spot_img
Homeຂ່າວພາຍ​ໃນນັດຊີ້ຊາຕາ ທັບນັກກິລາສາວລາວ ໃນການແຂ່ງຂັນ ບານເຕະຍິງອາຍຸບໍ່ເກີນ 16 ປີ ຊີງແຊ້ມອາຊີ 2017 ຮອບຄັດເລືອກ

ນັດຊີ້ຊາຕາ ທັບນັກກິລາສາວລາວ ໃນການແຂ່ງຂັນ ບານເຕະຍິງອາຍຸບໍ່ເກີນ 16 ປີ ຊີງແຊ້ມອາຊີ 2017 ຮອບຄັດເລືອກ

Published on

ການແຂ່ງຂັນ ບານເຕະຍິງອາຍຸບໍ່ເກີນ 16 ປີ ຊີງແຊ້ມອາຊີ 2017 ຮອບຄັດເລືອກ ກຸ່ມ A, ທີມຊາດລາວ ອັນດັບທີ 2 ຂອງຕາຕະລາງ ມີ 6 ຄະແນນ ລົງສະໜາມ ນັດສຸດທ້າຍ ຈະພົບກັບ ທີມຊາດກວມ ອັນດັບທີ 5 ຂອງຕາຕະລາງ (ແຂ່ງໜ້ອຍກວ່າ ທີມຊາດລາວ 1 ນັດ).

ການແຂ່ງຂັນນັດດັ່ງກ່າວ ຈະມີຂຶ້ນໃນມື້ນີ້ ວັນທີ 03 ກັນຍາ 2016 ເວລາ 16:00 ທີ່ສະໜາມກິລາຊົນບູຣີ ປະເທດໄທ, ການລົງສະໜາມຂອງ ທີມຊາດລາວ ໃນນັດນີ້ ຈະເປັນນັດສຸດທ້າຍ ແລະ ເປັນນັດຊີ້ຊາຕາຂອງ ທັບນັກກິລາສາວລາວ ວ່າຈະສາມາດຜ່ານ ເຂົ້າໄປແຂ່ງຂັນ ໃນຮອບສຸດທ້າຍ ທີ່ປະເທດຈີນ ໃນທ້າຍປີ 2017 ໄດ້ຫຼືບໍ່. ຖ້າຫາກ ທີມຊາດລາວ ສາມາດເອົາຊະນະ ທີມຊາດກວມ ໃນນັດນີ້ໄດ້ ແມ່ນຈະສາມາດຜ່ານຂົ້າຮອບ ພ້ອມກັບ ທີມຊາດໄທ, ແຕ່ຖ້າເຮົາເກັບ 3 ຄະແນນບໍ່ໄດ້ໃນນັດນີ້ ຕ້ອງໄດ້ລຸ້ນຜົນ ການແຂ່ງຂັນຂອງຄູ່ອື່ນໆ ໂດຍສະເພາະ ຜົນການແຂ່ງຂັນຂອງ ທີມຊາດມຽນມາ ທີມອັນດັບທີ 3 ໃນຕາຕະລາງຄະແນນ.

ມື້ນີ້ເວລາ 16:00 ໂມງ ພວກເຮົາມາຮ່ວມສົ່ງກຳລັງໃຈ ໄປໃຫ້ທັບນັກກິລາສາວລາວ ໃຫ້ສາມາດເກັບ 3 ຄະແນນກັບບ້ານໃຫ້ໄດ້ ລາວສຼ້ໆ.

 

ຂ່າວຈາກ: http://laosportnews.com/index.php/news/article/630
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...