Homeຂ່າວທ້ອງຖິ່ນບ້ານນາເມືອງ ເມືອງຄຳເກີດ ໄດ້ນຳໃຊ້ໂຮງຮຽນປະຖົມສົມບູນຫລັງໃໝ່

ບ້ານນາເມືອງ ເມືອງຄຳເກີດ ໄດ້ນຳໃຊ້ໂຮງຮຽນປະຖົມສົມບູນຫລັງໃໝ່

Published on

ຂປລ. ຄຳຕັນ ພາວິໄລ ຜູ້​ສື່​ຂ່າວ​ຈາກ​ແຂວງ​ບໍລິ​ຄຳ​ໄຊ ​ໃຫ້​ຮູ້​ວ່າ: ບ້ານ​ນາ​ເມືອງ ​ເມືອງ​ຄຳ​ເກີດ ​ແຂວງ​ບໍລິ​ຄຳ​ໄຊ ​ໄດ້​ນຳ​ໃຊ້​ໂຮງຮຽນ​ປະຖົມ​ສົມບູນ​ຫລັງ​ໃໝ່ ​ໂດຍ​ໄດ້​ມີ​ພິທີ​ມອບ-​ຮັບ​ ຢ່າງ​ເປັນ​ທາງ​ການ​ ໃນທ້າຍ​ເດືອນ​ສິງຫາ ຜ່ານ​ມາ ​ໂດຍ​ໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ​ກໍ່ສ້າງ ຈາກສູນປະຕິບັດທຳ ມາສເຕີຣູມາ ແລະ ໂຮງຮຽນກຽດຕິສັກນາໆຊາດ.

ໂຄງການກໍ່ສ້າງໂຮງຮຽນດັ່ງກ່າວ, ​ໄດ້​ເລີ່​ມລົງມື​ມາ​ແຕ່ວັນທີ 17 ກໍລະກົດ ຫາ ວັນທີ 30 ສິງຫາ 2016 ແມ່ນ​ສຳເລັດ 100%. ເປັນອາຄານຖາວອນ ກ້ວາງ 9 ແມັດ, ຍາວ 48 ແມັດ ສາມາດບັນຈຸນັກ ຮຽນໄດ້ 180 ກ່ວາຄົນ, ປະກອບດ້ວຍຫ້ອງຮຽນ 6 ຫ້ອງຮຽນ, ໂຕະຄູ 6 ຊຸດ, ໂຕະ–ຕັ່ງນັກຮຽນ 80 ຊຸດ, ຫ້ອງນ້ຳ 6 ຫ້ອງ, ພ້ອມດ້ວຍລະບົບໄຟຟ້າ, ນ້ຳປະປາຄົບຊຸດ ລວມມູນຄ່າການກໍ່ສ້າງທັງໜົດ 105.000 ໂດລາສະຫະລັດ.

​ໂອກາດ​ດຽວ​ກັນ​ນີ້, ຜູ້ຕາງໜ້າ​ຈາກສູນປະຕິບັດ ທຳມາສເຕີຣູມາ ແລະ ໂຮງຮຽນກຽດຕິສັກນາໆຊາດ ຍັງໄດ້ມອບ​ເຄື່ອງ​ອຸ​ປະ​ກອນ​ ການ​ຮຽນ​ໃຫ້ນ້ອງນັກຮຽນຕື່ມ​ອີກ. ​ໃນ​ນັ້ນ​ປະກອບ​ມີ ກະເປົານັກຮຽນ 170 ໜ່ວຍ, ຊຸດນັກຮຽນ 340 ຊຸດ, ປຶ້ມຂຽນ 1000 ຫົວ, ສໍ-ບິກຈຳນວນ 550 ກ້ານ. ທັງ​ນີ້ ກໍເພື່ອ​ນໍາໃຊ້​ເຂົ້າ​ ໃນ​ການ​ຮຽນ​ໃຫ້​ພຽງ​ພໍ ແລະ ມີ​ຄວາມ​ສະ​ດວກຫລາຍ​ຂຶ້ນ.

 

ແຫລ່ງຂ່າວ:

ຂປລ

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...