spot_img
Homeຂ່າວທ້ອງຖິ່ນຫົວພັນ ຮ່ວມໃຈຄຸ້ມຄອງປ່າປ້ອງກັນແຫ່ງຊາດ

ຫົວພັນ ຮ່ວມໃຈຄຸ້ມຄອງປ່າປ້ອງກັນແຫ່ງຊາດ

Published on

 

4710584_orig
(ພາບປະກອບ)

 

ຫວ່າງບໍ່ດົນມານີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ

ສົມທົບກັບຫ້ອງການຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຊຳເໜືອ ໄດ້ລົງ

ເຜີຍແຜ່ກົດໝາຍວ່າດ້ວຍປ່າໄມ້ ແລະ ລະບຽບການຄຸ້ມຄອງປ່າປ້ອງກັນແຫ່ງຊາດ ພ້ອມ

ທັງຕິດປ້າຍ ແລະ ປັກຫຼັກເຂດປ່າປ້ອງກັນແຫ່ງຊາດ ແລະ ປ່າຟື້ນຟູໃຫ້ແກ່ກຸ່ມບ້ານຫົວຊຽງ

ເມືອງຊຳເໜືອ ແຂວງຫົວພັນ ໄດ້ຮັບຮູ້ເຂົ້າໃຈ ເຖິງຄວາມໝາຍສຳຄັນໃນການຄຸ້ມຄອງນຳ

ໃຊ້, ການປົກປັກຮັກສາປ່າໄມ້ຕາມແຫຼ່ງນ້ຳ, ຊີວະນາໆພັນໃຫ້ມີຄວາມອຸດົມສົມບູນບໍ່ໃຫ້ຕັດ

ໄມ້ຊະຊາຍຫັນສູ່ການຄຸ້ມຄອງຕາມລະບຽບກົດໝາຍ ໃນກຸ່ມບ້ານ ມີຈຳນວນ 8 ບ້ານຄື: ບ້ານ

ຄັງຖີ, ບ້ານຫ້ວຍຖຸມ, ບ້າຍຫ້ວຍຮ່ອມ, ບ້ານອົ້ງ, ບ້ານຖ້ຳ, ບ້ານກາງ, ບ້ານຫົວຊຽງ ແລະ ບ້ານ

ມ່ວນນາເຮືອງ.

 

ໃນ 8 ບ້ານມີ 591 ຄອບຄົວ, ມີພົນລະເມືອງ ທັງໝົດ 3.568 ຄົນ, ຍິງ 1.621 ຄົນ. ຜ່ານການຈັດ

ຕັ້ງປະຕິບັດລົງພື້ນທີ່ໄປແຕ່ລະບ້ານ ກຳນົດຂອບເຂດປ່າປ້ອງກັນແຫ່ງຊາດ ຟື້ນຟູໄດ້ 24 ເຂດ

ແລະ ຕິດປ້າຍຈຳນວນ 80 ປ້າຍ ຝັງຫຼັກເຂດຊາຍແດນປ່າປ້ອງກັນແຫ່ງຊາດໄດ້ 3 ຫຼັກ, ຕິດ

ປ້າຍລວມປ່າປ້ອງກັນແຫ່ງຊາດ ແຫຼ່ງນ້ຳຊຳ ແລະ ນ້ຳແອດໄດ້ 1 ປ້າຍ.

 

ເຂົ້າຮ່ວມໃນຄັ້ງນີ້ມີທ່ານ ນວນທອງ ອິນຕາວັນ ກຳມະການພັກເມືອງ, ຫົວໜ້າຫ້ອງການຊັບພະ

ຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຫົວໜ້າໜ່ວຍງານປ່າປ້ອງກັນແຫ່ງ

ຊາດ ຂະແໜງຊັບພະຍາກອນປ່າໄມ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ

ແລະ ອຳນາດການປົກຄອງ, ແນວໂຮມບ້ານເຂົ້າຮ່ວມ.

 

ແຫຼ່ງຂ່າວ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...