch before participating in the closing ceremony for the G20 summit. Afterward, the President will hold a press conference before departing China en route Vientiane, Laos. The President will remain overnight in Laos.

ໃນວັນອັງຄານ 6/9/2016, ພະນະທ່ານໂອບາມາ ຈະເປັນປະທານຮ່ວມກັບ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ, ໃນກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ. ຈາກນັ້ນ, ຈະຮັບປະທານອາຫານທ່ຽງ ທີ່ຈັດໃຫ້ເປັນທາງການ. ໃນຕອນບ່າຍ, ທ່ານ ຈະມີຄຳໂອ້ລົມ [ຫຼັງຈາກງານອາຫານທຽງ].  ຫຼັງຈາກນັນ, ທ່ານ ຈະເປັນປະທານຮ່ວມ ກັນ ພະນະທ່ານ Rodrigo DUTERTE, ປະທານາທິບໍດີ ແຫ່ງ ສ. ຟິລິປິນ.
On Tuesday, the President will hold a bilateral meeting with President Bounnhang Vorachith of Laos and attend an official state luncheon. In the afternoon, the President will deliver remarks. Later in the afternoon, the President will hold a bilateral meeting with President Rodrigo Duterte of the Philippines. The President will remain overnight in Laos.

ໃນວັນພຸດ 7/9/2016 , ພະນະທ່ານ ໂອບາມາ ຈະໄປທ່ຽວຊົມ ສູນ COPE (ອົງການອົງຄະທຽມ) ແລ້ວຈະມີຄຳໂອ້ລົມ. ຫຼັງຈາກນີ້ ຈະເດີນທາງໄປເມືອງຫຼວງພະບາງ ເພື່ອໄປທ່ຽວຊົມວັດຊຽງທອງ ແລະ ເຂົ້າຮ່ວມປະຊຸມ YSEALI. ແລ້ວ ຈະກັບຄືນ ເຖິງ ນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມງານລາຕີສະໂມສອນ ອາຊຽນ (ລຽງອາຫານແລງໃຫ້ກອງປະຊຸມອາຊຽນ). ແລ້ວບີນກັບ ມາຄ້າງຄືນທີ່ ນະຄອນຫຼວງວຽງຈັນ.
On Wednesday, the President will tour the COPE Visitor Centre, where he will deliver remarks. Afterward, the President will travel to Luang Prabang, Laos, where he will tour Wat Xieng Thong Buddhist Temple and participate in a YSEALI town hall. The President will then return to Vientiane. In the evening, the President will attend an ASEAN gala dinner. The President will remain overnight in Laos.

ໃນວັນພະຫັດ 8/9/2016, ພະນະທ່ານ ໂອບາມາ ຈະເຂົ້າຮ່ວມກອງປະຊຸມລະຫວ່າງ ອາຊຽນ ກັບ ສະຫະລັດ. ຫຼັງຈາກກອງປະຊຸມ ດັ່ງກ່າວ, ທ່ານຈະເຂົ້າຮ່ວມໃນ ພິທີຖ່າຍຮູບທີ່ລະນຶກ ຂອງຜູ້ເຂົ້າຮ່ວມ ກອງປະຊຸມ EAS ກ່ອນຈະເປີດກອງປະຊຸມ EAS. ໃນຕອນບ່າຍທ່ານຈະຈັດການຖະແຫຼງຂ່າວ ກັບສື່ມວນຊົນ (ນັກຂ່າວ) ກ່ອນຈະເດີນທາງກັບນະຄອນຫຼວງ Washington, DC.
On Thursday, the President will attend a U.S.-ASEAN meeting. Afterward, the President will participate in an EAS family photo then attend the EAS summit. In the afternoon, the President will hold a press conference before departing Laos en route Yokota, Japan and Anchorage, Alaska on the way back to Washington, DC.

ທີ່ມາ: http://chicago.suntimes.com/news/obama-guidance-press-schedule-sept-3-4-2016-g20-china-summit/
ແປລາວໂດຍ: Dca Dca/ໂທລະໂຄ່ງ
ໝາຍເຫດ: ວາລະ ອາດມີການປ່ຽນແປງ ໂດຍບໍ່ມີການແຈ້ງລ່ວງໜ້າ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...